ແນະນຳ! ວິທີການປະຢັດແບັດເຕີຣີ່ ສຳລັບຄົນໃຊ້ ແອນດຣອຍ ທີ່ໃຜໆກໍເຮັດໄດ້


ບັນຫາເລື່ອງໂທລະສັບແບັດໝົດໄວເປັນສິ່ງທີ່ຫຼາຍໆຄົນຕ້ອງເຄີຍປະສົບພົບພໍ້ກັນມາແນ່ນອນ ເພາະຫາກວ່າ ເຮົາໃຊ້ງານໂທລະສັບຫຼາຍ ແລະ ຕໍ່ເນື່ອງຈົນດົນເກີນໄປ ກໍຖືເປັນການຍາກທີ່ຈະສາມາດໃຊ້ໂທລະສັບໄດ້ໝົດມື້ໂດຍທີ່ບໍ່ວ່າງເລີຍ. ຍິ່ງໂທລະສັບເຄື່ອງໃດທີ່ ໜ້າຈໍໃຫຍ່, ຈໍແຈ້ງ, ພາບຄົມ ຫຼື ຮອງຮັບການໃຊ້ແອັບພຣິເຄຊັນທີ່ຫຼາກຫຼາຍເທົ່າໃດ ກໍຍິ່ງກິນແບັດເຕຣີ່ຫຼາຍເທົ່ານັ້ນ.

ແນວໃດກໍຕາມ, ເຮົາກໍພໍມີວິທີ ທີ່ຈະຊ່ວຍປະຢັດການໃຊ້ພະລັງງານທີ່ຈະສາມາດຊ່ວຍປະຢັດພະລັງງານໄດ້ຢູ່ ເພື່ອໃຫ້ໂທລະສັບແອນດຣອຍ ສາມາດໃຊ້ງານໄດ້ດົນຂຶ້ນດັ່ງນີ້:

  • ກ່ອນອື່ນເຮົາຕ້ອງຮູ້ກ່ອນວ່າ ແບັດເຕີຣີ່ຂອງແອນດຣອຍນັ້ນເຮັດວຽກແນວໃດ ເນື່ອງຈາກໂທລະສັບສ່ວນໃຫຍ່ແມ່ນ ແບັດເຕີຣີ່ ລີທຽມ ໄອອອນ ຫຼື ລີທຽມ ໂພລີເມີ. ແບັດເຕີຣີ່ແບບນີ້ ເຮົາສາມາດສາກຕອນໃດກໍໄດ້ໂດຍທີ່ເຮົາບໍ່ຕ້ອງຖ້າໃຫ້ແບັດເຕີຣີ່ໝົດກ່ອນ ແລະ ຍັງບໍ່ຈຳເປັນຕ້ອງສາກຈົນເຕັມ 100 ກ່ອນຈະເອົາມາໃຊ້ນຳອີກດ້ວຍ. ແຕ່ບັນຫາມັກຈະເກີດຈາກການເຫຼືອພະລັງງານໜ້ອຍເກີນໄປຫຼາຍກວ່າ.
  • ໃຊ້ວໍເປເປີສີດຳ ຊ່ວຍໃຫ້ໃຊ້ແບັດເຕີຣີ່ໄດ້ດົນຂຶ້ນ ຫຼືອາດຈະເລືອກພື້ນຫຼັງສີເຂັ້ມກໍໄດ້ ເພາະການໃຊ້ສີດຳ ຫຼື ສີເຂັ້ມນັ້ນ ກິນພະລັງງານໜ້ອຍກວ່າພື້ນຫຼັງທີ່ມີສີສັນຫຼາກຫຼາຍ.
  • ພະຍາຍາມອັບເດດແອັບພຣິເຄຊັນຢູ່ສະເໝີ ເພາະແອັບທີ່ໄດ້ຮັບການພັດທະນາ ຫຼື ປັບປຸງໃໝ່ ມັກຈະມີຄຸນສົມບັດທີ່ດີກວ່າ ຮ່ວມທັງໃນເລື່ອງຂອງ ແມັມໂມລີ (memory) ແລະ ແບັດເຕີຣີ່ອີກດ້ວຍ. ນອກຈາກນັ້ນ,ການອັບເດດເປັນປະຈຳຍັງເຮັດໃຫ້ໝັ້ນໃຈໄດ້ວ່າ ແອັບພຣິເຄຊັນທີ່ກຳລັງໃຊ້ຢູ່ແມ່ນເວີຊັນທີ່ດີທີ່ສຸດຢູ່ສະເໝີ.
  • ໃຊ້ແອັບພຣິເຄຊັນ Greenify ແອັບພຣິເຄຊັນນີ້ຈະຊ່ວຍພັກແອັບພຣິເຄຊັນທີ່ບໍ່ໄດ້ໃຊ້ງານ ເປັນແອັບພຣິເຄຊັນຟຣີທີ່ຊ່ວຍປະຢັດແບັດເຕີຣີ່ໄດ້ແທ້.
  • ຢ່າປັບແສງອັດຕະໂນມັດ ການໃຊ້ປັບແສງອັດຕະໂນມັດນັ້ນສະດວກສະບາຍ ແຕ່ເຮົາສາມາດປັບເອງໄດ້ໃນຈຸດທີ່ເຮົາສະບາຍຕາໄດ້ດີກວ່າ ແລະ ການປັບແສງອັດຕະໂນມັດກໍກິນແບັດເຕີຣີ່ເກີນຄວາມຈຳເປັນອີກ.
  • ເຊົາໃຊ້ການເຕືອນແບບສັ່ນ ເພາະການສັ່ນນັ້ນ ແມ່ນກິນພະລັງງານໂທລະສັບຫຼາຍກວ່າໃຊ້ສຽງອີກ ນອກຈາກນັ້ນກໍຄວນປິດ ທັງການສັ່ນໃນຕອນພິມ ຫຼື ສຳຜັດອື່ນໆອີກ.
  • ບໍ່ຈຳເປັນຕ້ອງເຊື່ອມອິນເຕີເນັດຕະຫຼອດເວລາ ອາດຈະປິດ GPS, Bluetooth, WiFi ແລະ ຂໍ້ມູນມືຖືບາງເວລາ ເພື່ອຈະຊ່ວຍປະຢັດພະລັງງານໄດ້.
  • ລອງຊອກຄຸນສົມບັດໃນການປະຢັດແບັດເຕີຣີ່ ທີ່ອາດຈະມີໃນໂທລະສັບບາງຮຸ່ນ ເຊັ່ນ: Samsung ກໍຈະມີ Ultra Power Saving Mode ແລະ Sony ກໍຈະມີ STAMINA Mode ເປັນຕົ້ນ.

ພາບ: Medium , “How To” Images Collection – blogger
ທີ່ມາ: https://www.sanook.com/hitech/1524889/