“ຊອງໂດ” ເມືອງອັດສະລິຍະຂອງ ສ.ເກົາຫຼີ ທີ່ຕັ້ງເປົ້າລົດຄາບອນໃຫ້ເປັນສູນ


ໃນໄລຍະຫຼັງໆຫຼາຍປີຜ່ານມານີ້ ຄຳວ່າ “Smart City” ຫຼື “ເມືອງອັດສະລິຍະ” ປາກົດຂຶ້ນໃຫ້ເຫັນ ແລະ ໄດ້ຍິນຫຼາຍຂຶ້ນເລື້ອຍໆ ເຊິ່ງທີ່ຈິງແລ້ວຄວາມໝາຍຂອງ Smart City ນັ້ນໝາຍເຖິງເມືອງທີ່ໃຊ້ປະໂຫຍດຈາກນະວັດຕະກຳ ແລະ ເຕັກໂນໂລຊີທີ່ທັນສະໄໝ ເພື່ອເພີ່ມປະສິດທິພາບການບໍລິຫານຈັດການເມືອງ ໂດຍເນັ້ນການມີສ່ວນຮ່ວມຂອງພາກລັດ, ພາກທຸລະກິດ ແລະ ພາກປະຊາຊົນໃນການພັດທະນາເມືອງ ພາຍໃຕ້ແນວຄິດການພັດທະນາເມືອງໃຫ້ຍືນຍົງ ເຮັດໃຫ້ແນວຄິດນີ້ຖືກນຳໄປພັດທະນາໃນຫຼາຍປະເທດ ລວມທັງ ສ.ເກົາຫຼີພ້ອມ.

“ຊອງໂດ” ເມືອງຕົ້ນແບບຂອງ ສ.ເກົາຫຼີ

ກ່ອນອື່ນໝົດ ຕ້ອງບອກວ່າ “ເກົາຫຼີ” ຖືເປັນປະເທດອັນດັບຕົ້ນທີ່ປ່ອຍຄາບອນໄດອອກໄຊຫຼາຍທີ່ສຸດໃນໂລກ. ດັ່ງນັ້ນ, ເພື່ອລົດການເພິ່ງພາພະລັງງານຖ່ານຫີນ ດິນແດນກິມຈິຈຶ່ງຕ້ອງພິກບົດບາດຕົວເອງເພື່ອທີ່ຈະກ້າວໄປສູ່ການເປັນເມືອງທີ່ຍືນຍົງຢ່າງແທ້ຈິງ ຕົວຢ່າງເຊັ່ນ “Green New Deal” ແຜນການລົງທຶນໃນອຸດສາຫະກຳສີຂຽວເຊິ່ງເປັນມິດຕໍ່ສິ່ງແວດລ້ອມຂອງ ສ.ເກົາຫຼີທີ່ໃຊ້ງົບປະມານກວ່າ 94,000 ລ້ານໂດລາສະຫະລັດ ໄປລົງທຶນໃສ່ໃນອຸດສາຫະກຳສີຂຽວ ໂດຍສະເພາະຍານພາຫະນະໄຟຟ້າ ແລະ ລົດໄຮໂດເຈນ ເພື່ອໃຫ້ບັນລຸເປົ້າໝາຍທີ່ຈະລົດປະລິມານການປ່ອຍຄາບອນ ໃຫ້ເທົ່າກັບສູນພາຍໃນປີ 2050.

ໃນປີ 2005 ສ.ເກົາຫຼີລົງທຶນສ້າງ “ຊອງໂດ” (Songdo) ເມືອງໃໝ່ທີ່ຖືກຈັດຂຶ້ນເພື່ອໃຫ້ເປັນເຂດທຸລະກິດສາກົນ (International Business District : IBD) ຫຼື ສູນກາງການຄ້າເສລີ ແລະ ທຸລະກິດລະຫວ່າງປະເທດ ທີ່ເກີດຈາກການຖົມທະເລ, ໂດຍພາຍໃນເມືອງຈະມີການແບ່ງພື້ນທີ່ອອກເປັນສ່ວນຕ່າງໆ ຕັ້ງແຕ່ພື້ນທີ່ການຄ້າ, ເຂດທີ່ຢູ່ອາໄສ, ເຂດທຸລະກິດແລະບໍລິການ ລວມໄປເຖິງສວນສາທາລະນະ ແລະ ພື້ນທີ່ສີຂຽວອີກດ້ວຍ.

ນອກຈາກນີ້ ເມືອງຊອງໂດຍັງສ້າງຈຸດສົນໃຈ (Landmark) ແຫ່ງໃໝ່ຢູ່ຫຼາຍແຫ່ງ ທັງຕຶກສູງທີ່ສຸດຂອງເກົາຫຼີ, ສູນປະຊຸມ, ພິພິທະພັນສັດສຸດທັນສະໄໝ ໄປຈົນຮອດສະໜາມກັອບ ທີ່ອອກແບບໂດຍ ແຈັກ ນິຄລອສ ສຸດຍອດນັກກັອບລະດັບໂລກ.

“ຊອງໂດ” ເມືອງທີ່ມີການເຕີບໃຫຍ່ສີຂຽວ

ຊອງໂດ ເອີ້ນໄດ້ວ່າເປັນເມືອງໜຶ່ງທີ່ໃຫ້ຄວາມສຳຄັນກັບພື້ນທີ່ສີຂຽວຫຼາຍເຖິງຫຼາຍທີ່ສຸດ ເຊິ່ງເບິ່ງໄດ້ຈາກການຈັດສັດສ່ວນຂອງທີ່ດິນ 40% ຂອງເມືອງໃຫ້ກາຍເປັນພື້ນທີ່ສີຂຽວ ເລີ່ມຈາກການສ້າງ  “Songdo Central Park” ສວນສາທາລະນະຂະໜາດໃຫຍ່ທີ່ໄດ້ກາຍເປັນສູນກາງຂອງທຳມະຊາດອັນອຸດົມສົມບູນຂອງເມືອງ ໄປຈົນຮອດການອອກແບບເມືອງໃຫ້ມີສະພາບແວດລ້ອມທີ່ເປັນມິດກັບຄົນຍ່າງຕາມທາງ (footpath walker) ແລະ ຜູ້ໃຊ້ລົດຖີບ ໂດຍການລົດພື້ນທີ່ຂອງຖະໜົນ ແລະ ສ້າງຮູບແບບການເດີນທາງທີ່ຫຼາກຫຼາຍຍິ່ງຂຶ້ນ ເຊັ່ນວ່າການໃຊ້ລົດໄຟໃຕ້ດິນ, ທາງລົດຖີບ, ເຮືອໂດຍສານເພື່ອໃຫ້ທຸກຄົນເດີນທາງໄປມາໄດ້ງ່າຍ ແລະ ສະດວກສະບາຍຫຼາຍຂຶ້ນ.

ຍິ່ງໄປກວ່ານັ້ນ,​ ຕຶກອາຄານໃນຊອງໂດກວ່າ 8 ແຫ່ງຍັງໄດ້ຮັບການຮັບຮອງຈາກ LEED (Leadership in Energy and Environmental Design) ຫຼື ມາດຕະຖານການປະເມີນອາຄານສີຂຽວ ວ່າເປັນສິ່ງປຸກສ້າງທີ່ປະຢັດພະລັງງານ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

ພ້ອມນີ້ ລະບົບໂຄງສ້າງພື້ນຖານທັງໝົດພາຍໃນເມືອງຍັງຖືກອອກແບບມາໃຫ້ເປັນມິດກັບສິ່ງແວດລ້ອມອີກດ້ວຍ ເຊັ່ນ:

  • ລະບົບຈັດເກັບຂີ້ເຫຍື້ອ ທີ່ທຸກຫຼັງຄາເຮືອນຈະມີລະບົບຖິ້ມຂີ້ເຫຍື້ອ ແລະ ຂອງເສຍລົງໃຕ້ດິນຜ່ານທໍ່ຂະໜາດໃຫຍ່ ສົ່ງໄປໂຮງງານຣີໄຊເຄິລເພື່ອຄັດແຍກຕໍ່ໄປ,
  • ລະບົບການຈັດການນຳ້ ເຊິ່ງນຳ້ທີ່ທຸກຄົນໃຊ້ຈະຖືກນຳເຂົ້າສູ່ຂະບວນການບຳບັດນຳ້ເສຍ ເພື່ອເຮັດໃຫ້ນຳ້ນັ້ນມີຄຸນະພາບດີຂຶ້ນ ກ່ອນຈະນຳກັບມາໃຊ້ຊຳ້ຫຼືລະບາຍລົງສູ່ແຫຼ່ງນຳ້
  • ລະບົບພະລັງງານ ໂດຍເນັ້ນໃຊ້ພະລັງງານຈາກທຳມະຊາດໃນການຜະລິດໄຟຟ້າ ລວມທັງໃຊ້ພະລັງງານກາສທຳມະຊາດແທນການໃຊ້ນຳ້ມັນ

“ຊອງໂດ” ກັບການພັດທະນາທີ່ດ້ວຍນະວັດຕະກຳ

ຄວາມສຸດຍອດຂອງຊອງໂດອີກສິ່ງໜຶ່ງບໍ່ເວົ້າເຖິງບໍ່ໄດ້ເລີຍ ຄືການນຳເອົາເຕັກໂນໂລຊີຕ່າງໆມາໄວ້ໃນຊີວິດປະຈຳວັນຂອງປະຊາຊົນ ຜ່ານລະບົບໂຄງສ້າງພື້ນຖານທີ່ທັນສະໄໝທີ່ເອີ້ນວ່າ “U-City” ໂດຍແບ່ງອອກເປັນ 2 ສ່ວນຫຼັກໆຄື:

– Public Service: ເປັນການນຳເຕັກໂນໂລຊີມາໃຊ້ໃນການຈັດການກັບລະບົບໂຄງສ້າງພື້ນຖານ ເຊັ່ນວ່າການຈັດການຈະລາຈອນ, ການກວດສອບຄວາມປອດໄພ, ການແຈ້ງເຕືອນໄພພິບັດທຳມະຊາດ ແລະ ເຫດການສຸກເສີນຕ່າງໆ.

– Private Service: ກໍຄືເປັນການນຳເຕັກໂນໂລຊີມາໃຊ້ ເຊັ່ນ: ການຂາຍສິນຄ້າທາງອອນລາຍ, ການຮຽນອອນລາຍ, ການເຮັດທຸລະກິດທາງການເງິນຜ່ານທາງໂທລະສັບມືຖື ລວມເຖິງການໃຊ້ເຕັກໂນໂລຊີຄວບຄຸມອຸປະກອນຕ່າງໆພາຍໃນບ້ານອີກດ້ວຍ, ໂດຍໃຊ້ອຸປະກອນທີ່ເປັນ IOT ຫຼື Internet of Things ນັ້ນເອງ.

ເຖິງແມ່ນວ່າຊອງໂດຈະເປັນເມືອງທີ່ມີໂຄງຮ່າງພື້ນຖານທີ່ຄົບທຸກດ້ານເທົ່າໃດ ແຕ່ກໍຍັງບໍ່ສາມາດດຶງດູດໃຫ້ຄົນເຂົ້າມາຢູ່ອາໄສໄດ້ຫຼາຍເທົ່າທີ່ຄວນ ເນື່ອງຈາກບໍລິສັດສ່ວນໃຫຍ່ຍັງລວມຕົວກັນຢູ່ໃນເມືອງຫຼວງຢ່າງກຸງໂຊ ເຊິ່ງນີ້ຖືໄດ້ວ່າເປັນຄວາມທ້າທາຍຄັ້ງໃຫຍ່ທີ່ເມືອງແຫ່ງນີ້ຕ້ອງກ້າວຜ່ານໄປໃຫ້ໄດ້.

ດັ່ງນັ້ນ ເພື່ອແກ້ໄຂບັນຫາເຫຼົ່ານີ້ ຊອງໂດຈຶ່ງໄດ້ລົງທຶນສ້າງສູນການສຶກສານານາຊາດທີ່ມີຄຸນະພາບສຸດໆອີກແຫ່ງໜຶ່ງ ເພື່ອສ້າງແຮງຈູງໃຈໃຫ້ຄົນຢາກຍ້າຍເຂົ້າມາຢູ່ໃນເມືອງນີ້ຫຼາຍຂຶ້ນ, ເຊິ່ງປັດຈຸບັນ ມີປະຊາກອນຍ້າຍຖິ່ນຖານເຂົ້າມາໃນເມືອງແຫ່ງນີ້ແລ້ວປະມານ 90,000 ຄົນ ແລະ ຄາດວ່າໃນອະນາຄົດຈະເພີ່ມຂຶ້ນອີກຢ່າງຕໍ່ເນື່ອງ.

 ແຕ່ສ່ວນຂອງປະເທດລາວເຮົານັ້ນ ເມື່ອເວົ້າເຖິງ Smart City ແລ້ວ ແມ່ນອາດຈະຍັງໄກກັບການພັດທະນາຂອງບ້ານເຮົາໃນຫຼາຍດ້ານ ແຕ່ເຊື່ອວ່າ ຖ້າມື້ນັ້ນມາຮອດ ເຮົາອາດຈະໄດ້ເຫັນຄົນລາວໄດ້ເຂົ້າເຖິງໂຄງຮ່າງພື້ນຖານ, ການສຶກສາ, ສາທາລະນະສຸກ ແລະ ດ້ານອື່ນໆກັນຢ່າງທົ່ວເຖິງຫຼາຍຂຶ້ນ.

ພາບ: kpf.com, thenationalnews.com, wilo.com

ຂອບໃຈຂໍ້ມູນຈາກ: