ແນວຄິດສຸດລ້ຳ ສາຍຄໍຊູຊີບກັນຈົມນ້ຳ ຊ່ວຍໃຫ້ການລອຍນ້ຳປອດໄພຍິ່ງຂຶ້ນ

Add a subheading 2021 01 21T161038 844

ຖືວ່າເປັນຂ່າວດີຂອງຄົນທີ່ຢາກລອຍນ້ຳ ແຕ່ລອຍນ້ຳບໍ່ເປັນເລີຍ ເພາະວ່າໃນຕົວເຄື່ອງຈະມີປຸ່ມໃຫ້ກົດ ແລ້ວຫຼັງຈາກນັ້ນຖົງລົມທີ່ຢູ່ພາຍໃນຈະເຮັດວຽກ ແລະ ພາເຮົາລອຍຂຶ້ນໜ້ານ້ຳ!

ສາຍຄໍຊູຊີບ Ploota ເປັນອຸປະກອນທີ່ຊ່ວຍໃນການລອຍນ້ຳຢ່າງປອດໄພ ກັນການຈົມນ້ຳທີ່ມີເຊັນເຊີ້ຄວບຄຸມການຕັ້ງເວລາ ແລະ ຈະເລີ່ມໃຊ້ງານເມື່ອລົງໃນນ້ຳ ແລະ ມາພ້ອມກັບປຸ່ມກົດ Manual  ທີ່ໃຊ້ວຽກຍາມໃດກໍໄດ້ ແຖມຍັງມີດີຊາຍການອອກແບບທີ່ມີຂະໜາດນ້ອຍ, ບໍ່ເຮັດໃຫ້ຮູ້ສຶກອຶດອັດ ແລະ ພົກພາໄດ້ງ່າຍອີກດ້ວຍ.

ມັນສາມາດໃຊ້ຕອນຢູ່ໃນນ້ຳ ນັ້ນໝາຍເຖິງເຮົາສາມາດໃສ່ມັນໄປລອຍນ້ຳໄດ້ ລວມໄປເຖິງໃສ່ໃນຕອນດຳນ້ຳກໍໄດ້ ແລະ ກົດປຸ່ມເມື່ອເຮົາຕ້ອງການຂຶ້ນມາໜ້ານ້ຳ ຖົງລົມຈະໂພງຂຶ້ນມາທັນທີ.

Ploota ຍັງສາມາດໃຊ້ຊ້ຳໄດ້ ເພາະວ່າຖົງລົມທີ່ຖືກກາງອອກມາແລ້ວສາມາດເກັບພັບເຂົ້າຄືນໄດ້!

ສາມາດເບິ່ງວິດີໂອເພີ່ມຕື່ມໄດ້ທີ່: https://bit.ly/39KnxiY

ທີ່ມາ: https://bit.ly/3CX30E2

Comments are disabled