ຟາມລວງຕັ້ງອັດສະລິຍະທີ່ຄວບຄຸມດ້ວຍ AI ໃຫ້ຜົນຜະລິດທີ່ຫຼາຍຂຶ້ນເຖິງ 400 ເທົ່າ!


ໃນຍຸກປັດຈຸບັນ ປາສະຈາກບໍ່ໄດ້ເລີຍວ່າເລື່ອງເທັກໂນໂລຢີນັ້ນກາຍເປັນສ່ວນໜຶ່ງຂອງຊີວິດປະຈຳວັນຂອງມະນຸດໂລກເຮົາໄປແລ້ວ ບໍ່ເວັ້ນແຕ່ “ການເຮັດກະສິກຳ” ທີ່ດຽວນີ້ເລີ່ມຫັນມາໃຊ້ເທັກໂນໂລຢີຫຼາຍຂຶ້ນ.

Plenty ເປັນທຸລະກິດສະຕາດອັບດ້ານເທັກໂນໂລຢີໃນຊານຟຣານຊິສໂກ ຮ່ວມກໍ່ຕັ້ງໂດຍ Nate Storey ກຳລັງຄິດຄົ້ນ ແລະ ປະຕິຮູບຟາມ, ເຊິ່ງການເຮັດຟາມຮູບແບບຂອງ Plenty ນັ້ນເຮັດໃຫ້ມີການໃຊ້ຊັບພະຍາກອນນ້ຳ ແລະ ດິນໜ້ອຍລົງ ເພາະວ່າຟາມລວງຕັ້ງ ເຮັດໃຫ້ປະຢັດພື້ນທີ່.

ຜົນຜະລິດສາມາດເຕີບໃຫຍ່ໄດ້ໝົດປີດ້ວຍຫຸ່ນຍົນທີ່ດູແລພວກມັນ ແລະ ລະບົບ AI ທີ່ປັບປຸງຄຸນະພາບຂອງການເຕີບໃຫຍ່ຂະຫຍາຍຕົວຂອງຜົນຜະລິດຢ່າງຕໍ່ເນື່ອງ ໃນຂະນະທີ່ໃຊ້ນ້ຳໜ້ອຍລົງ 95% ແລະ ດິນໜ້ອຍລົງ 99%.

Storey ຜູ່ກໍ່ຕັ້ງຟາມແຫ່ງນີ້ ໄດ້ເບິ່ງເຫັນວ່າ ໃນອະນາຄົດຈະຕ້ອງເກີດບັນຫາວິກິດຜືນແຜ່ນດິນບໍ່ພຽງພໍຕໍ່ການເຮັດຟາມຈຶ່ງເຮັດໃຫ້ເກີດໂຄງການຟາມອັດສະລິຍະນີ້ຂຶ້ນມາ ແລະ Storey ເຄີຍໃຫ້ສຳພາດແນວຄິດກັບ Forbes ວ່າ “ຄວາມຈິງແມ່ນມີສະຖານທີ່ 5 ແຫ່ງໃນໂລກທີ່ເຮົາສາມາດປູກຜັກ ແລະ ໝາກໄມ້ສົດເປັນເສດຖະກິດໄດ້ແທ້ ແລະ ເນື້ອທີ່ດິນທັງໝົດນັ້ນກໍຖືກໃຊ້ໄປໝົດແລ້ວ ປະເດັນການເຮັດຟາມແນວຕັ້ງຈຶ່ງເກີດຂຶ້ນເພື່ອເພີ່ມຂີດຄວາມສາມາດຂອງໂລກໃນການຜະລິດຜັກ ແລະ ໝາກໄມ້ສົດ ເຊິ່ງມັນເປັນສິ່ງຈຳເປັນ” ຜົນຜະລິດທີ່ໄດ້ຈາກຟາມນີ້ຫຼາຍກວ່າເກົ່າເຖິງ 400 ເທົ່າ.

ຟາມແນວຕັ້ງອັດສະລິຍະນີ້ ຈະມີລັກສະນະເປັນແຖວຂອງພືດທີ່ຢູ່ຕິດກັນ ເຕີບໃຫຍ່ໃນແນວຕັ້ງ ແລະ ຫ້ອຍລົງມາຈາກເພດານ ມີຫຸ່ນຍົນເຄື່ອນທີ່ໄປອ້ອມຮອບ ແລະ ບໍລິສັດໃຊ້ AI ໃນການຈັດການນ້ຳ, ອຸນຫະພູມ ແລະ ແສງໄຟ LED ທີ່ຮຽນແບບແສງຕາເວັນ ສະພາບແວດລ້ອມຂອງພືດຈຶ່ງໄດ້ຮັບການປັບສະພາບໃຫ້ເໝາະສົມຢ່າງຕໍ່ເນື່ອງ ເພື່ອໃຫ້ແນ່ໃຈວ່າ ພືດເຫຼົ່ານັ້ນຈະມີຜົນຜະລິດທີ່ດີທີ່ສຸດ.

ຟາມແຫ່ງນີ້ປະສົບຄວາມສຳເລັດຢ່າງມະຫາສານ ສາມາດຜະລິດອາຫານໄດ້ຫຼາຍກວ່າຟາມພື້ນທີ່ຮາບພຽງເຖິງ 400 ເທົ່າ, ເຫດຜົນທີ່ການເຮັດຟາມລວງຕັ້ງໃນຮົ່ມດີກວ່ານັ້ນມີຫຼາຍ ແລະ ຍ້ອນວ່າທຸກຢ່າງຢູ່ພາຍໃຕ້ການຄວບຄຸມ ບໍ່ວ່າຈະເປັນສະພາບອາກາດ, ລະດູການ, ເວລາ, ສັດຕູພືດ, ໄລຍະທາງ ແລະ ໄພພິບັດທາງທຳມະຊາດ, ຍິ່ງໄປກວ່ານັ້ນ ນ້ຳທີ່ໃຊ້ຈະຖືກຣີໄຊເຄິນທັງໝົດ ແລະ ນ້ຳທີ່ລະເຫີຍໃນອາກາດ ຈະຖືກກັກໄວ້ເພື່ອນຳກັບມາໃຊ້ໃໝ່.

ຫຼ້າສຸດ Plenty ປະກາດວ່າ ບໍລິສັດໄດ້ລະດົມທຶນປະມານ 140 ລ້ານໂດລາໃນຮອບ Series D ເຊິ່ງນຳໂດຍກອງທຶນ Softbank ເມື່ອວັນທີ 14 ຕຸລາ 2020 ແລະ ກ່ອນໜ້ານີ້ Softbank ໄດ້ລົງທຶນໄປແລ້ວຫຼາຍເຖິງ 400 ລ້ານໂດລາ ເຮັດໃຫ້ການລະດົມທຶນທັງໝົດຂອງ Plenty ຈົນເຖິງປັດຈຸບັນເປັນຈຳນວນຫຼາຍເຖິງ 541 ລ້ານໂດລາ.

ຖືວ່າຟາມດັ່ງກ່າວສາມາດຕອບໂຈດຕໍ່ກະສິກຳໃນຍຸກປັດຈຸບັນ ແລະ ອະນາຄົດ ລວມໄປເຖິງຜູ່ທີ່ຄິດຢາກປູກຜັກກິນເອງ ຫຼື ຢາກເຮັດສວນແຕ່ມີພື້ນທີ່ໜ້ອຍ ສາມາດນຳເອົາແນວຄິດການປູກຜັກລວງຕັ້ງໄປປັບປ່ຽນປູກເອງຢູ່ເຮືອນໄດ້ ແຖມຍັງໃຊ້ຊັບພະຍາກອນໜ້ອຍອີກດ້ວຍ!

ທີ່ມາ: https://www.facebook.com/101030014777892/posts/266677131546512/