ໃນຕອນເຊົ້າວັນທີ 30 ພະຈິກ 2020 ຢູ່ສະຫນາມເຝິກຊ້ອມຮົບ ວິທະຍາຄານກົມມະດຳ ມີທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ການນໍາຂັ້ນສູງພັກລັດ, ນາຍທະຫານ ແລະ ພົນທະຫານ ພ້ອມດ້ວຍແຂກຖືກເຊີນທັງພາຍໃນແລະຕ່າງປະເທດເຂົ້າຮ່ວມ.

ພົນຈັດຕະວາ ພັນແສງ ບຸນພັນ ຫົວຫນ້າກົມອົບຮົມກົມໃຫຍ່ເສນາທິການກອງທັບຄະນະຮັບຜິດຊອບຊີ້ນຳເຝິກຊ້ອມຮົບໃຫ້ຮູ້ວ່າ: ການຈັດສະແດງຊ້ອມຮົບປະສານເລົ່າຍິງລູກປືນແທ້ໃນຄັ້ງນີ້ເພື່ອ “ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ” ໃຫ້ມີບັນຍາກາດຟົດຟື້ນ.

ການສະແດງຊ້ອມຮົບປະສານເລົ່າຍິງລູກປືນແທ້ໃນຄັ້ງນີ້ປະກອບມີ 8 ລາຍການຄື:
- ການຍິງປືນອາກາໃສ່ເປົ້າໝາຍ, ຍິງປືນສັ້ນຍິງ-ຊາຍ ໃສ່ເປົ້າຈານເຫຼັກໄລຍະ 30 ແມັດ ແລະ 100 ແມັດ
- ການສະແດງຂອງກຳລັງສືບຂ່າວສະເພາະກິດສົມທົບກັບກຳລັງທະຫານປ້ອງ ກັນອາກາດ
- ກຳລັງກອງຫລອນເຮັດຫນ້າທີ່ກອບກູ້ຊ່ວຍເຫລືອຕົວປະກັນ
- ການນຳໃຊ້ກຳລັງຕີພິເສດດັບສູນສັດຕູຢູ່ສະຖານທີ່ພັກຊົ່ວ ຄາວ
- ການນຳໃຊ້ກຳລັງທະຫານປ້ອງກັນອາກາດໃຊ້ເຮືອບິນຮົບຍິງເປົ້າຫມາຍຈາກເທິງອາກາດລົງສູ່ຫນ້າດິນ
- ການໃຊ້ລົດຫຸ້ມເກາະຍິງເປົ້າຫມາຍເທິງອາກາດ
- ການນຳໃຊ້ກຳລັງທະຫານຮາບລົດຫຸ້ມເກາະບຸກໂຈມຕີຖານທີ່ຫມັ້ນຂອງສັດຕູ
- ການສະແດງສວນສະຫນາມຂອງເຮືອບິນຮົບຈຳນວນ 16 ລຳ

ນອກຈາກນີ້ຜູ້ເຂົ້າຮ່ວມໂດຍສະເພາະນາຍທະຫານ ແລະ ພົນທະຫານໄດ້ຮັບຟັງການໂອ້ລົມຈາກ ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະທານປະເທດ ຕື່ມອີກ.




ທີ່ມາ: https://www.facebook.com/lnrlao/posts/2677716309205580