ວິທີຂົນສົ່ງວັກຊີນແບບໃໝ່ ໂດຍບໍ່ຕ້ອງແຊ່ແຂງ


ຈາກຂ່າວໂຄວິດ-19 ລະບາດຢ່າງໜັກທົ່ວໂລກ ເຮັດໃຫ້ນັກວິທະຍາສາດໃນຫຼາຍປະເທດຕ້ອງເລັ່ງຄິດຄົ້ນວັກຊີນຕ່າງໆຂຶ້ນມາເພື່ອຕໍ່ສູ້ກັບເຊື້ອໄວຣັສຮ້າຍນີ້. ລ່າສຸດບໍລິສັດໄຟເຊີ ແລະ ໂມເດີນາ ກໍຄິດຄົ້ນສຳເລັດເປັນຄວາມຫວັງຂອງມະນຸດໂລກ.

ແຕ່ບັນຫາອັນໜຶ່ງທີ່ຍັງໜ້າກັງວົນຄືເລື່ອງການຂົນສົ່ງວັກຊີນ ເຊິ່ງວ່າການຂົນສົ່ງວັກຊີນຕ້ອງມີການຄວບຄຸມອຸນຫະພູມເປັນຢ່າງດີ ຕັ້ງແຕ່ຕົ້ນທາງຈົນເຖິງປາຍທາງ, ໂດຍຕົ້ນທຶນໃນການຂົນສົ່ງອາດຈະແພງກວ່າວັກຊີນດ້ວຍຊ້ຳ. ວັກຊີນຂອງໄຟເຊີ ຕ້ອງຂົນສົ່ງທີ່ອຸນຫະພູມຕ່ຳເຖິງ -70 ອົງສາ ເຊິ່ງແນ່ນອນວ່າທາງໂຮງໝໍຕ້ອງມີເຄື່ອງມືພ້ອມໃນການເກັບຮັກສາ ແລະ ລະລາຍເພື່ອໃຊ້ງານ.

ວັກຊີນບາງຕົວສາມາດຫຼີກຫຼ່ຽງຂໍ້ຈຳກັດນີ້ໄດ້ໂດຍນຳມາແປຮູບເປັນຜົງດ້ວຍຂະບວນການທີ່ເອີ້ນວ່າ Freeze-drying ເຊັ່ນວັກຊີນ Attenuvax ທີ່ໃຊ້ສ້າງພູມຄຸ້ມກັນໂຣກຫັດ, ສ່ວນວັກຊີນໂຄວິດ-19 ທີ່ກຳລັງຄົ້ນຄວ້າກັນຢູ່ ກໍຕ້ອງຖ້າເບິ່ງວ່າ ມີໂຕໃດທີ່ສາມາດ Freeze-dry ໄດ້, ເຊິ່ງຖ້າໄດ້ກໍຈະສາມາດຂົນສົ່ງໄປໃນບາງພື້ນທີ່ຫ່າງໄກຄວາມຈະເລີນໄດ້ໂດຍສະດວກ ແລະ ບໍ່ແພງ.

ນອກຈາກນັ້ນເດ, ມີວິທີອື່ນອີກບໍ່?

ຄະນະນັກວິໄຈ ນຳໂດຍອາຈານມາເຣຍ ຄຣອຍ (Maria Croyle) ຈາກມະຫາວິທະຍາໄລພະຍາບານສາດ ມະຫາວິທະຍາໄລເທັກຊັສ ອອສຕິນ (University of Texas at Austin) ໄດ້ຕີພິມການວິໄຈທີ່ສະເທືອນວົງການຂົນສົ່ງວັກຊີນ ໂດຍໄດ້ພັດທະນາແຜ່ນຟີມບາງ ທີ່ສາມາດເກັບວັກຊີນໄວ້ໄດ້ດົນໂດຍທີ່ບໍ່ຕ້ອງແຊ່ເຢັນ.

ອາຈານມາເຣຍ ຄຣອຍ ເລົ່າວ່າ ໄດ້ຮັບແຮງບັນດານໃຈຈາກຄວາມມະຫັດສະຈັນຂອງອຳພັນໃນການເກັບຮັກສາແມງໄມ້ທີ່ຫໍ່ຫຸ້ມຢູ່ໄວ້ໄດ້ດົນ. ຟີມບາງທີ່ຜະລິດຂຶ້ນມາເກັບຮັກສາວັກຊີນເຮັດຈາກສານຈຳພວກນ້ຳຕານ ປະສົມກັບເກືອເລັກນ້ອຍ ວັກຊີນຖືກພາເຂົ້າໃນຮ່າງກາຍ ໂດຍແປະໃຫ້ຊຶມຜ່ານໃຕ້ລີ້ນ ຫຼື ກະພຸງແກ້ມ.

ວັກຊີນແຕ່ລະຊະນິດຕ້ອງໃຊ້ແຜ່ນຟີມບາງສູດຕ່າງກັນ ແຕ່ບໍ່ວ່າຈະສູດໃດ ຂະບວນການຜະລິດເປັນຂະບວນງ່າຍໆ ທີ່ເຮັດໄດ້ໃນຫ້ອງປະຕິບັດການທົ່ວໄປ. ຜົນການວິໄຈພົບວ່າ ສາມາດເກັບຮັກສາໄວຣັສ, ແບັກທີເຣຍທີ່ມີຊີວິດ ແລະ ແອນຕີ້ບໍດີ້ໄດ້ເປັນເວລາຫຼາຍເດືອນທີ່ອຸນຫະພູມຫ້ອງ,​ ວັກຊີນບາງສູດສາມາດເກັບຮັກສາໄວ້ດ້ວຍວິທີນີ້ໄດ້ເຖິງ 3 ປີເລີຍ.

ການທົດສອບໃຫ້ວັກຊີນໄຂ້ຫວັດໃຫຍ່ H1N1 ກັບໜູທົດລອງໂດຍແປະຟີມບາງໆທີ່ໃຕ້ລີ້ນ ແລະ ກະພຸງແກ້ມ ພົບວ່າ ໃຫ້ຜັກໝາກໄມ້ຕ່າງຈາກວັກຊີນທີ່ສີດເຂົ້າທາງກ້າມເນື້ອ ແລະ ພົ່ນເຂົ້າທາງດັງ.

ຫຼ້າສຸດ ງານວິໄຈສະບັບນີ້ໄດ້ຖືກຕໍ່ຍອດທາງທຸລະກິດ ກາຍມາເປັນ Startup ຊື່ບໍລິສັດ Jurata Thin Film ເຊິ່ງອອກມາຖະແຫຼງການວ່າ ຟີມບາງລຸ້ນ MSI-TX ມີສັກກະຍະພາບພ້ອມທີ່ຈະນຳມາປັບໃຊ້ກັບວັກຊີນໂຄວິດ-19 ເພື່ອໃຫ້ຂົນສົ່ງໂດຍບໍ່ຕ້ອງແຊ່ແຂງ ແລະ ລົດນ້ຳໜັກໃນການຂົນສົ່ງໄດ້ກວ່າ 900 ເທົ່າ, ແຜ່ນບາງໆພຽງແຕ່ 5 ກຼາມ ຂະໜາດ A4 ສາມາດບັນຈຸວັກຊີນໄດ້ເຖິງ 500 ໂດສ.

ຫາກວ່າເທັກໂນໂລຍີນີ້ ໄດ້ຮັບການພັດທະນາຈົນໃຊ້ໄດ້ແທ້ ຈະເຮັດໃຫ້ວັກຊີນສາມາດເຂົ້າເຖິງຜູ່ຄົນໄດ້ຫຼາຍຂຶ້ນ, ງ່າຍຂຶ້ນ ແລະ ໄວຂຶ້ນ ໂດຍສະເພາະປະເທດທີ່ມີລາຍໄດ້ໜ້ອຍເຖິງປານກາງ.

ທີ່ມາ: https://www.facebook.com/406167566171094/posts/3533056900148796/?d=n