1 ທັນວາ ວັນເອດໂລກ (World AIDS Day)


ໃນທຸກໆວັນທີ 1 ທັນວາຂອງທຸກໆປີ ໄດ້ຖືກຍົກໃຫ້ເປັນວັນເອດໂລກ ຈັດຂຶ້ນໂດຍ ອົງການອະນາໄມໂລກ (WHO) ໃນປີ 1988, ເພື່ອຮຽກຮ້ອງໃຫ້ມີການຢຸດຢັ້ງການແຜ່ລະບາດຂອງເຊື້ອເອດ ເຊິ່ງມັນໄດ້ພາກຊີວິດຂອງຄົນທົ່ວໂລກໄປ 25 ລ້ານຄົນແລ້ວ.

ວັນເອດໂລກ ມີສັນຍາລັກໂບສີແດງ (Red Ribbon) ເປັນສັນຍາລັກທີ່ໃຊ້ກັນທົ່ວໂລກ ເພື່ອສະແດງເຖິງຄວາມເປັນອັນໜຶ່ງອັນດຽວກັນ ລະຫວ່າງຜູ່ທີ່ຕິດເຊືອ HIV ແລະ ຜູ່ທີ່ຕ້ອງໃຊ້ຊີວິດຢູ່ຮ່ວມກັບຜູ່ຕິດເຊື້ອເອດ. ເຊິ່ງໃນແຕ່ລະປີກໍຈະມີຄຳຂວັນປະຈຳປີທີ່ແຕກຕ່າງກັນອອກໄປ, ສຳຫຼັບປີ 2020 ແມ່ນ “Global solidarity, shared responsibility”.

HIV ຫຍໍ້ມາຈາກ Human Immunodeficiency Virus ເຊື້ອໄວຣັສນີ້ເປັນສາເຫດຂອງໂຣກເອດ, ໂດຍເຊື້ອເອສໄອວີຈະເຂົ້າມາທຳລາຍເຊວເມັດເລືອດຂາວທີ່ມີໜ້າທີ່ສ້າງພູມຄຸ້ມກັນໃນຮ່າງກາຍໂຣກ ໃຫ້ຕໍ່ສູ້ກັບເຊື້ອໂຣກຕ່າງໆທີ່ເຂົ້າມາຮ່າງກາຍເມື່ອເຮົາປ່ວຍ.

AIDS ຫຍໍ້ມາຈາກ Acquired Immunodeficiency Syndrome (ໂຣກພູມຄຸ້ມກັນບົກພ່ອງ) ໂຣກນີ້ຈະເກີດຂຶ້ນເມື່ອລະບົບພູມຄຸ້ມກັນໃນຮ່າງກາຍຖືກເຊື້ອເອສໄອວີເຮັດໃຫ້ອອ່ນແອລົງ ຈົນເຖິງຂັ້ນທີ່ຮ່າງກາຍບໍ່ສາມາດຕ້ານທານເຊື້ອໂຣກຕ່າງໆໄດ້ອີກ ຈົນເລີ່ມຕິດເຊື້ອ ຫຼື ເກີດປ່ວຍເປັນໂຣກຕ່າງໆ.

ໂລກເອດ ເລີ່ມເປັນທີ່ຮູ້ຈັກຄັ້ງທຳອິດ ຕັ້ງແຕ່ປີ 1981 ທີ່ສະຫະລັດອາເມຣິກາ ຜູ່ປ່ວຍເປັນຊາຍຮັກຮ່ວມເພດ ປ່ວຍເປັນປອດບວມຈາກເຊື້ອ ນິວໂມຊີສຕີສ ແຄຣິນິອາຍ (Pneumocystis Carinii) ແຕ່ໃນຂະນະນັ້ນຈະຮູ້ຈັກພຽງກຸ່ມນ້ອຍໆເທົ່ານັ້ນ. ຕໍ່ມາມີການສຶກສາຍ້ອນຫຼັງພົບວ່າ ໂຣກນີ້ມີຕົ້ນກຳເນີດຈາກອາຟຣິກາຕາເວັນຕົກໃນປີ 1960 ແລະ ຕໍ່ມາກໍໄດ້ແຜ່ລະບາດໂລກນີ້ໄປຢ່າງໄວວາທົ່ວໂລກ ຈົນເຮັດໃຫ້ມີຕົວເລກຜູ່ຕິດເຊື້ອເປັນຈຳນວນຫຼາຍ ໂດຍວະເພາະຢ່າງຍິ່ງແມ່ນປະເທດທີ່ຢູ່ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຟຣິກາ.

ເພື່ອໃຫ້ທົ່ວໂລກຄຳນຶງເຖິງຄວາມສຳຄັນຂອງການປ້ອງກັນໂຣກເອດ ລວມເຖິງການສົ່ງເສີມໃຫ້ເກີດການຍອມຮັບ ແລະ ຫ່ວງໃຍຕໍ່ຜູ່ປ່ວຍ ຫຼື ຜູ່ຕິດເຊື້ອ ອົງການອະນາໄມໂລກຈຶ່ງກຳນົດເອົາວັນທີ 1 ທັນວາຂອງທຸກໆປີເປັນວັນເອດໂລກ ໂດຍມີຈຸດປະສົງດັ່ງນີ້:

  1. ເພື່ອໃຫ້ທຸກຄົນໄດ້ຄຳນຶງເຖິງອັນຕະລາຍຈາກການຕິດຕໍ່ ແລະ ການເຈັບປ່ວຍດ້ວຍໂຣກເອດ
  2. ເພື່ອສ້າງ ແລະ ສະໜັບສະໜຸນໃຫ້ມີການປ້ອງກັນໃຫ້ຫຼາຍຂຶ້ນໃນສັງຄົມທຸກລະດັບ
  3. ເພື່ອໃຫ້ມີການຈັດກິດຈະກຳຕໍ່ຕ້ານຕ່າງໆດຳເນີນໄປຢ່າງຕໍ່ເນື່ອງ
  4. ເພື່ອສົ່ງເສີມໃຫ້ເກີດການຍອມຮັບ ແລະ ຫ່ວງໃຍຕໍ່ຜູ່ປ່ວຍ ຫຼື ຜູ່ຕິດເຊື້ອ
  5. ເພື່ອເຜີຍແຜ່ຄວາມຮູ້ກ່ຽວກັບໂຣກເອດໃຫ້ກວ້າງຍິ່ງຂຶ້ນ

ຂອບໃຈຂໍ້ມູນຈາກ:

https://th.wikipedia.org/wiki/%E0%B8%A7%E0%B8%B1%E0%B8%99%E0%B9%80%E0%B8%AD%E0%B8%94%E0%B8%AA%E0%B9%8C%E0%B9%82%E0%B8%A5%E0%B8%81

http://www2.nmd.go.th/preventmed_joomla/images/AIDS/Aids59.pdf

https://hilight.kapook.com/view/31351