BRICS ອອກຖະແຫຼງການຮ່ວມ ຮຽກຮ້ອງໃຫ້ທຸກຝ່າຍ “ອົດກັ້ນຂັ້ນສູງສຸດ” ຕໍ່ວິິກິດການໃນຕາເວັນອອກກາງ
ກຸ່ມປະເທດ BRICS ໄດ້ຮັບຮອງເອົາຖະແຫຼງການນິວເດລີຢ່າງເປັນເອກະພາບ ໂດຍຮຽກຮ້ອງໃຫ້ທຸກຝ່າຍອົດທົນອົດກັ້ນຂັ້ນສູງສຸດຕໍ່ວິິກິດການໃນຕາເວັນອອກກາງ ເພື່ອສະກັດກັ້ນການຂະຫຍາຍຕົວຂອງສົງຄາມ ພ້ອມທັງຊຸກຍູ້ການແກ້ໄຂບັນຫາດ້ວຍແນວທາງການທູດ ແລະ ຕ້ານມາດຕະການລົງໂທດຝ່າຍດຽວທີ່ກະທົບຕໍ່ເສດຖະກິດໂລກ.
ຖະແຫຼງການດັ່ງກ່າວໄດ້ຖືກຮັບຮອງເອົາໃນມື້ທຳອິດຂອງກອງປະຊຸມສຸດຍອດຜູ້ນຳ BRICS ປະຈຳປີ ທີ່ນະຄອນຫຼວງນິວເດລີ ປະເທດອິນເດຍ ເຊິ່ງເກີດຂຶ້ນໃນໄລຍະທີ່ສະຫະລັດອາເມລິກາ ແລະ ອີຣານ ໄດ້ກັບມາຕອບໂຕ້ທາງທະຫານກັນອີກຄັ້ງ ຫຼັງຈາກທີ່ສະຖານະການໄດ້ງຽບສະຫງົບລົງໃນຊ່ວງເດືອນສິງຫາທີ່ຜ່ານມາ. ຕາມການລາຍງານຂອງ Reuter.
ການບັນລຸຂໍ້ຕົກລົງຮ່ວມກັນໃນຄັ້ງນີ້ຖືເປັນຄວາມສຳເລັດ ແລະ ເປັນສິ່ງທ້າທາຍຢ່າງຍິ່ງສຳລັບອິນເດຍໃນຖານະເຈົ້າພາບ ເນື່ອງຈາກກຸ່ມ BRICS ໃນປັດຈຸບັນປະກອບມີທັງປະເທດອີຣານ ແລະ ສະຫະລັດອາຣັບເອມິເຣດ (UAE) ເຊິ່ງເປັນພັນທະມິດທີ່ສຳຄັນຂອງສະຫະລັດ.
ໃນ “ຖະແຫຼງການນິວເດລີ” ບັນດາຜູ້ນຳໄດ້ສະແດງຄວາມກັງວົນຢ່າງເລິກເຊິ່ງຕໍ່ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນໃນພາກພື້ນຕາເວັນອອກກາງ ໂດຍຮຽກຮ້ອງໃຫ້ທຸກຝ່າຍຫຼີກລ່ຽງການກະທຳທີ່ຈະເຮັດໃຫ້ສະຖານະການຮ້າຍແຮງຂຶ້ນ ແລະ ຫັນມາໃຊ້ແນວທາງພະຫຸພາຄີທີ່ເຄົາລົບທັດສະນະຂອງແຕ່ລະຊາດ.
ພ້ອມດຽວກັນນີ້ ຖະແຫຼງການຍັງໄດ້ຢ້ຳຄືນເຖິງຄວາມມຸ່ງໝັ້ນໃນການແກ້ໄຂຂໍ້ຂັດແຍ່ງລະຫວ່າງປະເທດໂດຍສັນຕິວິທີ ຜ່ານການໂອ້ລົມສົນທະນາ ແລະ ການທູດ.
ນອກຈາກປະເດັນດ້ານຄວາມໝັ້ນຄົງແລ້ວ ກຸ່ມ BRICS ຍັງໄດ້ສະແດງຄວາມກັງວົນຕໍ່ການເພີ່ມຂຶ້ນຂອງມາດຕະການດ້ານພາສີ ແລະ ການກີດກັນທາງການຄ້າແບບຝ່າຍດຽວ ເຊິ່ງເປັນການບິດເບືອນການຄ້າໂລກ ໂດຍສະເພາະໃນສະພາບການທີ່ສະຫະລັດອອກມາດຕະການຂວ້ຳບາດຕໍ່ອີຣານ ແລະ ຣັດເຊຍໃນປັດຈຸບັນ. ທັງນີ້ ກຸ່ມ BRICS ປະກອບມີຊາດສະມາຊິກຄື: ບຣາຊິນ, ຣັດເຊຍ, ອິນເດຍ, ຈີນ, ອາຟຣິກາໃຕ້, ເອຢິບ, ເອທິໂອເປຍ, ອິນໂດເນເຊຍ, ອີຣານ ແລະ ສະຫະລັດອາຣັບເອມິເຣດ.
#LaoXperts #BRICS #NewDelhiSummit #MiddleEastCrisis #GlobalPolitics #ຂ່າວຕ່າງປະເທດ #ເສດຖະກິດໂລກ #ການເມືອງໂລກ


