IMF ຊີ້ເສດຖະກິດໂລກປີ 2026 ຍັງມີແນວໂນ້ມເຕີບໂຕທີ່ 3% ແຕ່ເຕືອນຄວາມສ່ຽງຍັງຢູ່ໃນລະດັບສູງ
ກອງທຶນການເງິນລະຫວ່າງປະເທດ (IMF) ເຜີຍເສດຖະກິດໂລກສາມາດຮັບມືກັບວິກິດພະລັງງານຈາກສົງຄາມຕາເວັນອອກກາງໄດ້ດີເກີນຄາດ ໂດຍຕັ້ງເປົ້າການເຕີບໂຕທີ່ 3% ໃນປີ 2026. ແນວໃດກໍຕາມ, IMF ເຕືອນວ່າຄວາມສ່ຽງຍັງຄົງຮ້າຍແຮງ ຈາກພາວະໜີ້ສິນສາທາລະນະທົ່ວໂລກທີ່ຈໍ່ທະລຸ 100% ຂອງ GDP ແລະ ບັນຫາເງິນເຟີ້ທີ່ຍັງຄົງຄ້າງ ເຊິ່ງອາດສັ່ນຄອນສະຖຽນລະພາບໃນໄລຍະຍາວ. Reuter ລາຍງານ.
ນາງ ຈູລີ ໂຄແຊັກ (Julie Kozack) ໂຄສົກຂອງ IMF ໄດ້ເປີດເຜີຍວ່າ ເຖິງແມ່ນວ່າໂລກຈະຜະເຊີນກັບສົງຄາມໃນຕາເວັນອອກກາງມາເປັນເວລາເຄິ່ງປີ ແຕ່ເສດຖະກິດໂລກກໍຍັງສະແດງໃຫ້ເຫັນເຖິງຄວາມຢືດຢຸ່ນ.
ຫຼາຍປະເທດສາມາດຮັບມືກັບແຮງສັ່ນສະເທືອນທາງພະລັງງານໂດຍການນຳໃຊ້ຄັງສຳຮອງນ້ຳມັນ ແລະ ອາຍແກັສ, ການຫັນໄປຫາແຫຼ່ງພະລັງງານໃໝ່ ລວມເຖິງການອອກມາດຕະການຄວບຄຸມຄວາມຕ້ອງການໃນຕະຫຼາດ.
ແຕ່ລາວຍັງໄດ້ເນັ້ນຢ້ຳວ່າວິກິດການຄັ້ງນີ້ຍັງບໍ່ທັນສິ້ນສຸດ ລາຄາພະລັງງານຍັງຄົງຊົງຕົວໃນລະດັບສູງ ໃນຂະນະທີ່ຂະບວນການຫຼຸດຜ່ອນອັດຕາເງິນເຟີ້ທີ່ເລີ່ມມາຈາກວິກິດຄ່າຄອງຊີບໃນປີ 2022 ກັບມາຢຸດສະງັກລົງ.
ປັດຈຸບັນ ເສດຖະກິດໂລກກຳລັງຖືກດຶງໄປໃນສອງທິດທາງທີ່ກົງກັນຂ້າມກັນ ໂດຍມີຜົນກະທົບທາງລົບຈາກການຂາດແຄນພະລັງງານທີ່ດັນໃຫ້ລາຄາສິນຄ້າກະເສດ, ປຸ໋ຍ ແລະ ອາຫານຖີບຕົວສູງຂຶ້ນ ແຕ່ໃນຂະນະດຽວກັນກໍໄດ້ຮັບແຮງຍູ້ໃນທາງບວກຈາກວົງຈອນເຕັກໂນໂລຊີທີ່ຂັບເຄື່ອນດ້ວຍ AI ເຊິ່ງກະຕຸ້ນໃຫ້ເກີດຄວາມຕ້ອງການໃນຕະຫຼາດຢ່າງມະຫາສານ.
ການຄາດການການເຕີບໂຕທີ່ 3% ໃນປີ 2026 ຖືເປັນຕົວເລກທີ່ຊ້າລົງເມື່ອທຽບກັບຄ່າສະເລ່ຍ 3.5% ຂອງປີ 2024 ແລະ 2025 ລວມທັງຫຼຸດລົງຈາກທີ່ເຄີຍຄາດການໄວ້ທີ່ 3.1% ໃນເດືອນເມສາ.
ສາເຫດສຳຄັນແມ່ນມາຈາກສົງຄາມທີ່ແກ່ຍາວ ແລະ ຂະຫຍາຍວົງກວ້າງອອກໄປ ໂດຍສະເພາະການຍົກລະດັບການໂຈມຕີລະຫວ່າງອະເມລິກາ ແລະ ອີຣານ ລວມເຖິງກິດຈະກຳທາງທະຫານທີ່ເພີ່ມຂຶ້ນໃນເຢເມນ.
ນອກຈາກວິກິດພະລັງງານທີ່ອາດຮຸນແຮງຂຶ້ນເມື່ອເຂົ້າສູ່ລະດູໜາວໃນຊີກໂລກເໜືອແລ້ວ ຄວາມກົດດັນດ້ານໜີ້ສິນສາທາລະນະກໍພວມເປັນໄພຂົ່ມຂູ່ໃຫຍ່ ໂດຍສະເພາະໃນກຸ່ມປະເທດທີ່ພັດທະນາແລ້ວ ທີ່ໜີ້ສິນພວມເພີ່ມຂຶ້ນຈົນແຕະລະດັບສູງສຸດນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2.
ໃນຂະນະດຽວກັນ ບັນຫາສະພາບຄ່ອງຍັງເລີ່ມກໍ່ຕົວຂຶ້ນໃນກຸ່ມປະເທດກຳລັງພັດທະນາ ໂດຍສະເພາະໃນອາຟຣິກາ ຍ້ອນການຊ່ວຍເຫຼືອແບບທະວິພາຄີທີ່ຫຼຸດລົງ.
ເພື່ອຮັບມືກັບສິ່ງທ້າທາຍເຫຼົ່ານີ້, IMF ໄດ້ຮຽກຮ້ອງໃຫ້ທະນາຄານກາງທົ່ວໂລກຍຶດໝັ້ນໃນການຮັກສາສະຖຽນລະພາບທາງດ້ານລາຄາ ພ້ອມທັງຊຸກຍູ້ໃຫ້ລັດຖະບານປະເທດຕ່າງໆວາງແຜນຫຼຸດຜ່ອນການຂາດດຸນ ແລະ ໜີ້ສິນໃນໄລຍະກາງຢ່າງຊັດເຈນ ໂດຍບໍ່ຈຳເປັນຕ້ອງຮີບຮ້ອນເຮັດພາຍໃນຂ້າມຄືນ.
ນອກຈາກນີ້ ຍັງເນັ້ນໜັກໃຫ້ເລັ່ງການປະຕິຮູບທາງດ້ານໂຄງສ້າງເພື່ອສ້າງໂອກາດໃນການເຕີບໂຕ.
#LaoXperts #IMF #ເສດຖະກິດໂລກ #ອັດຕາເງິນເຟີ້ #ວິກິດພະລັງງານ #ໜີ້ສິນສາທາລະນະ #GlobalEconomy2026


