ປົກເວັບ 2026 08 22T095412 960

ດອກປີກໄກ່ລາວສ້າງປະຫວັດສາດ! ໄຊຍະລາດ ໂຄ່ນມື 1 ມຽນມາ ຄວ້າຫຼຽນຄຳຊີງແຊ້ມອາຊຽນ 2026

ວົງການກິລາລາວຈາລຶກປະຫວັດສາດໜ້າໃໝ່ອີກຄັ້ງ ເມື່ອ ທ້າວ ໄຊຍະລາດ ສຸກສະຫວັດ ຜະງາດຄວ້າຫຼຽນຄຳຊາຍດ່ຽວ U-23 ໃນສຶກດອກປີກໄກ່ຊີງແຊ້ມອາຊຽນລະດັບພາກພື້ນ 2026 ທີ່ກຳປູເຈຍ. ໄຊຊະນະນີ້ບໍ່ພຽງແຕ່ເປັນການຍົກລະດັບມາດຕະຖານກິລາລາວ ແຕ່ຍັງເປັນການສ້າງແຮງບັນດານໃຈອັນຍິ່ງໃຫຍ່ໃຫ້ແກ່ເຍົາວະຊົນຮຸ່ນໃໝ່ໃນການກ້າວສູ່ເວທີສາກົນຢ່າງເຕັມພາກພູມ.

ໃນການແຂ່ງຂັນດອກປີກໄກ່ ເຍົາວະຊົນ-ໄວໜຸ່ມ ຊີງແຊ້ມອາຊຽນ 2026 (Badminton Asia Southeast Asia Regional Championships 2026) ເຊິ່ງຈັດຂຶ້ນທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ໃນລະຫວ່າງວັນທີ 15–21 ສິງຫາ 2026 ທີ່ຜ່ານມາ, ທັບນັກກິລາທີມຊາດລາວໄດ້ສ້າງຜົນງານອັນໂດດເດັ່ນໃນເວທີພາກພື້ນ. ໜັງສືພີມເສດຖະກິດການຄ້າລາຍງານ.

ຈຸດໄຄລແມັກທີ່ສ້າງຄວາມຕື່ນເຕັ້ນໃຫ້ກັບແຟນກິລາແມ່ນນັດຊີງຊະນະເລີດ ປະເພດຊາຍດ່ຽວ ຮຸ່ນອາຍຸບໍ່ເກີນ 23 ປີ ໂດຍ ທ້າວ ໄຊຍະລາດ ສຸກສະຫວັດ ນັກກິລາດາວຮຸ່ງຈາກສະໂມສອນກັບຕັນ ເຊິ່ງເປັນມືວາງອັນດັບ 2 ຂອງລາຍການ ໄດ້ສະແດງສະປິລິດນັກສູ້ທີ່ບໍ່ຍອມແພ້ ພິກສະຖານະການກັບມາເອົາຊະນະ Nyan Shaine Lin ມືວາງອັນດັບ 1 ຈາກມຽນມາ ໄປແບບສຸດມັນ 2-1 ເກມ ດ້ວຍຄະແນນ 7-15, 15-12 ແລະ 20-18 ກາຍເປັນຫຼຽນຄຳປະຫວັດສາດປະເພດຊາຍດ່ຽວຂອງລາວໃນລາຍການນີ້ຢ່າງສົມກຽດ.

ຄວາມສຳເລັດດັ່ງກ່າວຖືເປັນການສານຕໍ່ຄວາມຍິ່ງໃຫຍ່ຈາກປີຜ່ານມາ ທີ່ນັກກິລາດອກປີກໄກ່ຍິງທີມຊາດລາວ ນາງ ພຸດສະຫວັນ ດາວປະສິດ ເຄີຍສ້າງຊື່ສຽງຄວ້າຫຼຽນຄຳທຳອິດໃນປະເພດຍິງດ່ຽວ U-23 ມາແລ້ວ.

ນອກຈາກຜົນງານຫຼຽນຄຳປະຫວັດສາດໃນປີນີ້, ທ້າວ ໄຊຍະລາດ ຍັງໄດ້ຈັບຄູ່ກັບ ທ້າວ ໄຊຍະສອນ ແກ້ວໄຊ ຍາດໄດ້ຫຼຽນເງິນໃນປະເພດຊາຍຄູ່ U-23 ອີກດ້ວຍ. ພ້ອມດຽວກັນນັ້ນ, ທັບນັກກິລາຮຸ່ນເຍົາວະຊົນລາວຍັງສ້າງຜົນງານລວມໄດ້ຢ່າງໜ້າປະທັບໃຈ ໂດຍສາມາດກວາດມາໄດ້ຕື່ມອີກ 2 ຫຼຽນເງິນຈາກປະເພດຍິງຄູ່ U-19 ແລະ ຍິງຄູ່ U-16 ພ້ອມທັງຍາດໄດ້ອີກເຖິງ 5 ຫຼຽນທອງຈາກຫຼາກຫຼາຍຮຸ່ນອາຍຸ ທັງປະເພດຊາຍຄູ່, ຄູ່ປະສົມ, ຊາຍດ່ຽວ ແລະ ຍິງດ່ຽວ ໃນຮຸ່ນ U-16 ແລະ U-19.

ພາບລວມຂອງຜົນງານ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 5 ຫຼຽນທອງ ຈາກນັກກິລາຕັ້ງແຕ່ຮຸ່ນອາຍຸ 16 ປີ ຈົນເຖິງ 23 ປີ ໃນການແຂ່ງຂັນລະດັບພາກພື້ນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງການວາງຮາກຖານອັນໜັກແໜ້ນ ແລະ ການພັດທະນາຢ່າງກ້າວກະໂດດຂອງວົງການດອກປີກໄກ່ລາວ ເຊິ່ງຈະກາຍເປັນກຳລັງສຳຄັນໃນການຕໍ່ຍອດຄວາມສຳເລັດ ແລະ ສ້າງຊື່ສຽງໃຫ້ກັບປະເທດຊາດໃນອະນາຄົດອັນໃກ້ນີ້ຢ່າງແນ່ນອນ.

#LaoX #BadmintonLaos #ທີມຊາດລາວ #ໄຊຍະລາດສຸກສະຫວັດ #ກິລາລາວ #ແຊ້ມອາຊຽນ2026 #ດອກປີກໄກ່ຊາຍດ່ຽວ

Comments are disabled