Tik Tok ເປັນ App ທີ່ສ້າງກະແສວີດີໂອຢູ່ເທິງ Social ໄດ້ຢ່າງໜ້າອັດສະຈັນ ເຊິ່ງເຮັດໃຫ້ YouTube ເລັ່ງຈະສ້າງ App ເພື່ອແຂ່ງກັບ Tik Tok ໂດຍກົງ ໂດຍເປັນ App ສຳຫຼັບໃຫ້ຜູ້ໃຊ້ສ້າງ Content ວີດີໂອຂະໜາດສັ້ນທີ່ເອີ້ນວ່າ: Shorts
ຫາກເບິ່ງໃນດ້ານສະຖິຕິນັ້ນ App Annie ໄດ້ລາຍງານເມື່ອເດືອນມັງກອນ 2020 ວ່າ App Tik Tok ມີການເຕີບໂຕຂຶ້ນ 125% ໃນຊ່ວງ 2 ປີຫຼັງນີ້ ໂດຍມີຜູ້ໃຊ້ຈຳນວນຫຼາຍຮ້ອຍລ້ານ User ແລະ ທາງ The Information ກໍໄດ້ລາຍງານວ່າມີການດາວໂຫລດໃນເທື່ອທຳອິດເກືອບ 845 ລ້ານຄັ້ງ ຈາກ Store ຂອງທັງ Apple ແລະ Google ໃນຊ່ວງ 12 ເດືອນທີ່ຜ່ານມານີ້ ເຊິ່ງຄິດເປັນຈຳນວນເພີ່ມຂຶ້ນ 15% ເມື່ອທຽບກັບເມື່ອເດືອນ ມັງກອນ 2019.
ນັ້ນເປັນໜຶ່ງໃນປັດໄຈສຳຄັນທີ່ YouTube ຕ້ອງການທີ່ຈະສ້າງ App ເພື່ອແບ່ງສ່ວນໃນຕະຫຼາດຈາກ Tik Tok.
![](https://laox.la/wp-content/uploads/2020/11/image-98.png)
The Information ໄດ້ລາຍງານວ່າ Shorts ຈະໃຫ້ຜູ້ໃຊ້ອັບໂຫລດວີດີໂອຂະໜາດສັ້ນລົງເທິງຟີດຂອງ App ເຊິ່ງຟັງເບິ່ງເຜີນໆອາດຈະຄ້າຍຄືແນວທາງຂອງ Tik Tok ຢູ່. ແຕ່ YouTube ສາມາດນຳເພງຈຳນວນຫຼາຍທີ່ໄດ້ຮັບສິດໃຫ້ຫຼິ້ນເທິງ YouTube Music ມາໃຊ້ປະໂຫຍດໄດ້ເຕັມທີ່.
ນັ້ນໝາຍຄວາມວ່າຜູ້ໃຊ້ Shorts ສາມາດນຳເອົາເພງເຫຼົ່ານັ້ນມາໃສ່ໃນວີດີໂອໄດ້. ໃນຂະນະທີ່ຜູ້ໃຊ້ Tik Tok ຈະມີພຽງສຽງ ແລະ ເພງທີ່ຖືກເລືອກມາລົງໃນ App ໃຫ້ໃຊ້ເທົ່ານັ້ນ.
![](https://laox.la/wp-content/uploads/2020/11/image-99.png)
ນີ້ບໍ່ແມ່ນເທື່ອທຳອິດທີ່ YouTube ພະຍາຍາມພັດທະນາ Platform ໃນຮູບແບບຂອງຕົນເອງເພື່ອແຂ່ງກັບ Platform Social ອື່ນໆ ແລະ ຫາກພິຈາລະນາຈາກຖານຜູ້ໃຊ້ປະຈຳທຸກເດືອນທີ່ມີຢູ່ຫຼາຍກວ່າ 2,000 ລ້ານ User ລວມເຖິງສິດໃນການໃຊ້ເພງຕ່າງໆແລ້ວນັ້ນ ການທີ່ YouTube ຈະຫັນມາພັດທະນາ Platform ໃນລັກສະນະດຽວກັບ Tik Tok ຈຶ່ງບໍ່ແມ່ນສິ່ງທີ່ເກີນຄາດເດົາເທົ່າໃດ.
ນອກຈາກນີ້ Facebook ກໍຍັງໄດ້ພັດທະນາ App ໃນລັກສະນະດຽວກັບ Tik Tok ອີກດ້ວຍໃນຊື່ Lasso ໂດຍໄດ້ເປີດໃຫ້ທົດສອບແບບມິດໆໃນປະເທດບາຊິວ.
ທີ່ມາ: https://www.beartai.com/news/mobilenews/420175?ldtag_cl=GE0v0B7gSHCFv2sbb8IowQAA