ບໍລິສັດເອກະຊົນສຳປະທານດິນ 3.000 ກວ່າເຮັກຕາ ປູກຫຍ້າ ແລະ ລ້ຽງງົວ ເພື່ອສົ່ງອອກ


ກຸ່ມບໍລິສັດ ດວງຈະເລີນ ກໍ່ສ້າງ ຈຳກັດ ສຳປະທານທີ່ດິນລັດ 3.000 ກວ່າເຮັກຕາ ຢູ່ແຂວງ ບໍ່ແກ້ວ ເພື່ອປູກຫຍ້າ ແລະ ລ້ຽງງົວ ເພື່ອຕອບສະໜອງຄວາມຕ້ອງການຊີ້ນງົວຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ໂດຍແນໃສ່ຕະຫຼາດຈີນເປັນຕະຫຼາດຫຼັກ.

ອີງຕາມການລາຍງານຂອງ ໜັງສືພິມ ເສດຖະກິດ-ການຄ້າ, ທ່ານ ຄຳຝາຍ ສີລາຊາ ປະທານ ກຸ່ມບໍລິສັດ ດວງຈະເລີນ ກໍ່ສ້າງ ຈຳກັດ ໃນນາມຜູ້ພັດທະນາປູກຝັງ ແລະ ລ້ຽງສັດຢູ່ແຂວງບໍ່ແກ້ວ ກ່າວວ່າ: ໂຄງການດັ່ງກ່າວ ເລີ່ມມາແຕ່ປີ 2021 ໄດ້ສຳປະທານດິນທັງໝົດ 5 ຕອນເນື້ອທີ່ລວມ 3.687 ເຮັກຕ້າ ຕັ້ງຢູ່ໃນເນືອທີ່ຂອງ 2 ເມືອງໃນແຂວງບໍ່ແກ້ວ, ເນື້ອທີ່ສ່ວນຫຼາຍແມ່ນເປັນເຂດພູດອຍ ສະຫຼັບກັບພູພຽງ ເໝາະສຳລັບການປູກຝັງລ້ຽງສັດ.

ໂດຍໂຄງການດັ່ງກ່າວ ໄດ້ທົດລອງລ້ຽງງົວຢູ່ 4 ສາຍພັນ ປະກອບມີ ສາຍພັນ ແອັງກາສ ວາກິວ ນຳເຂົ້າຈາກ ອອສເຕຣເລຍ ຈຳນວນ 450 ໂຕ, ສາຍພັນ ບຣາມັນ ນຳເຂົ້າຈາກປະເທດໄທ 370 ໂຕ, ສາຍພັນ ລູກປະສົມ ບຣາມັນ ແລະ ສາຍພັນງົວລາດພື້ນເມືອງລາວ ຈໍານວນ 2.000 ໂຕ ລວມທັງໝົດ 3.620 ໂຕ ມາຮອດປັດຈຸບັນ ທາງບໍລິສັດ ສາມາດນຳຜະລິດຕະພັນຈາກງົວໃນຟາມອອກຈຳໜ່າຍໄປຕ່າງປະເທດໄດ້ແລ້ວ 1.000 ກວ່າໂຕ.

ທ່ານ ຄຳຝາຍ ສີລາຊາ ກ່າວຕື່ມອີກວ່າ: ທິດທາງການຈຳໜ່າຍງົວອອກໄປທັງພາຍໃນ ແລະ ຕ່າງປະເທດ ຕາມແຜນຂອງບໍລິສັດ ການຈຳໜ່າຍງົວ ສາຍພັນ ແອັງກາສ ວາກິວ ແມ່ນຈະຂາຍໃຫ້ຕະຫຼາດລາວ ແລະ ສົ່ງອອກປະເທດໄທ, ສ່ວນສາຍພັນ ບຣາມັນ ຂາຍໃນຕະຫຼາດລາວ ແລະ ຈີນ, ສາຍພັນງົວລາດພື້ນເມືອງລາວ ຂາຍໃນຕະຫຼາດລາວ ແລະ ສົ່ງອອກຫວຽດນາມ.

ແຕ່ຢ່າງໃດກໍຕາມ ການນຳສົ່ງອອກສິນຄ້າ ໂດຍສະເພາະ ງົວ ໄປຕ່າງປະເທດ ກໍຍັງມີຄວາມຫຍຸ້ງຍາກ ແລະ ທ້າທາຍຢູ່. ໂດຍທ່ານ ຄຳຜ�