5 ແຜນ 5 ວາລະ! ເພື່ອສຸມໃສ່ແກ້ໄຂເສດຖະກິດ-ການເງິນໃຫ້ດີຂຶ້ນ ແລະ ເປັນຮູບປະທຳຕົວຈິງ


ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດວຽກງານໂຄສົກລັດຖະບານ ຖະແຫລງຕໍ່ສື່ມວນຊົນ ຕອນແລງວັນທີ  21 ມັງກອນ 2022 ທີ່ສໍານັກນາຍົກລັດຖະມົນຕີ ເຖິງຜົນຂອງກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນມັງກອນ ປີ 2022. ທ່ານ ນ. ທິບພະກອນ ຈັນທະວົງສາ ກ່າວວ່າ: ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນມັງກອນ ປີ 2022 ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 20 ແລະ ປິດລົງໃນຕອນແລງຂອງວັນທີ 21 ມັງກອນ 2022 ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ບັນດາທ່ານສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ໄດ້ມີວາລະດັ່ງນີ້:

1. ຕໍ່ວ່າລະ ການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ກອງປະຊຸມໄດ້ເຫັນດີຮັບຮອງເອົາການລາຍງານດັ່ງກ່າວ ແລະ ໄດ້ຊີ້ນໍາໃຫ້ຄະນະສະເພາະກິດ ເອົາໃຈໃສ່ສືບຕໍ່ຕິດຕາມການຜັນແປຂອງພະຍາດ ໃນແຕ່ລະໄລຍະ ເພື່ອສາມາດດັບປັບມາດຕະການແກ້ໄຂ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ. ໂດຍສະເພາະແມ່ນການກຳນົດຈໍານວນມື້ໃນການຈໍາກັດບໍລິເວນໃຫ້ຊັດເຈນ ແລະ ຕົວຈິງ; ກໍານົດແຜນສັກວັກຊີນໃຫ້ລະອຽດ, ມີຄາດໝາຍເວລາຈະແຈ້ງ ໂດຍຕິດພັນກັບການສືບຕໍ່ໂຄສະນາເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ ແລະ ຮ່ວມມືຈັດຕັ້ງປະຕິບັດ.

2. ວາລະທີ 2 ກອງປະຊຸມໄດ້ຮັບຟັງການລາຍງານ ຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ກ່ຽວກັບຂໍ້ຫຍຸ້ງຍາກ ໃນການດຳເນີນທຸລະກິດຢູ່ປະເທດເຮົາ.

ຕໍ່ການລາຍງານດັ່ງກ່າວ ກອງປະຊຸມ ໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນ ກວດກາ ຄືນບັນດານະ ໂຍບາຍ ກໍຄືນິຕິກໍາຕ່າງໆ ທີ່ໄດ້ປະກາດໃຊ້ແລ້ວ, ທັງປັບປຸງໃຫ້ມີຄວາມສອດຄ່ອງ, ຮັບປະກັນໃຫ້ມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ.

ໃຫ້ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ສືບຕໍ່ເອົາໃຈໃສ່ປັບປຸງການເຄື່ອນໄຫວຂອງຕົນ ໂດຍສະເພາະການສ້າງ ກຸ່ມ ຫຼື ສະມາຄົມທຸລະກິດ ທີ່ຍັງບໍ່ທັນມີ.  ພ້ອມດຽວກັນນີ້ ກໍຕ້ອງໄດ້ປັບປຸງທັດສະນະຄະຕິ ຂອງຜູ້ປະກອບການໃຫ້ຖືກຕ້ອງ, ຕີຖອຍແນວຄິດຄອງເດີມ, ຕ້ອງມີການແຂ່ງຂັນກັນ ພັດທະນາທຸລະກິດຕົນໄປຕາມທິດຫັນເປັນທັນສະໄໝ, ສາມາດເຊື່ອມໂຍງ, ເຊື່ອມຈອດກັບພາກພື້ນ ແລະ ສາກົນ ໄດ້, ດໍາເນີນທຸລະກິດ ໃຫ້ຖືກຕ້ອງ ສອດຄ່ອງຕາມກົດໝາຍ ແລະ ລະບຽບການ.

3. ວາລະທີ 3 ກອງປະຊຸມ ໄດ້ຮັບຟັງ ແລະ ໄດ້ຮັບຮອງເອົາ ລາຍງານການກະກຽມຄວາມພ້ອມ ໃຫ້ແກ່ກອງປະຊຸມທົ່ວປະເທດ ເພື່ອສະຫຼຸບຂະບວນການຮັກຊາດ ແລະ ພັດທະນາຕິດພັນກັບວຽກງານ 3 ສ້າງ ໂດຍເຫັນດີ ໃຫ້ຈັດກອງປະຊຸມແບບເຊິ່ງໜ້າ ແລະ ແຕ່ງຕັ້ງຄະນະຮັບຜິດຊອບເພື່ອກັ່ນຕອງບັນດາເປົ້າໝາຍ ທີ່ຈະໄດ້ຮັບການຍ້ອງຍໍ ແລະ ຄົ້ນຄວ້າມາດຖານເງື່ອນໄຂການຍ້ອງຍໍໃນຕໍ່່ໜ້າ.

4. ວາລະທີ 4 ກອງປະຊຸມໄດ້ຮັບຟັງ ແລະ ເຫັນດີຮັບຮອງເອົາທິດຜັນຂະຫຍາຍຜົນກອງປະຊຸມ ຄັ້ງທີ 44 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ສປປ ລາວ ແລະ ສສ ຫວຽດນາມ ປະຈຳປີ 2022. ມອບໃຫ້ຂະແໜງການ-ອົງການກ່ຽວຂ້ອງ ນໍາເອົາຜົນຂອງກອງປະຊຸມ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເຂົ້າໃນແຜນວຽກຕົວຈິງຕາມພາລະບົດບາດຂອງຕົນ ໃຫ້ໄດ້ຮັບຜົນດີ.

ໂດຍໃຫ້ກະຊວງທີ່ກ່ຽວຂ້ອງນໍາເອົາເນື້ອໃນຈິດໃຈ ຂອງບັນດາເອກະສານ ທີ່ໄດ້ລົງນາມຮ່ວມກັນ 09 ສະບັບ ຂອງກອງປະຊຸມ ຄັ້ງທີ 44 ນີ້ໄປເຜີຍແຜ່ ແລະ ຈັດຕັ້ງປະຕິບັດໃຫ້ເປັນເອກະພາບກັນ ທັງຕິດຕາມ, ກວດກາການຈັດຕັ້ງຜັນຂະຫຍາຍແຜນການຮ່ວມມື ປະຈໍາປີ 2022 ແລະ ສະຫຼຸບລາຍງານ ເພື່ອຂໍທິດຊີ້ນໍາຈາກລັດຖະບານ ຢ່າງເປັນປົກກະຕິ.

5. ວາລະທີ 5 ກອງປະຊຸມໄດ້ພິຈາລະນາ ໃນດ້ານຫຼັກການຮັບຮອງເອົາບັນດານິຕິກໍາ ດັ່ງນີ້: (1) ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງ. (2) ຮ່າງດໍາລັດວ່າດ້ວຍເຂດສະຫງວນທາງຫຼວງ. (3) ຮ່າງດໍາລັດວ່າດ້ວຍການຂ້າສັດ, ທໍາລາຍຊາກສັດ ແລະ ຊົດເຊີຍ.(4) ຮ່າງວິໄສທັດຮອດປີ 2035 ຍຸດທະສາດການພັດທະນາວຽກງານນ້ຳປະປາ ແລະ ສຸຂາພິບານໄລຍະ 09 ປີ (2022-2030) ແລະ ແຜນພັດທະນາໄລຍະ 04 ປີ (2022-2025) ແລະ (5) ຮ່າງນະໂຍບາຍການສົ່ງເສີມການລ້ຽງສັດຕ່າງໆລວມທັງສັດນ້ຳ.

ມອບໃຫ້ຄະນະຮັບຜິດຊອບບັນດາຮ່າງນິຕິກໍາ ທີ່ລາຍງານຕໍ່ກອງປະຊຸມ ໃນຄັ້ງນີ້ ປະສານສົມທົບກັບພາກສ່ວນກ່ຽວຂ້ອງນຳໄປປັບປຸງຕາມການປະກອບຄຳເຫັນ ຂອງບັນດາທ່ານສະມາຊິກລັດຖະບານ ພ້ອມທັງຮຽບຮຽງຄືນ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດປະກາດໃຊ້ໄດ້.

ສຳລັບຮ່າງກົດໝາຍ, ພາຍຫຼັງປັບປຸງສໍາເລັດແລ້ວ ສົ່ງໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອສະເໜີຄະນະປະຈໍາສະພາແຫ່ງຊາດ ພິຈາລະນາຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX. ສໍາລັບດໍາລັດ, ຮ່າງວິໄສທັດ ແລະ ຮ່າງນະໂຍບາຍ ພາຍຫຼັງປັບປຸງສໍາເລັດແລ້ວ ສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງນາມປະກາດໃຊ້ຕາມລະບຽບການ.

– ພໍ່ແມ່ ພີ່ນ້ອງຊາວລາວ ໃນທົ່ວປະເທດ ບັນດາທ່ານຜູ້ຊົມ, ຜູ້ຟັງ ທີ່ນັບຖື ແລະ ຮັກແພງ,

 ສໍາລັບທິດທາງແຜນວຽກຈຸດສຸມ ປະຈຳເດືອນ ເດືອນກຸມພາ ປີ 2022, ລັດຖະບານ ຈະໄດ້ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທໍາຫຼາຍຂຶ້ນ ໂດຍສະເພາະແມ່ນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການສົ່ງເສີມການຜະລິດ, ການແກ້ໄຂຄວາມຫຍຸ້ງຍາກໃນການດຳເນີນທຸລະກິດ, ການນຳໃຊ້ລົດລັດ ແລະ ລົດທີ່ນຳໃຊ້ບໍ່ຖືກຕ້ອງຕາມກົດໝາຍ, ການຂຸດຄົ້ນແຮ່ທາດ, ການສົ່ງອອກສິນຄ້າຢູ່ດ່ານຊາຍແດນ ແລະ ບັນຫາທີ່ດິນ ໄປຄຽງຄູ່ກັບການດຳເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ດັ່ງນີ້:

1) ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

 – ສືບຕໍ່ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ ໂດຍເພີ່ມທະວີການສົມທົບແໜ້ນການເຄື່ອນໄຫວຂອງກຳລັງທຸກຂັ້ນກັບການມີສ່ວນຮ່ວມຂອງປວງຊົນ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ,ໃນນີ້ລວມທັງການປ້ອງກັນສະຖານທີ່ສຳຄັນຕ່າງໆ ທັງເພີ່ມຄວາມເອົາໃຈໃສ່ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເຂົ້າສູ່ລວງເລິກ ແລະ ຈັດຕັ້ງປະຕິບັດຢ່າງຈິງຈັງ.

 2) ຂົງເຂດເສດຖະກິດ.

 – ສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2022 ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍຄືການເປີດປະເທດ ເພື່ອຟື້ນຟູເສດຖະກິດ ໃນເງື່ອນໄຂການຢູ່ກັບໂຄວິດ 19 ຢ່າງແຂງແຮງ ແລະ ໄດ້ຮັບຜົນດີກວ່າເກົ່າ.

– ເພີ່ມຄວາມເອົາໃຈໃສ່ ແກ້ໄຂບັນຫາສິ່ງກີດຂວາງຕ່າງໆ ໃຫ້ແກ່ການລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ມີການຫັນປ່ຽນແທ້ ແລະ ມີປະສິດທິຜົນສູງຂຶ້ນ. ເລັ່ງຈັດຕັ້ງປະຕິບັດບັນດາໂຄງການແຮ່ທາດ ແລະ ການເຮັດທົດລອງທຸລະກິດດິຈິຕອນ ທີ່ລັດຖະບານ ໄດ້ອະນຸຍາດໃຫ້ເຮັດທົດລອງໄປແລ້ວນັ້ນ ໃຫ້ມີຄວາມຄືບໜ້າ ແລະ ມີປະສິດທິຜົນ.

 – ສືບຕໍ່ປະຕິບັດມາດຕະການ ໃນການຈັດເກັບລາຍຮັບພາສີ, ອາກອນ ແລະ ຄ່າບໍລິການຕ່າງໆ ຢູ່ບັນດາດ່ານສາກົນ ເປັນທັນສະໄໝ ຕາມມະຕິວ່າດ້ວຍການຮັບຮອງແຜນການປະຕິບັດງານຕົວຈິງ ກ່ຽວກັບການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານເປັນທັນສະໄໝ ໃນໄລຍະ 05 ປີ (2021-2025).

ລົງເລິກການປະເມີນແກ້ໄຂບັນຫານໍາເຂົ້າລົດບໍ່ຖືກຕ້ອງ ຕາມຄໍາສັ່ງຂອງນາຍົກລັດຖະມົນຕີ  ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ທີ່ນໍາເຂົ້າ ແລະ ນໍາໃຊ້ຍານພາຫະນະທຸກປະເພດ ແບບບໍ່ຖືກຕ້ອງ ເລກທີ 20/ນຍ ເພື່ອໃຫ້ສາມາດຖອດຖອນບົດຮຽນໄດ້.

– ສືບຕໍ່ສຸມໃສ່ການປັບປຸງລັດວິສາຫະກິດ ຕາມມະຕິ ເລກທີ 10/ລບ ລວມທັງການປັບປຸງການດໍາເນີນກິດຈະການຫວຍພັດທະນາລາວ; ເລັ່ງຜັນຂະຫຍາຍມະຕິ ຂອງລັດຖະບານ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍການນໍາໃຊ້ລົດໄຟຟ້າ ຢູ່ ສປປ ລາວ ເລກທີ 08/ລບ, ຖອດຖອນ ແລະ ປັບປຸງນິຕິກໍາ ຈາກຄໍາສັ່ງ ວ່າດ້ວຍການຂຶ້ນບັນຊີເຕົ້າໂຮມຊັບສິນ ທີ່ສານຕັດສິນຮິບເປັນຂອງລັດ ເລກທີ 07/ນຍ.

– ເພີ່ມທະວີຄວາມເອົາໃຈໃສ່ໃນການສົ່ງເສີມການຜະລິດ, ການປຸງແຕ່ງ, ການຄ້າ, ການບໍລິການ ແລະ ການທ່ອງ ທ່ຽວປິ່ນອ້ອມແລວທາງເສດຖະກິດລົດໄຟລາວ-ຈີນ ແລະ ເຂດອື່ນໆ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນະພາບ ທັງໃຫ້ກາຍເປັນແລວເສດຖະກິດຂອງປະເທດເຮົາ.

ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງການເງິນ ກຳນົດນະໂຍບາຍ ໃຫ້ຈະແຈ້ງ ໂດຍສະເພາະການເຂົ້າເຖິງແຫຼ່ງທຶນ ແລະ ນະໂຍບາຍອື່ນໆ, ສົມທົບກັບພາກທຸລະກິດ ລົງເລິກໃນການຈັດຕັ້ງປະຕິບັດຕົວຈິງ. ພ້ອມກັນນີ້ ກໍສືບຕໍ່ພົວພັນ, ປຶກສາຫາລືກັບປະເທດໃກ້ຄຽງ ເພື່ອສ້າງສະພາບແວດລ້ອມອັນສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກສິນຄ້າຜ່ານປະເທດຕ່າງໃຫ້ດີຂຶ້ນ.

– ເພີ່ມຄວາມເອົາໃຈໃສ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ແລະ ເໜັງຕີງໃນລະດັບທີ່ກໍານົດໄວ້ ຕິດພັນກັບການເອົາໃຈໃສ່ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ, ສະຖາບັນການເງິນ ປະຕິບັດມາດຕະການຕາມກົດໝາຍ, ລະບຽບການ ແລະ ຕາມແຜນທີ່ໄດ້ກຳນົດໄວ້. ສືບຕໍ່ປະຕິບັດມາດຕະການຊໍາລະສະສາງການຊື້-ຂາຍ ໂດຍຜ່ານລະບົບທະນາຄານໃຫ້ເປັນຮູບປະທຳເປັນກ້າວໆ.

 – ສືບຕໍ່ຜັນຂະຫຍາຍໃຫ້ແຂງແຮງກວ່າເກົ່າ ຍຸດທະສາດວິໄສທັດ ການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ ຄັ້ງທີ I (2021-2025) ຫັນເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ ໃຫ້ໄດ້ຮັບຜົນດີ.

– ສືບຕໍ່ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ, ການນໍາເຂົ້າ-ສົ່ງອອກສິນຄ້າ ຕາມລະບຽບກົດໝາຍຢ່າງເຂັ້ມງວດ ພ້ອມທັງຊຸກຍູ້, ສົ່ງເສີມການຜະລິດ ແລະ ສົ່ງເສີມການຊົມໃຊ້ສິນຄ້າພາຍໃນໃຫ້ຫຼາຍຂຶ້ນ.

 – ສືບຕໍ່ປັບປຸງແກ້ໄຂກົນໄກການຂຶ້ນທະບຽນ ແລະ ອອກໃບຕາດິນ ໃນຂອບເຂດທົ່ວປະເທດໃຫ້ມີຄວາມສະດວກວ່ອງໄວ ແລະ ຮັບປະກັນຄວາມຖືກຕ້ອງ.  ຕັດສິນໃຈແກ້ໄຂບັນຫາຄົງຄ້າງທີ່ຜ່ານມາ, ເຊື່ອມໂຍງຂໍ້ມູນລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງການເງິນ.

– ສືບຕໍ່ປັບປຸງ ແລະ ຍົກສູງຄຸນະພາບການບໍລິການຜູ້ໂດຍສານທາງລົດໄຟ ແລະ ການບໍລິການຂົນສົ່ງສິນຄ້າ ໃຫ້ສະດວກ, ວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນ.  ສືບຕໍ່ຊີ້ນໍາໂຄງການກໍ່ສ້າງການຍົກລະດັບເສັ້ນທາງເລກທີ 13 ເໜືອ, ໂຄງການປັບປຸງຍົກລະດັບສະໜາມບິນຫ້ວຍຊາຍ ແຂວງບໍ່ແກ້ວ, ໂຄງການສະໜາມບິນໜອງຄ້າງ ແລະ ໂຄງການອື່ນໆ ໃຫ້ສໍາເລັດຕາມແຜນການ.

3) ຂົງເຂດວັດທະນະທຳ-ສັງຄົມ.

 – ສືບຕໍ່ເປີດການຮຽນ, ການສອນທຸກຊັ້ນ, ທຸກສາຍ, ຜ່ານຫຼາຍຮູບແບບ ແລະ ຫຼາຍວິທີການ; ສືບຕໍ່ປະເມີນສະຖານການສຶກສາທີ່ມີການທົດລອງຮຽນແບບເຊິ່ງໜ້າ ຢູ່ໃນເຂດທີ່ຍັງມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ແລະ ປຸກລະດົມນັກຮຽນ-ນັກສຶກສາ ຕາມເກນອາຍຸທີ່ກະຊວງສາທາລະນະສຸກກຳນົດ ໄປຮັບການສັກວັກຊີນ.

– ສືບຕໍ່ເພີ່ມທະວີການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດຕາມລະດູການຕ່າງໆ ເພື່ອສະໜອງຂໍ້ມູນຂ່າວສານ ທັງຕິດຕາມເຝົ້າລະວັງ ແລະ ກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຮັບມືໃຫ້ທັນສະພາບການ.

 – ສືບຕໍ່ປັບປຸງການປະຕິບັດບົດບາດຂອງຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ເຂັ້ມແຂງກວ່າເກົ່າ.

4) ຂົງເຂດການປົກຄອງ ແລະ ຍຸຕິທໍາ.

 – ສືບຕໍ່ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດຢູ່ແຕ່ລະທ້ອງຖິ່ນ ໃນຮູບແບບຕ່າງໆທີ່ສອດຄ່ອງ. ຄຽງຄູ່ກັນນັ້ນ ກໍປັບປຸງກົນໄກການເຮັດວຽກ  ຂອງແຕ່ລະຂະແໜງການຢ່າງຈິງຈັງ ເພື່ອຮັບໃຊ້ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ.

– ສືບຕໍ່ຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໃຫ້ສໍາເລັດຕາມແຜນການ.

 – ສືບຕໍ່ຕິດຕາມຊຸກຍູ້ ປະຕິບັດວຽກງານ 3 ສ້າງ ຕິດພັນກັບການປະເມີນຂະບວນແຂ່ງຂັນຮັກຊາດພັດທະນາ ກໍຄືປະເມີນການປະຕິບັດໜ້າທີ່ ຂອງລັດຖະບານ ແລະ ສຸມໃສ່ຈັດຕັ້ງຜັນຂະຫຍາຍຄໍາສັ່ງແນະນໍາ ຂອງນາຍົກລັດຖະມົນຕີ ເລກທີ 01/ນຍ, ລົງວັນທີ 06 ທັນວາ 2021 ຢ່າງເປັນປົກກະຕິ, ຫັນສູ່ການຈັດຕັ້ງປະຕິບັດຕົວຈິງ ໃຫ້ດີຂຶ້ນກວ່າເກົ່າ.

 5) ວຽກງານການຕ່າງປະເທດ.

 – ສືບຕໍ່ຕິດຕາມຢ່າງໃກ້ຊິດ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈຢ່າງເລິກເຊິ່ງ ກ່ຽວກັບການຜັນແປທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ແລະ ຜົນກະທົບທີ່ຈະມີຕໍ່ປະເທດເຮົາ, ທັງມີມາດຕະການຮັບມືທີ່ເປັນລະບົບຮັດກຸມ. ຮັບປະກັນການກະກຽມຮອບດ້ານໃຫ້ແກ່ການຕ້ອນຮັບທ່ານ ນາຍົກລັດຖະມົນຕີ ກຳປູເຈຍ.

      ເພື່ອໃຫ້ທິດທາງວຽກຈຸດສຸມ ເດືອນກຸມພາ 2022 ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາຕົວຈິງ, ບັນດາທ່ານ ສະມາຊິກລັດຖະບານ ຕະຫຼອດຮອດອົງການປົກຄອງທ້ອງຖິ່ນ ຕ້ອງໄດ້ຫັນເປັນແຜນປະຕິບັດລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນຢູ່ແຕ່ລະຂັ້ນໃນແຕ່ລະໄລຍະໃຫ້ຈະແຈ້ງ, ທັງສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ລະບ່ອນ ໃນການຈັດຕັ້ງປະຕິບັດແຕ່ລະວຽກຕ້ອງແທດເໝາະກັບຕົວຈິງ, ແລະ ໄດ້ຮັບຜົນຕົວຈິງເປັນກ້າວໆ.

ຂອບໃຈຂໍ້ມູນ ແລະ ຮູບພາບຈາກ: https://bit.ly/3tQC1sv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/