ມາຮູ້ຈັກກັບ 5 ວິທີໄລ່ຝົນຈາກທົ່ວໂລກ!


ຍາມໜາວແຕ່ຝົນເລີ່ມມາແລ້ວ ຫຼາຍຄົນອາດຈະບໍ່ມັກທີ່ຈະຕ້ອງມາໃຊ້ເວລາຂອງລະດູແລ້ງກັບຝົນທີ່ມາຜິດລະດູການແບບນີ້ ຫຼື ບາງຄົນອາດຈະມັກທີ່ມັນເພີ່ມຄວາມຊຸ່ມໃນຊັ້ນບັນຍາກາດ. ແຕ່ສຳລັບບາງຄົນກໍອາດຈະຢາກໃຫ້ຝົນຮີບເຊົາໄປໄດ້ແລ້ວ, ເຊິ່ງແນ່ນອນວ່າມັນມີຄວາມເຊື່ອເລື່ອງພິທີການໄລ່ຝົນ ທີ່ບໍ່ໄດ້ມີແຕ່ໃນປະເທດເຮົາ.

ມາເບິ່ງກັນວ່າແຕ່ລະປະເທດຈະມີພິທີກຳແນວໃດແດ່.

  1. ປັກຫົວສີໃຄ

ເປັນທັງຂອງປະເທດໄທ ແລະ ລາວເຮົາ ທີ່ມີຄວາມເຊື່ອກັນວ່າໃຫ້ເດັກຍິງພົມມະຈັນ ນຳເອົາຫົວສີໃຄໄປປັກ ເພື່ອຂໍໃຫ້ຝົນຢຸດ. ເຊິ່ງວ່າເດັກຍິງຜູ້ນັ້ນ ຈະຕ້ອງໄດ້ຖືສິນຢ່າງເຄັ່ງຄັດ ແລ້ວເອົາຫົວສີໃຄ 1 ຫົວ ປັກສ່ວນປາຍຂອງມັນລົງໃນດິນ ໃຫ້ຝົນຢຸດຕົກ ຫຼື ກັນບໍ່ໃຫ້ຕົກ.

  1. ຕຸກກະຕາໄລ່ຝົນຈາກຍີ່ປຸ່ນ

ຕຸກກະຕາໄລ່ຝົນ ຫຼື ຊື່ Teru teru bozu ຈາກປະເທດຍີ່ປຸ່ນ ໂດຍຈະມີໜ້າຕາເປັນຜ້າສີຂາວ ຖືກມັດໄວ້ແລ້ວຫ້ອຍເທິງເຮືອນຂອງຜູ້ໃຊ້ ເຊິ່ງວ່າໜ້າຈະເປັນພາບທີ່ຄຸ້ນເຄີຍສຳລັບຄົນທີ່ເບິ່ງຮູບເງົາ, ຊີຣີ້ ຫຼື ອະນິເມະຍີ່ປຸ່ນ ທີ່ຈະເຫັນຢູ່ຕະຫຼອດ. ຕຸກກະຕາໄລ່ຝົນນີ້ນັບວ່າເປັນເຄື່ອງລາງທີ່ຄົນຍີ່ປຸ່ນນຳມາຫ້ອຍໄວ້ໄລ່ໃຫ້ຝົນອອກໄປ ເພື່ອໃຫ້ດິນຟ້າອາກາດຂອງມື້ນັ້ນດີ ໂດຍຈະມັກຫ້ອຍໄວ້ໃນວັນສຳຄັນດັ່ງເປັນສັນຍະລັກວ່າມື້ນັ້ນຈະເປັນມື້ທີ່ດີ. 

  1. ປັກມີດໃນຮ່ອງຂອງພື້ນເຮືອນ

ຄວາມເຊື່ອຈາກປະເທດກຳປູເຈຍ ຈະໃຫ້ຜູ້ອາວຸໂສ ຫຼື ຜູ້ມີວິຊາອາຄົມທ່ອງຄາຖາໃນການໃຊ້ມີດປັກລົງໄປໃນຮ່ອງຂອງພື້ນເຮືອນ ປັດເປົ່າໃຫ້ລົມພັດຜ່ານເຂົ້າມາ ແລະ ໃຫ້ທີ່ພັກອາໄສນັ້ນປອດໄພຈາກພາຍຸ ຈົນຝົນບໍ່ຕົກ ແລ້ວຈຶ່ງໃຫ້ຜູ້ທີ່ເຮັດພິທີກຳນັ້ນດຶງມີດອອກ.

  1. ບູຊາເທບ Tlaloc 

ທີ່ປະເທດເມັກຊິໂກ ພວກເຂົາບູຊາ ເທບ “Tlaloc” ເທບແຫ່ງຝົນ ເປັນເວລາກວ່າ 3000 ປີ. ຄົນເມື່ອກ່ອນໄດ້ມີຄວາມເຊື່ອວ່າຈະຕ້ອງສັງເວີຍດ້ວຍຊີວິດຂອງເສືອ ແຕ່ໃນປັດຈຸບັນນີ້ປ່ຽນເປັນການແຕ່ງຕົວເປັນເສືອ ແລ້ວສະແດງທ່າທາງຕໍ່ສູ້ກັນ ພ້ອມທັງຈັບຜູ້ແຕ່ງຕົວເປັນເສືອມາມັດ ເພື່ອສະແດງໃຫ້ເຫັນວ່າຈັບເສືອໄດ້ແລ້ວ. ຫຼັງຈາກນັ້້ນກໍໄດ້ຮ້ອງອອກມາຂໍຝົນ ຫຼື ຂໍໃຫ້ຝົນເຊົາຕົກ ແລະ ສ້າງຮູບປັ້ນບູຊາໄວ້ຕາມສະຖານທີ່ຕ່າງໆ.

  1. ໝໍຜີຈາກທະວີບອາຟຣິກາ

ບັນດາປະເທດໃນອາຟຣິກາຈະນິຍົມພິທີກຳໃຫ້ໝໍຜີໄລ່ຜີໄປຈົນຮອດໄລ່ຝົນ. ເຄີຍມີເລື່ອງເລົ່າວ່າ ໄລຍະກ່ອນຈະມີການແຂ່ງຂັນເຕະບານໂລກທີ່ຈັດຢູ່ປະເທດອາຟຣິກາໃຕ້, ທາງປະເທດກໍໄດ້ໃຫ້ໝໍຜີຈັດພິທີກຳໄລ່ຝົນພ້ອມ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/