ແມ່ນຫຍັງທີ່ເຮັດໃຫ້ປະເທດ El Salvador ເຊື່ອໝັ້ນ ແລະ ເລືອກທີ່ຈະລົງທຶນກັບ Bitcoin ໄປຢ່າງມະຫາສານ?


ປະເທດ El Salvador ແມ່ນປະເທດນ້ອຍໆໃນອາເມຣິກາກາງ, ມີປະຊາກອນພຽງ 6 ລ້ານຄົນ ແລະ ມີ GDP 24 ພັນລ້ານໂດລາສະຫະລັດ. ແຕ່ປະເທດນີ້ກັບກາຍເປັນວ່າໂດ່ງດັງໄປທົ່ວໂລກ ເມື່ອໄດ້ກາຍເປັນປະເທດທຳອິດໃນໂລກທີ່ປະກາດນຳໃຊ້ສະກຸນເງິນດິຈິຕອນຢ່າງ Bitcoin ຢ່າງເປັນທາງການ.

Bitcoin (ບິດຄອຍ) ແມ່ນເປັນສະກຸນເງິນດິຈິຕອນທີ່ໄຮ້ສູນກາງການຄວບຄຸມ ທີ່ໃຊ້ໄວ້ແລກປ່ຽນກັນເໝືອນກັບສະກຸນເງິນທົ່ວໄປພຽງແຕ່ສະກຸນນີ້ແມ່ນບໍ່ສາມາດຈັບບາຍໄດ້ ລວມທັງບໍ່ມີຊັບສິນມາຄ້ຳປະກັນໄວ້ຄືກັບສະກຸນເງິນອື່ນໆທີ່ສ່ວນໃຫຍ່ຈະມີຄຳມາເປັນຕົວຄ້ຳປະກັນມູນຄ່າໄວ້. ດ້ວຍເຫດນັ້ນເອງ ຈຶ່ງເຮັດໃຫ້ຫຼາຍໆປະເທດກໍຍັງບໍ່ເຊື່ອໃຈໃນມູນຄ່າທີ່ແທ້ຈິງຂອງບິດຄອຍ ແລະ ຫ້າມໃຊ້ມັນເປັນສື່ກາງໃນການຈັບຈ່າຍໃຊ້ສອຍໃນປະເທດແທນສະກຸນເງິນຕົວເອງ, ແຕ່ນັ້ນບໍ່ໄດ້ເປັນກັບປະເທດ El Salvador ທີ່ຍອມຮັບເອົາສະກຸນເງິນນີ້ມາໃຊ້ໃນປະເທດ.

ແລ້ວເຫດໃດທີ່ເຮັດໃຫ້ປະເທດນ້ອຍໆນີ້ຍອມຮັບເອົາ Bitcoin? ປະເທດ El Salvador ຖືເປັນປະເທດທີ່ໃຊ້ສະກຸນເງິນໂດລາເປັນສະກຸນເງິນຫຼັກໃນການຈັບຈ່າຍໃຊ້ສອຍ ດ້ວຍເຫດນັ້ນເອງທີ່ເຮັດໃຫ້ El Salvador ຖືກປະເທດສະຫະລັດອາເມຣິກາເຂົ້າມາແຊກແຊງບາງຄັ້ງຄາວໃນເລື່ອງການເງິນພາຍໃນປະເທດ. Bitcoin ນັ້ນກໍຖືເປັນສະກຸນເງິນດິຈິຕອນທີ່ໄຮ້ສູນກາງ ແລະ ໄຮ້ຜູ້ຄວບຄຸມ ຈຶ່ງເຮັດໃຫ້ຜູ້ນຳ El Salvador ນັ້ນກໍຄື Nayib Bukele ເລືອກທີ່ຈະຫັນມາໃຊ້ເງິນດິຈິຕອນນີ້ເພື່ອຫຼີກເວັ້ນການຢູ່ພາຍໃຕ້ ແລະ ຖືກຄວບຄຸມຈາກນະໂຍບາຍການເງິນຂອງປະເທດອື່ນ.

Bitcoin ນັ້ນ ເຖິງຈະເປັນສະກຸນເງິນໜຶ່ງໆ ແຕ່ກໍແຕກຕ່າງຈາກສະກຸນເງິນອື່ນໆ ເພາະມັນມີຢູ່ຈຳກັດພຽງ 21 ລ້ານ Bitcoin ເທົ່ານັ້ນ. ນີ້ຈຶ່ງເປັນເຫດຜົນທີ່ລາຄາຂອງມັນ ນັບມື້ນັບສູງຂຶ້ນ ເພາະຫຼຽນ Bitcoin ທີ່ມີເທົ່າເກົ່າ ແຕ່ຄວາມຕ້ອງການນັບມື້ນັບເພີ່ມຂຶ້ນນັ້ນເອງ. Bukele ເອງກໍເຊື່ອວ່າລາຄາຂອງ Bitcoin ນັ້ນຈະຍິ່ງມີມູນຄ່າຫຼາຍຂຶ້ນເລື້ອຍໆ ຈຶ່ງໄດ້ເອົາເງິນຄັງຂອງປະເທດຊື້ Bitcoin ເກັບໄວ້ມະຫາສານ ແລະ ບາງຄັ້ງເອງທີ່ Bukele ກໍຂາຍອອກບາງສ່ວນ ເພື່ອນຳກຳໄລມາເປັນເງິນທຶນໃນການສ້າງສາພັດທະນາປະເທດຕໍ່.

Bitcoin ຍັງສາມາດໂອນໃຫ້ກັນໄດ້ງ່າຍໆ ບໍ່ວ່າຈະຢູ່ໃສ, ເວລາໃດ,​ ໃກ້ໄກເທົ່າໃດ ກໍສາມາດເຮັດທຸລະກຳການເງິນໄດ້ດ້ວຍເງິນ Bitcoin ເຊິ່ງຈະເຮັດໃຫ້ປະຊາຊົນຂອງ El Salvador ເອງນັ້ນເຂົ້າເຖິງລະບົບການເງິນແບບນີ້ໄດ້ງ່າຍ ແລະ ດີຂຶ້ນ ເຊິ່ງສິ່ງນີ້ເອງກໍເປັນວິໄສທັດຂອງ Bukele ທີ່ຕ້ອງການໃຫ້ປະຊາຊົນທຸກຄົນສາມາດເຮັດທຸລະກຳການເງິນໄດ້ສະດວກຂຶ້ນຜ່ານ Bitcoin.

Bukele ຍັງໄດ້ສ້າງແຜນໄລຍະຍາວໃນການຫັນປະເທດເຂົ້າເປັນເມືອງແຫ່ງເງິນດິຈິຕອນ ຫຼື “Bitcoin City” ທີ່ຈະເປັນເມືອງທີ່ມີການໃຊ້ Bitcoin ຢ່າງເຕັມຕົວ ພ້ອມທັງຈະເປັນແຫຼ່ງໃນການຂຸດ Bitcoin ເພື່ອເພີ່ມສະກຸນເງິນນີ້ເຂົ້າໄປໃນລະບົບເສດຖະກິດຂອງ El Salvador ໃຫ້ຫຼາຍຍິ່ງຂຶ້ນ ເຊິ່ງນີ້ເຮັດໃຫ້ El Salvador ນັ້ນຕ້ອງລົງທຶນເຖິງ 1 ພັນລ້ານໂດລາສະຫະລັດໃນການສ້າງ Master Plan ຄັ້ງນີ້ອີກດ້ວຍ.

ປັດຈຸບັນ, Bitcoin ຍັງເປັນປະເດັນຖົກຖຽງໃນວົງການການເງິນໂລກ ວ່າມູນຄ່າທີ່ແທ້ຈິງຂອງມັນມີແທ້ບໍ່? ຖ້າມື້ໜຶ່ງ Bitcoin ບໍ່ມີຄ່າແລ້ວຈະເປັນແນວໃດ? ແລະ ອີກຫຼາຍຄວາມສົງໄສທີ່ມັນອາດຈະເປັນຄວາມສ່ຽງໃຫ້ El Salvador ເອງໃນທ້າຍທີ່ສຸດ. ແຕ່ນັ້ນກໍເປັນການສົມມຸດຖານທີ່ຍັງບໍ່ມີໃຜຮູ້ວ່າ Bitcoin ຈະເປັນແນວໃດໃນອະນາຄົດ ເຊິ່ງທີ່ເຮົາຮູ້ຕອນນີ້ແທ້ໆ ກໍແມ່ນ El Salvador ໄດ້ຝາກຄວາມຫວັງກັບເງິນດິຈິຕອນນີ້ແລ້ວ ແລະ ແຜນຂອງ Bukele ເອງກໍອາດຈະປະສົບຜົນສຳເລັດໃນອະນາຄົດຈົນພາໃຫ້ປະເທດຂອງລາວກ້າວຂຶ້ນເປັນປະເທດທີ່ຮັ່ງມີອັນດັບຕົ້ນໆຂອງໂລກກໍເປັນໄດ້.

ຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/