ສົນໃຈອາຊີບນີ້ຫຼືບໍ່? ຊາຍຍີ່ປຸ່ນເປີດບໍລິການຮັບຈ້າງໃຫ້ຢູ່ເປັນໝູ່ “ລ້າໆ” ແບບບໍ່ຕ້ອງເຮັດຫຍັງ ສ້າງລາຍໄດ້ດີເກີນຄາດ!


ຍຸກສະໄໝນີ້ບໍ່ວ່າອາຊີບຫຍັງກໍສາມາດເກີດຂຶ້ນໄດ້ ແລະ ກໍບໍ່ມີໃຜຄາດຄິດວ່າພຽງການນັ່ງລ້າແບບບໍ່ຕ້ອງເຮັດຫຍັງກໍກາຍເປັນອາຊີບ ແລະ ສ້າງເງິນໃຫ້ເຈົ້າໄດ້.

ໂດຍເລື່ອງລາວຕໍ່ໄປນີ້ເປັນຂອງ Shoji Morimoto  ຊາຍຊາວຍີ່ປຸ່ນ ອາຍຸ 38. ໃນປີ 2018, Shoji ເປັນຊາຍຄົນໜຶ່ງທີ່ກຳລັງບໍ່ມີວຽກເຮັດ ແລະ ລາວໄດ້ເລີ່ມຄວາມຄິດເປີດບັນຊີ Twitter ແລະ ໃຊ້ຊື່ວ່າ “Do Nothing Rent-a-Man “ ຫຼື “ຊາຍທີ່ຮັບຈ້າງແບບບໍ່ຕ້ອງເຮັດຫຍັງ” ເຊິ່ງເປັນການບໍລິການສຳລັບຄົນທີ່ກຳລັງປະສົບກັບຄວາມເຫງົາ ຫຼື ມີເລື່ອງບໍ່ສະບາຍໃຈຢາກລະບາຍກັບໃຜຄົນໃດຄົນໜຶ່ງ.

“ຂ້ອຍເປີດໃຫ້ທຸກຄົນຈ້າງຂ້ອຍໄປໂດຍຂ້ອຍບໍ່ຕ້ອງເຮັດຫຍັງເລຍ ນັ້ນໝາຍຄວາມວ່າຂ້ອຍຈະບໍ່ໃຫ້ຄວາມຊ່ວຍເຫຼືອຫຍັງກັບເຈົ້າເປັນພິເສດ ບໍ່ເລີ່ມຕົ້ນການສົນທະນາ ພຽງແຕ່ຕອບຄຳຖາມເລັກໜ້ອຍເທົ່ານັ້ນ” Shoji ໃຫ້ສຳພາດກັບສຳນັກຂ່າວ CBS.

ຈາກເນື້ອຫາບໍລິການທີ່ Shoji ໄດ້ກ່າວມາມັນອາດຈະເບິ່ງແປກໆແດ່ ແຕ່ເຊື່ອບໍວ່າ ມີຄົນສັບປ່ຽນໝຸນວຽນມາໃຊ້ບໍລິການກວ່າ 3,000 ຄົນແລ້ວ ແລະ ລາວຈະມີລູກຄ້າ 2-3 ຄົນມາໃຊ້ບໍລິການເປັນປະຈຳທຸກມື້ ໂດຍມີຄ່າຈ້າງຕົກມື້ສະເລ່ຍລະ 10,000 ເຢນ.

ລູກຄ້າທີ່ໃຊ້ບໍລິການຂອງ Shoji ສ່ວນຫຼາຍແມ່ນເພື່ອ ແກ້ເບື່ອ, ແກ້ເຫງົາ, ລະບາຍຄວາມອັດອັ້ນຕັນໃຈ ຫຼື ໃຫ້ລາວເປັນໝູ່ໄປເຮັດກິດຈະກຳຕ່າງໆ ເຊັ່ນ: ກິນເຂົ້າ, ຍ່າງຫຼິ້ນ, ຊື້ເຄື່ອງ ລວມໄປຮອດຮັບຟັງເລື່ອງຈິງຈັງເຊັ່ນ ຄະດີອາຊະຍາກຳ Shoji ກໍເຄີຍຜ່ານມາແລ້ວ.

ນອກຈາກນີ້ Shoji ຍັງເລົ່າວ່າ ເຄີຍມີຄົນຈ້າງລາວໃຫ້ໄປຢືນເບິ່ງງານສະແດງດົນຕີຂ້າງຖະໜົນແບບລ້າໆ ເຖິງວ່າອາກາດຈະໜາວຫຼາຍກໍຕາມ ຫຼື ຈ້າງໃຫ້ໄປຮ່ວມງານວັນເກີດຂອງເດັກຊາຍທີ່ຈັດຄົນດຽວແບບເຫງົາໆ ລາວກໍໄປນັ່ງເສີຍໆ ບໍ່ໄດ້ເຮັດຫຍັງ.

“ຫຼາຍຄົນຈ້າງຂ້ອຍໄປເຮັດຫຍັງຫຼາຍໆ ຢ່າງ ບາງຄົນກໍເຫງົາແລະຢາກລະບາຍເລື່ອງລາວຕ່າງໆ ໂດຍທີ່ບໍ່ຕ້ອງການໃຫ້ອອກຄວາມເຫັນ ເຂົາເຈົ້າກໍຈ້າງໃຫ້ຂ້ອຍໄປນັ່ງຟັງ”

“ການເຮັດວຽກແບບນີ້ຖືວ່າເປັນເລື່ອງທີ່ພິເສດຫຼາຍ ຂ້ອຍໄດ້ພົບຫຼາກຫຼາຍບຸກຄົນ ໃນສະຖານທີ່ແຕກຕ່າງກັນ ເຊິ່ງມັນເຮັດໃຫ້ຂ້ອຍຮູ້ສຶກວ່າມັນບໍ່ຄືກັນເລີຍໃນແຕ່ລະມື້ “ Shoji ໄດ້ກ່າວ.

ແຕ່ມີວຽກງານບາງປະເພດທີ່ Shoji ປະຕິເສດທີ່ຈະບໍ່ຮັບຈ້າງ ເຊັ່ນ ຈ້າງອະນາໄມເຮືອນ, ຈ້າງເປັນໝູ່, ຈ້າງໃຫ້ໄປສຳຫຼວດບ້ານຜີສິງ ຫຼືຖ່າຍຮູບເປືອຍກາຍ ເພາະວ່າມັນຜິດຄອນເຊັບຂອງ ການບໍ່ເຮັດຫຍັງເລີຍ.

ໃຜຈະຄິດວ່າອາຊີບທີ່ໄປນັ່ງຢູ່ລ້າໆ ໂດຍບໍ່ຕ້ອງເຮັດຫຍັງກໍສາມາດສ້າງລາຍໄດ້ຢ່າງດີໃຫ້ກັບ Shoji, ບາງເທື່ອໃນອະນາຄົດ ອາຊີບນີ້ອາດຈະມີໃນປະເທດລາວເຮົາກໍເປັນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/