ທິດຊີ້ນຳກະກຽມເປີດປະເທດ! ຜ່ອນຜັນບາງມາດຕະການ ເນັ້ນໜັກບໍ່ໃຫ້ເປີດຮ້ານບັນເທີງ-ກິນດື່ມ ບ່ອນມີຄວາມສ່ຽງສູງ


ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງເລກທີ 13/ຫສນຍ ລົງວັນທີ 20 ມັງກອນ 2022 ເຖິງຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍລັດຖະມົນຕີກະຊວງສາທາລະນະສຸກ ກ່ຽວກັບທິດຊີ້ນຳຂອງກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບຄະນະເລຂາທິການສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ການກະກຽມເປີດການທ່ອງທ່ຽວສີຂຽວ.

ໂດຍອີງຕາມທິດຊີ້ນຳຂອງກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບຄະນະເລຂາທິການສູນກາງພັກ ຄັ້ງວັນທີ 30-31 ທັນວາ 2021 ດັ່ງນັ້ນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈຶ່ງແຈ້ງທິດຊີ້ນຳຂອງກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບຄະນະເລຂາທິການສູນກາງພັກ ເພື່ອຈັດຕັ້ງຜັນຂະຫຍາຍ ດັ່ງນີ້:

  1. ເຫັນດີໃຫ້ເປີດການທ່ອງທ່ຽວສີຂຽວ ຕາມແຜນການທີ່ໄດ້ກະກຽມໄວ້, ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າຄືນມາດຕະການຕ່າງໆ ທີ່ໄດ້ກໍານົດອອກມານັ້ນ ຈະມີຄວາມຮັບປະກັນ ແລະ ສາມາດຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ 19 ທັງສາຍພັນໃໝ່ໂອໄມຄຣອນ (Oricron) ແລະ ສາຍພັນເດລຕາ (Delta) ໄດ້ບໍ່, ພ້ອມທັງປະເມີນຄືນຄວາມສ່ຽງແຕ່ລະໄລຍະ ເພື່ອໃຫ້ສາມາດກໍານົດມາດຕະການ ແລະ ແຜນການຮັບມືໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ໄດ້ຢ່າງທັນການ.
    ໃນນັ້ນ ເດັດຂາດບໍ່ອະນຸຍາດໃຫ້ຜ່ອນຜັນບັນດາຮ້ານບັນເທິງ, ຮ້ານກິນດື່ມ, ຄາລາໂອເກະ ແລະ ສະຖານທີ່ອື່ນໆ ທີ່ເຫັນວ່າຍັງມີຄວາມສ່ຽງສູງຢູ່ ທີ່ຈະພາໃຫ້ເກີດມີການແຜ່ລະບາດພະຍາດ ເປັນວົງກວ້າງ ແລະ ບໍ່ສາມາດຄວບຄຸມໄດ້, ກໍລະນີເກີດມີການລະບາດໜັກ ແລະ ແຜ່ກະຈາຍເປັນວົງກວ້າງ ກໍໃຫ້ຮີບຮ້ອນ ດຳເນີນການປະເມີນຄວາມສ່ຽງ ແລະ ວາງມາດຕະການຮັບມື, ຄວບຄຸມ ແລະ ແກ້ໄຂໃຫ້ທັນການ.

2. ໃຫ້ກະຊວງສາທາລະນະສຸກ ເປັນໃຈກາງສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດຄື: ເພີ່ມທະວີການຈັດຕັ້ງປະຕິບັດວຽກງານ ທີ່ມີຄວາມຈຳເປັນໃນໄລຍະນີ້ ເປັນຕົ້ນແມ່ນ: ການປິ່ນປົວ ແລະ ການກວດຫາເຊື້ອ ໂດຍໃຫ້ພາກເອກະຊົນມີສ່ວນຮ່ວມຕື່ມ ທັງໃຫ້ມີການໂຄສະນາຮູບແບບຕ່າງໆ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ ສ້າງສິ່ງຈູງໃຈ ເພື່ອເຮັດໃຫ້ປະຊາຊົນ ຫຼື ຜູ້ບໍລິໂພກຂ່າວລັດຖະບານເຮົາ ມີຄວາມສົນໃຈ ແລະ ມີສະຕິລະວັງຕົວ ສູງຂຶ້ນ ໃນການດຳລົງຊີວິດປົກກະຕິແບບໃໝ່ (New normal).

ໃຫ້ຮີບຮ້ອນດໍາເນີນການແຈກຢາຍ ແລະ ສັກວັກຊີນ ໃຫ້ໄດ້ຢ່າງທົ່ວເຖິງ ໂດຍສະເພາະການສັກວັກຊີນໃຫ້ກັບພະນັກງານຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະ ພາກສ່ວນອື່ນໆ ໃຫ້ສໍາເລັດຕາມແຜນການທີ່ໄດ້ກໍານົດໄວ້; ສໍາລັບແພດ-ໝໍ ແລະ ພະນັກງານດ່ານໜ້າ ທີ່ຮັບຜິດຊອບວຽກງານປ້ອງກັນຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ 19 ນັ້ນ ແມ່ນໃຫ້ຮີບຮ້ອນສັກວັກຊີນ ເຂັມສາມ (ເຂັມກະຕຸ້ນ) ໃຫ້ໄດ້ຢ່າງ ທົ່ວເຖິງ ແລະ ທັນການ ເພື່ອຮັບປະກັນໃນການປະຕິບັດໜ້າທີ່ ໃຫ້ມີຄວາມປອດໄພ, ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.

ຂອບໃຈຂໍ້ມູນຈາກ: https://bit.ly/33SAKq3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/