ສາວຊາວຟິນແລນຂີ່ກວາງເຣນເດຍໄປຊູເປີມາເກັດ ແທນການຂັບລົດສາເຫດຍ້ອນບັນຫານ້ຳມັນທີ່ແພງຂຶ້ນ!


ນັບຕັ້ງແຕ່ມີການລະບາດຂອງໂຄວິດ-19 ສິ່ງຂອງຫຼາຍໆຢ່າງກໍເລີ່ມແພງຂຶ້ນ ໂດຍສະເພາະລາຄານໍ້າມັນທີ່ຫຼາຍໆປະເທດກຳລັງປະເຊີນຢູ່ ເຊິ່ງຟິນແລນກໍເປັນປະເທດໜຶ່ງທີ່ລາຄານ້ຳມັນເພີ່ມຂຶ້ນຕໍ່ເນື່ອງ ເປັນເຫດເຮັດໃຫ້ຍິງສາວຄົນໜຶ່ງໃນເມືອງ ແລບແລນ (Lapland) ປະເທດຟິນແລນຫັນມາໃຊ້ກວາງເຣນເດຍເປັນພາຫະນະໃນການເຄື່ອນທີ່ໄປມາ ແທນການຂັບລົດ.

ໂດຍຍິງສາວຟິນແລນຄົນນີ້ມີຊື່ວ່າ Janita Kenttälä ໄດ້ໂພສຄລິບວິດີໂອຂອງຕົນເອງລົງ TikTok ເຊິ່ງເປັນ ວິດີໂວຂອງ Janita ທີ່ກໍາລັງເຄື່ອນທີ່ຢ່າງວ່ອງໄວຢູ່ໃນກາງປ່າທີ່ອ້ອມຮອບໄດ້ດ້ວຍຫິມະ ກ່ອນທີ່ລາວຈະຫັນກ້ອງໄປທາງໜ້າສະແດງໃຫ້ເຫັນພາຫະນະທີ່ພາ Janita ເຄື່ອນທີ່ໄປຂ້າງໜ້ານັ້ນຄື ກວາງເຣນເດຍ. ຈາກຄລິບວິດີໂອດັ່ງກ່າວ ເຮັດໃຫ້ຍິງສາວຄົນນີ້ກາຍເປັນກະແສໄປທົ່ວໂຊຊ່ຽວ ແລະ ເຮັດໃຫ້ຕອນນີ້ມີຄົນກົດຖືກໃຈກວ່າ 1.5 ລ້ານຄັ້ງ ແລະ ມີການສະແດງຄວາມຄິດເຫັນອີກ 1 ໝື່ນກວ່າຄັ້ງ.

“ເມື່ອລາຄານ້ຳມັນເທົ່າກັບ 2e/ລິດ ແລະເຈົ້າອາໄສຢູ່ໃນເມືອງ ແລບແລນ ເຊິ່ງທຸກຢ່າງແມ່ນຢູ່ຫ່າງໄກກັນ” Janita ຂຽນໃນແຄັບຊັ່ນວິດີໂອຂອງລາວ ກ່ອນຈະຂື້ນຂໍ້ຄວາມຕໍ່ວ່າ “ຂ້ອຍຄິດວ່າພວກເຮົາບໍ່ຕ້ອງໃຊ້ລົດອີກແລ້ວ”.

Janita ເປັນປະທານແລະຜູ້ຈັດການຝ່າຍບໍລິຫານ Lapland tour company Eanan ແລະ ໄດ້ກ່າວວ່າ ລາວມັກຈະຫາວິທີເຮັດທຸກຢ່າງແບບມີປະສິດທິພາບ ແຕ່ກໍຍັງຮັກສາຄວາມເປັນ eco-friendly (ເປັນມິດຕໍ່ສິ່ງແວດລ້ອມ) ໄວ້ໃຫ້ຫຼາຍທີ່ສຸດ ເພາະສຳລັບ Janita ແລ້ວ “ທຳມະຊາດຄືທຸກຢ່າງ”.

ນອກນີ້ ຊາວເນັດຄົນໜຶ່ງກໍໄດ້ສະແດງຄວາມເຫັນໃນວິດີໂອຂອງ Janita ໃນທາງຢອກຫຼິ້ນ ໂດຍໄດ້ເວົ້າວ່າ “ຕ້ອງໃຊ້ຫົວກາຣົດຈັກຫົວຕໍ່ໜຶ່ງໄມລ໌ ສຳລັບການເດີນທາງແບບນີ້”. ບາງເທື່ອໃນອະນາຄົດຖ້ານ້ຳມັນຍັງມີລາຄາຂຶ້ນເລື້ອຍໆເຮົາກໍອາດຈະຂີ່ຄວາຍຫຼືຂີ່ຊ້າງ ແທນລົດກໍເປັນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/