ແອັບຫາຄູ່ຫຼີກໄປ!!! ເມື່ອບໍສັດຈັດຫາຄູ່ໃນຍີ່ປຸ່ນສ້າງຕູ້ກົດເຄື່ອງດື່ມອັດຕະໂນມັດ ໂດຍບັນຈຸກະປ໋ອງທີ່ສາມາດຫາຄູ່ເດດໃຫ້ເຈົ້າໄດ້


ຍີ່ປຸ່ນປະເທດທີ່ຂື້ນຊື່ໄດ້ວ່າເປັນໜຶ່ງໃນປະເທດທີ່ມັກຈະມີໄອເດຍໃໝ່ໆໃນການປະດິດສ້າງສັນຜົນງານມານຳສະເໜີຢູ່ຕະຫຼອດເວລາ ແລະ ຫຼາຍຄົນເມື່ອໄດ້ເຫັນຜົນງານດັ່ງກ່າວແມ່ນຈະຕ້ອງອຸທານເປັນສຽງດຽວກັນວ່າ “ສຸດຍອດ” ແລະ ຂ່າວດີຂອງຄົນໂສດທີ່ຕ້ອງການຫາຄູ່ເດດກໍມາຮອດ ເມື່ອບໍດົນມານີ້ໄດ້ມີບໍລິສັດຈັດຫາຄູ່ແຫ່ງໜຶ່ງໃນຢີ່ປຸ່ນໄດ້ສ້າງຕູ້ກົດເຄື່ອງດື່ມແບບອັດຕະໂນມັດ ທີ່ບັນຈຸກະປ໋ອງນ້ຳທີ່ສາມາດຊອກຄູ່ເດດໃຫ້ເຈົ້າໄດ້ຢ່າງງ່າຍດາຍ ແບບບໍ່ຕ້ອງໃຊ້ແອັບຫາຄູ່ເລີຍກໍວ່າໄດ້.

Matching Advisor Press (MAP) ບໍລິສັດຈັດຫາຄູ່ໃນຍີ່ປຸ່ນໄດ້ສ້າງສັນໄອເດຍສຸດຄັກ ໂດຍການນຳ “ຄວາມຮັກ” ມານຳສະເໜີໃນຮູບແບບກະປ໋ອງທີ່ຂາຍໃນຕູ້ກົດອັດຕະໂນມັດ ເພື່ອໃຫ້ຄົນໂສດທັງຫຼາຍເລືອກຄົນທີ່ຖືກໃຈ ແລະ ຢາກເດດແບບຈິງຈັງ.

ໂດຍ “ຕູ້ກົດຫາຄູ່ເດດ” ມີຈຸດປະສົງເພື່ອຢາກໃຫ້ຄົນຍີ່ປຸ່ນໄດ້ມີຄວາມຮັກແລະແຕ່ງງານກັນເພີ່ມຂຶ້ນ ເຊິ່ງຕູ້ນີ້ໄດ້ຕັ້ງວາງທີ່ ຄາຕາຍາມະ ໃນນະຄອນໂຕກຽວ ເຖິງວ່າພາຍນອກຈະເບິ່ງຄືຕູ້ກົດເຄື່ອງດື່ມທົ່ວໄປ ແຕ່ແທ້ຈິງແລ້ວຂ້າງໃນກະປ໋ອງມີລະອຽດຕ່າງໆ ຂອງບັນດາຊາຍໂສດ ຍິງໂສດ ເຊັ່ນ: ຊື່, ອາຍຸ, ຂໍ້ຄວາມສັ້ນໆ ເຊິ່ງຂຽນໂດຍເຈົ້າໜ້າທີ່ຂອງ MAP ຫຼື ຈະເອີ້ນວ່າ Cupid ກໍບໍ່ຜິດ. ຄວາມແຕກຕ່າງຂອງແຕ່ລະກະປ໋ອງ ຈະມີກະປ໋ອງທີ່ເປັນສີບົວທີ່ຖືເປັນຕົວແທນຂອງຜູ້ຍິງ ແລະ ກະປ໋ອງສີເຫຼືອງນີອອນແມ່ນຈະແທນໃຫ້ຜູ້ຊາຍ ສ່ວນລາຄາຂອງກະປ໋ອງຫາຄູ່ເດດນີ້ຕົກຢູ່ 3,000 ເຢນ. ເຖິງວ່າເຈົ້າຈະເລືອກຄົນທີ່ຢາກອອກເດດນຳແທ້ໆແລ້ວ ແຕ່ການໃຫ້ບໍລິການຫາຄູ່ກໍບໍ່ໄດ້ຮັບປະກັນວ່າເມື່ອເຈົ້າຊື້ໄປແລ້ວຈະໄດ້ອອກເດດແທ້ຫຼືບໍ່ ເພາະວ່າເຈົ້າຈະບໍ່ໄດ້ສົນທະນາກັບຄົນໆນັ້ນໂດຍກົງ ແຕ່ຈະມີເຈົ້າໜ້າທີ່ເປັນຄົນສື່ຮັກໃຫ້ກ່ອນ.

ເຊິ່ງກະປ໋ອງນີ້ມີຕົວຢ່າງຂໍ້ມູນທີ່ຂຽນໄວ້ໃນກະປ໋ອງພຽງວ່າ “ຂ້ອຍແມ່ນທີ່ປຶກສາຂອງ ອິຊິກາວະ ຜູ້ຍິງອາຍຸ 27 ປີທີ່ຢາກແຕ່ງງານ ຂ້ອຍສາມາດແນະນຳໃຫ້ເຈົ້າໄດ້” ດັ່ງນັ້ນຖ້າມີໃຜຢາກອອກເດດກັບອິຊິກາວະກໍໃຫ້ໂທໄປທີ່ເບີໂທເທິງກະປ໋ອງ ເຊິ່ງປ້າຍທາງຫຼັງກະປ໋ອງຈະມີຊື່ນາມສະກຸນແລະເບີຂອງທີ່ປຶກສາຢູ່ນຳ.

ແລະສິ່ງທີ່ໄດ້ມາຈາກກະປ໋ອງກໍຄື “ບັດຂອງຂວັນ” ເພື່ອທີ່ຈະສາມາດຮັບບໍລິການສຳພາດ ທັງຍັງໄດ້ຮັບສິດຮັບຄຳແນະນຳຈາກເຈົ້າໜ້າທີ່ ທີ່ປຶກສາຂອງ MAP ໃນໄລຍະເວລາ 1 ຊົ່ວໂມງ.

ເຖິງຢ່າງນັ້ນ ຕູ້ຫາຄູ່ເດດອັດຕະໂນມັດນີ້ຖືກຕັ້ງຂໍ້ສົງໄສວ່າບໍ່ມີການກວດສອບທີ່ຊັດເຈນໄດ້ວ່າ ຄູ່ເດດທີ່ທາງບໍລິສັດ MAP ດຳເນີນການມາໃຫ້ນັ້ນຈະເປັນຄົນດຽວກັບຄົນທີ່ເຮົາເລືອກແບບແນ່ນອນຫຼືບໍ່ ເຊິ່ງອາດຈະເປັນໃຜກໍບໍ່ຮູ້ທີ່ມີໂປຣໄຟລ໌ໃກ້ຄຽງ ຫຼື ເຈົ້າໜ້າທີ່ອາດຈະຄິດວ່າເໝາະສົມເຂົ້າກັນໄດ້ຫຼາຍ. ນອກນີ້ ຄ່າທຳນຽມຍັງບໍ່ຈົບພຽງເທົ່ານັ້ນ ເພາະວ່າຖ້າຫາກຄົນຊື້ກະປ໋ອງໄປເດດກັນຈົນໄດ້ແຕ່ງງານກັນແມ່ນຕ້ອງເສຍເງິນເພີ່ມອີກ 3 ແສນເຢນ.

ສຸດທ້າຍນີ້ ປັດຈຸບັນທຸກກະປ໋ອງແມ່ນໄດ້ຂຶ້ນສະຖານະ ‘Sold Out’ ເປັນທີ່ຮຽບຮ້ອຍແລ້ວ ອີກທັງປ້າຍເທິງກະປ໋ອງຍັງມີການລະບຸໄວ້ວ່າຈະບໍ່ດຳເນີນການຈົນເຖິງວັນທີ 1 ມີນາ ອີກພ້ອມ ເອີ້ນໄດ້ວ່າກະແສຕອບຮັບດີສຸດໆໄປເລີຍ.

ຫຼັງຈາກທີ່ຕົກລົງກັນແລ້ວເປັນທີ່ຮຽບຮ້ອຍ ທາງບໍລິສັດກໍຈະດຳເນີນການຕໍ່ ເພື່ອໃຫ້ຜູ້ໃຊ້ບໍລິການໄດ້ເດດນຳກັນແທ້ໆ ເຊິ່ງຈະຄິດຄ່າບໍລິການເພີ່ມສຳລັບຄ່າອາຫານແລະເຄື່ອງດື່ມ ໂດຍໃຫ້ຄຄົນທີ່ຊື້ຄວາມຮັກອັດກະປ໋ອງນີ້ຈ່າຍເພີ່ມອີກ 9,000 ເຢນ.

ເອີ້ນໄດ້ວ່າຖືກໃຈຄົນໂສດຄົນທີ່ຢາກມີແຟນສຸດໆເລີຍ ຖ້າໃຜມີໂອກາດໄປທ່ຽວທີ່ປະເທດຍີ່ປຸ່ນຢ່າລືມໄປລອງຊອກຫາຄູ່ເດດກັບຕູ້ກົດຄວາມຮັກນີ້ເດີ້ ບາງເທື່ອເຈົ້າອາດຈະໄດ້ແຟນຕອນກັບມາກໍເປັນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/