ງານນິທັດສະການອະນິເມະ AOT ຈະຈັດຂຶ້ນຢູ່ທີ່ Marina Bay Sands ສິງກະໂປເລີ່ມ 13 ກຸມພານີ້!


ຖ້າທ່ານເປັນສາວົກຜູ້ມັກສົງຄາມລະຫວ່າງຄົນ ແລະ ຍັກກິນຄົນ ທ່ານອາດຈະບໍ່ຢາກພາດງານນິທັດສະການທີ່ກໍາລັງຈະເກີດຂຶ້ນນີ້ ນັ້ນກໍຄື Attack on Titan ທີ່ຈະຍົກທັບເປີດຮອບປະຖົມມະທັດ ໃນເອເຊຍຕາເວັນອອກສຽງໃຕ້ ທີ່ Artscience Museum ຂອງສິງກະໂປ ຢູ່ Marina Bay Sands ພ້ອມດຽວກັນກັບໄລຍະທີ່ອະນິເມະຊີຊັ້ນສຸດທ້າຍ ທີ່ຈະສາຍໃນ Netflix ໃນເດືອນນີ້.

Attack on Titan ເປັນຊີຣີ້ມັງງະທີ່ຂາຍດີ ທີ່ຂຽນ ແລະ ແຕ້ມຮູບປະກອບໂດຍ Hajime Isayama ເຊິ່ງກາຍເປັນປາກົດການລະດັບໂລກ ດ້ວຍອະນິເມະທີ່ມີສາກ ແລະ ເນື້ອເລື່ອງທີ່ເຂັ້ມຂຸ້ນ, ເດົາບໍ່ໄດ້ ແລະ ຄາດບໍ່ເຖິງ ເຊິ່ງໄດ້ດຶງດູດຜູ້ຊົມ ຕັ້ງແຕ່ປີ 2014-2015 ເປັນຕົ້ນມາ, ແລ້ວກໍເລີ່ມມີການຮວບຮວມຮູບສິລະປະ ແລະ ເນື້ອຫາຂອງເລື່ອງໃໝ່ ຈາກຕອນສຸດທ້າຍຂອງມັງງະ.

ໃນນິທັດສະການທີ່ຈະເປີດຂຶ້ນນີ້ ຜູ້ເຂົ້າຊົມຈະມີເສັ້ນທາງໃຫ້ເລືອກຍ່າງໄປຕາມເສັ້ນທາງຕ່າງໆ ເພື່ອຈະຮຽນຮູ້ຜູ້ຄົນທີ່ເກີດຢູ່ພາຍໃນກໍາແພງ ແລະ ນອກກໍາແພງ, ໄດ້ຮູ້ເລື່ອງຕ່າງໆທີ່ເຮັດໃຫ້ພວກເຂົາມີຄວາມຄຽດຊັງກັນ, ເຂົາເຈົ້າຖືກປູກຝັງແນວຄິດຫຍັງກັນມາແດ່ ແລະ ໃນໂຊນຖັດມາ ຈະໄດ້ເຫັນປັອບອັບ ຮູບໄທທັ້ນ ທີ່ຄືກັບໂດດອອກມາຈາກໜ້າເຈ້ຍ ແລະ ແຜ່ນຝາ, ສາມາດຖ່າຍຮູບໄດ້ຫຼາກຫຼາຍ, ຜູ້ເຂົ້າຊົມຈະໄດ້ຮຽນຮູ້ເພີ່ມຕື່ມກ່ຽວກັບຕົວລະຄອນທີ່ເປັນສັນຍະລັກ ເຊັ່ນ: Eren, Mikasa, Armin, Levi, Reiner ແລະ Erwin ໃນຂະນະທີ່ພວກເຂົາຕໍ່ສູ້ເພື່ອເອົາຊີວິດລອດ ແລະ ໄຂປິດສະໜາຂອງໄທທັນ. ໃນນິທັດສະການດັ່ງກ່າວ ເຮົາຈະສາມາດສໍາຫຼວດໂລກຂອງມັງງະ ຈາກມຸມທີ່ຫຼາກຫຼາຍຜ່ານຮູບແຕ້ມຂອງທ່ານ Hajime Isayama ຕະຫຼອດຈົນໄປເຖິງຮຽນຮູ້ວິວັດທະນາການສິລະປະຂອງລາວເອງ, ມີທັງສະຕໍຣີ່ບອດ ແລະ ບົດສົນທະນາໃນໄລຍະທໍາອິດທີ່ລາວຂຽນເອງນໍາ.

ໄຮໄລ້ຂອງງານທີ່ໜ້າຕື່ນຕາຕື່ນໃຈ ກໍແມ່ນ The Great Titan Theatre ທີ່ຜູ້ຊົມຈະໄດ້ເຫັນການປະທະກັນຄັ້ງໃຫຍ່ ລະຫວ່າງໄທທັ້ນຈູ່ໂຈມ (Eren) ແລະ ໄທທັ້ນເກາະ (Rainer) ທີ່ຈະຖືກສາຍເທິງຈໍສູງ 10 ແມັດ!

ສະນັ້ນ ໃຜທີ່ມີໂອກາດແມ່ນສາມາດວາງແຜນການໄປຢ້ຽມຊົມໄດ້ ໂດຍການຊື້ປີ້ໄວ້ລ່ວງໜ້າທາງອອນລາຍ ເພາະມີ ເວລາຈໍາກັດ ເຊິ່ງຈະເລີ່ມເປີດຕັ້ງແຕ່ 13 ກຸມພາ – 3 ກໍລະກົດ 2022 ນີ້ ໂດຍສາມາດຊື້ບັດໄດ້ຕັ້ງແຕ່ວັນທີ 20 ມັງກອນ ທີ່ບັອກສ໌ອອຟຟິສ ແລະ ເວບໄຊຂອງ Marina Bay sands ທຸກແຫ່ງ. ຍັງມີເວລາອີກຫຼາຍ ສາວົກໄທທັ້ນງົບໜ້ອຍສາມາດທ້ອນເງິນໄປເທື່ອລະໜ້ອຍກໍໄດ້ເດີ້.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/