5 ວິທີຊ່ວຍໃຫ້ຢຸດສະເອິ


ເຊື່ອວ່າທຸກຄົນຈະຕ້ອງເຄີຍສະເອິມາກ່ອນ ເຖິງແມ່ນວ່າມັນຈະມາເປັນຄັ້ງແລ້ວກໍຫາຍໄປ, ບາງຄັ້ງກໍຢູ່ດົນຈົນສ້າງຄວາມຫງຸດຫງິດໃຈໃນການໃຊ້ຊີວິດຫຼາຍ. ແນ່ນອນວ່າໃຜກໍຢາກຈະຮີບກຳຈັດມັນໃຫ້ໄວຕັ້ງແຕ່ເລີ່ມສະເອິ ເຊິ່ງມື້ນີ້ເຮົາມີ 5 ວິທີມາແນະນຳໃຫ້ລອງເບິ່ງ.

ແຕ່ກ່ອນອື່ນ, ພວກເຮົາຕ້ອງເຂົ້າໃຈກ່ອນວ່າ ສະເອິແມ່ນຫຍັງ? ມັນເກີດຂຶ້ນແນວໃດ? ແລ້ວຮ່າງກາຍຂອງເຮົາເປັນແນວໃດເມື່ອກຳລັງສະເອິຢູ່? ສາມສິ່ງນີ້ກ່ຽວພັນກັນ ແລະ ເມື່ອເຮົາສາມາດເຂົ້າໃຈຂັ້ນຕອນຂອງບັນຫາໄດ້ ກໍເທົ່າກັບເຮົາແກ້ບັນຫາມາໄດ້ເຄິ່ງທາງແລ້ວ.

ໃນຮ່າງກາຍຂອງເຮົາຈະມີກ້າມຊີ້ນຫຼາຍບ່ອນທີ່ເຮັດໜ້າທີ່ໃນການຫົວອອກມາ, ເຊິ່ງສະເອິກໍແມ່ນອາການໜຶ່ງໃນນັ້ນ. ການສະເອິແມ່ນການຫົດຕົວຂອງກະບັງລົມໂດຍບໍ່ໄດ້ຕັ້ງໃຈ. ກ້າມຊີ້ນຕ່າງໆຈະເຮັດໜ້າທີ່ແຍກໜ້າເອິກກັບທ້ອງອອກຈາກກັນ ເຊິ່ງເປັນໜ້າທີ່ສຳຄັນໃນການຫາຍໃຈ. ໂດຍທຸກຄັ້ງທີ່ມີການຫົດຕົວຂອງກະບັງລົມ, ກໍຈະມີການຕາມມາປິດດ້ວຍເສັ້ນສຽງ.

ການສະເອິຈະເກີດຂຶ້ນເມື່ອເຮົາຫາຍໃຈເອົາອາກາດໃນປະລິມານຫຼາຍເຂົ້າມາໄວກວ່າປົກກະຕິ. ກະບັງລົມຈະຫົດລົງ, ກ້າມຊີ້ນໃນໜ້າເອິກຈະເລີ່ມເຮັດວຽກ. ສົ່ງຜົນໃຫ້ຊ່ອງທີ່ຈະເປີດໃຫ້ເສັ້ນສຽງເຂົ້າມາປິດລົງທັນທີ ເຮັດໃຫ້ເກີດສຽງສະເອິຂຶ້ນມາ. ເຖິງຢ່າງນັ້ນ, ກໍຍັງບໍ່ສາມາດຢືນຢັນໄດ້ວ່າເປັນຍ້ອນກ່ອງສຽງ (glottis) ທີ່ຖືກຫົດລົງ ຫຼື ເປັນຍ້ອນແຮງກົດຈາກການຂະຫຍາຍຂອງໜ້າເອິກກັນແທ້.

ໃນທາງລະບົບປະສາດແລ້ວ, ການສະເອິກໍຄືການຕອບໂຕ້ກັບແບບອັດຕະໂນມັດ ຄືກັບການທີ່ຂາຂອງເຮົາຈະເຕະຂຶ້ນມາເມື່ອຖືກຕີທີ່ຫົວເຂົ່າ. ເຊິ່ງມັນຈະເກີດຈາກການຮູ້ສຶກລະຄາຍເຄືອງ ຫຼື ການກະຕຸ້ນຂອງເສັ້ນປະສາດກະບັງລົມ ຫຼື ເສັ້ນປະສາດຈາກສະໝອງສູ່ຮ່າງກາຍ ຈາກສະໝອງ ໄປຮອດຫູ, ຄໍ ແລະ ສ່ວນອື່ນໆຂອງເອິກ ແລະ ທ້ອງ.

ເລີ່ມຈາກອາຫານໃນປະລິມານຫຼາຍ, ແອລກໍຮໍ ຫຼື ເຄື່ອງດື່ມທີ່ມີແກສເຂົ້າມາໃນຮ່າງກາຍຫຼາຍເກີນໄປ, ອຸນຫະພູມທີ່ປ່ຽນແປງ, ຄວາມກົດດັນ ໄປຈົນຮອດຄວາມຕື່ນເຕັ້ນທີ່ເກີດຂຶ້ນຢ່າງກະທັນຫັນ ກໍສາມາດເປັນຕົວກະຕຸ້ນໃຫ້ສະເອິໄດ້. ສຳລັບຄົນທົ່ວໄປ, ອາການສະເອິຈະເກີດຂຶ້ນຢູ່ບໍ່ຈັກນາທີກໍຢຸດແລ້ວ. ແຕ່ໃນກໍລະນີສ່ວນໜ້ອຍ, ອາການສະເອິນັ້ນຢູ່ດົນເປັນຫຼາຍເດືອນກໍມີ ຫຼື ມັນອາດເປັນສັນຍານຂອງໂຣກທີ່ກຳລັງກໍ່ຕົວຂຶ້ນກໍໄດ້.

ສຳລັບຜູ້ທີ່ມີອາການສະເອິແບບເບົາບາງນັ້ນສາມາດທົດລອງວິທີການທັງ 5 ດັ່ງກ່າວນີ້ໄດ້ເລີຍ:

  1. ການກັ້ນຫາຍໃຈ

ໃຫ້ຫາຍໃຈອອກແລ້ວສູດຫາຍໃຈເຂົ້າເລິກໆ ພ້ອມທັງກັ້ນຫາຍໃຈເປັນເວລາ 10 ວິນາທີ. ຈາກນັ້ນສູດຫາຍໃຈເຂົ້າອີກໂດຍບໍ່ຫາຍໃຈອອກເທື່ອ ແລ້ວຢຸດຫາຍໃຈ, ວົນເຮັດອີກຄັ້ງລວມເປັນ 3 ຮອບ. ທິດສະດີນີ້ແມ່ນການເກັບກຳການຫາຍໃຈເຂົ້າມາເພື່ອເຮັດໃຫ້ກະບັງລົມຢຸດເຮັດວຽກ ໂດຍການເພີ່ມປະລິມານລະດັບ CO2  ໃນເລືອດ ຈົນຢຸດໃຫ້ສະເອິ ເຊິ່ງການຫາຍໃຈໃນຖົງເຈ້ຍກໍສົ່ງຜົນແບບດຽວກັນ.

  1. ກິນ ຫຼື ດື່ມ

ການກິນດື່ມ ຫຼື ການປ່ຽນວິທີການກິນດື່ມຈະຊ່ວຍໄປກະຕຸ້ນເສັ້ນປະສາດກະບັງລົມ ຫຼື ເສັ້ນປະສາດຈາກສະໝອງສູ່ຫ່າງກາຍ ເພື່ອໄປຂັດຂວາງກັບສັນຍານຕອບໂຕ້ທີ່ເກີດຈາກການສະເອິ. ເຊັ່ນການບີບດັງຂະນະທີ່ດື່ມນ້ຳ, ກິນນ້ຳອຸ່ນຊ້າໆ ໂດຍບໍ່ຢຸດຫາຍໃຈ ຫຼື ອົມນ້ຳກ້ອນ.

  1. ການວາງທ່າທາງ

ນັ່ງລົງໃນຕຳແໜ່ງທີ່ຮູ້ສຶກສະບາຍ, ຍົກເຂົ່າຂຶ້ນມາຮອດເອິກ ແລ້ວກອດໄວ້ເປັນເວລາ 2 ນາທີ ຫຼື ເຕັງໜ້າເອິກ ເພື່ອກົດກະບັງລົມ.

  1. ການກົດຈຸດ

ໃຊ້ນິ້ວໂປ້ບີບນວດຝາມືຂອງອີກຂ້າງ ຈາກນັ້ນກໍສະຫຼັບກັນໄປ ຫຼື ຈັບປາຍລິ້ນແລ້ວດຶງອອກມາເບົາໆ ໜຶ່ງເຖິງສອງຄັ້ງ ຈະສາມາດກະຕຸ້ນເສັ້ນປະສາດໃນຄໍໄດ້.

  1. ຢາ

ຢາທີ່ໄດ້ຮັບການຢືນຢັນຈາກອົງການອາຫານ ແລະ ຢາແມ່ນ chlorpromazine (Thorazine) ນອກຈາກນີ້ຍັງມີຢາຊະນິດອື່ນໆທີ່ສາມາດປົວອາການສະເອິໄດ້ ແຕ່ຈະຕ້ອງໄດ້ຮັບຄຳແນະນຳຈາກແພດໝໍກ່ອນ. ໃນການສຶກສາບາງຮູບແບບຍັງມີການສະເໜີ ກັນຊາ, ການຝັງເຂັມ​ ຫຼື ການສະກົດຈິດພ້ອມ.

ເຖິງຢ່າງໃດນີ້ກໍເປັນວິທີທີ່ອາດຈະມີປະສິດທິຜົນ ແຕ່ກໍບໍ່ໄດ້ມີການສຶກສາຢ່າງເລິກເຊິ່ງເຖິງວິທີການຕ່າງໆ. ສ່ວນໃຫຍ່ແລ້ວອາການກໍຈະເຊົາໄປເອງ ແຕ່ສຳລັບໃຜທີ່ຍັງສະເອິຢູ່ກາຍ 48 ຊົ່ວໂມງຄວນຈະພົບແພດໝໍເພື່ອກວດເບິ່ງ ແລະ ປ້ອງກັນໂຣກທີ່ຕາມມາ. ສ່ວນຄົນທີ່ມັກສະເອິເລື່ອງຄົນອື່ນນັ້ນ…ແທ້ຈິງແລ້ວ ເຂົາແມ່ນປະທານບໍລິສັດ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/