ຍັງຈື່ກັນຫຼືບໍ່? ປານີພອນ ວົງມາລາ ຜູ້ທີ່ເຄີຍຂຶ້ນເວທີລະດັບໂລກດ້ວຍຊຸດໄໝລາວ


ນ້ອງ ປານີພອນ ຫຼື ນ້ອງ ນິກກ້າ ມີຄວາມໂດດເດັ່ນໃນດ້ານການຮ່ຳຮຽນ ດຸໝັ່ນຕັ້ງໃຈສຶກສາມາຕັ້ງແຕ່ຍັງນ້ອຍ ຈົນໃຫຍ່ມາກໍຍັງຮ່ຳຮຽນດີເດັ່ນຢູ່ສະເໝີ ໄດ້ທຶນໄປຕ່າງປະເທດ ພ້ອມທັງໄດ້ເປັນຕົວແທນສະແດງຄວາມສາມາດສູ່ເວທີລະດັບໂລກອີກດ້ວຍ.

1.ຊື່ຫຍັງ ແລະ ອາຍຸເທົ່າໃດແລ້ວ?
ໂດຍສະບາຍດີ ນ້ອງຊື່ ປານີພອນ ວົງມາລາ ຫຼື ນິກກ້າ ອາຍຸ 17 ປີ (ຂຶ້ນ 18 ປີ ເດືອນ 2 ປີຫນ້າ)

2.ຈົບຈາກໂຮງຮຽນມັດທະຍົມໃດ?
ຈາກມັດທະຍົມສຶກສາສົມບູນວຽງຈັນ ສາຍຫ້ອງສອງພາສາ (ບີແລ້ງ).

3.ເປັນຄົນຮຽນເກັ່ງມາແຕ່ນ້ອຍເລີຍບໍ?
ນ້ອງຈະບໍ່ຂໍເອີ້ນວ່າຕົນເອງຮຽນເກັ່ງ ແຕ່ຈະເປັນຄົນທີ່ຂ້ອນຂ້າງຮຽນຮູ້ໄດ້ໄວຫຼາຍກວ່າ ບວກກັບການຮຽນຮູ້ດ້ວຍຕົນເອງຕື່ມຫຼັງຈາກຮຽນໃນຫ້ອງແຕ່ລະຄາບ ເລີຍເຮັດໃຫ້ມີຜົນການຮຽນຢູ່ໃນລະດັບດີມາແຕ່ນ້ອຍ.

4. ໄດ້ທຶນໄປຮຽນຢູ່ໃສແດ່?

  • ປີ 2019 ແມ່ນເສັງໄດ້ທຶນເພື່ອໄປເພີ່ມລະດັບພາສາຝຣັ່ງຢູ່ ເມືອງບອກໂດ້ ເປັນເວລາ 3 ອາທິດ.
  • ປີ 2020 ເສັງໄດ້ທຶນ SEAYLP 2020 ທຶນແລກປ່ຽນເພື່ອພັດທະນາຄວາມເປັນຜູ້ນຳຢູ່ທີ່ສະຫະລັດອາເມລິກາ (ແຕ່ເນື່ອງຈາກໂຄວິດເລີຍໄດ້ຈັດເປັນຮູບແບບອອນລາຍແທນ).
  • ທ້າຍປີ 2020 ທຶນ Asia Youth Leader 2020 ທີ່ຈະຈັດຂຶ້ນໃນປະເທດຍີ່ປຸ່ນໃນຫົວຂໍ້ “ຊີວິດຫຼັງຈາກວິກິດໂຄວິດ-19” ເປັນເວລາ 1 ອາທິດ (ແຕ່ໄດ້ຈັດໃນຮູບແບບອອນລາຍ ຍ້ອນສະຖານະການໂຄວິດຍັງບໍ່ດີຂຶ້ນເທື່ອ)
  • 2021-ປັດຈຸບັນ ເສັງໄດ້ທຶນ bourse d’excellence ຈາກສະຖານທູດຝຣັ່ງ ເພື່ອມາຮຽນປະລິນຍາຕີ 3 ປີ ທີ່ປະເທດຝຣັ່ງ.

4. ທີ່ຜ່ານມາໄດ້ເປັນຕົວແທນຂຶ້ນເວທີຫຍັງບໍ?

  • ຕອນປະຖົມເຄີຍເປັນຕົວແທນຂຶ້ນກ່າວໃບສະໝັກເຂົ້າເປັນສະມາຊິກເຍົາວະຊົນທັນວາທົ່ວເມືອງຈັນທະບູລີ.
  • ຕອນມັດທະຍົມຕອນປາຍເຄີຍເປັນຕົວແທນຂຶ້ນກ່າວຄຳປະຕິຍານຕົນເຂົ້າເປັນສະມາຊິກຊາວໜຸ່ມ.
  • ປີ 2019 ເປັນຕົວແທນເດັກນ້ອຍລາວຂຶ້ນກ່າວບົດປາໄສກ່ຽວກັບການສຶກສາ ຢູ່ເທິງເວທີສະຫະປະຊາຊາດປະຈຳນະຄອນນິວຢອກ, ສະຫະລັດອາເມລິກາ.
  • ນອກຈາກນັ້ນກໍເປັນຕົວແທນຂອງຫ້ອງໃນການແຂ່ງຂັນເວທີຕ່າງໆເຊັ່ນ: ແຂ່ງເວົ້າພາສາອັງກິດ, ພາສາຝຣັ່ງ, ໂຕ້ວາທີ, ຮ້ອງເພງ ແລະ ຕອບຄຳຖາມວິທະຍາສາດຕ່າງໆ.

5.ບອກເຄັດລັບການຮຽນຂອງເຈົ້າໄດ້ບໍ?
ນ້ອງເຊື່ອວ່າວິທີການຮຽນໃຫ້ໄດ້ປະສິດທິພາບສູງສຸດຂອງແຕ່ລະຄົນແມ່ນແຕກຕ່າງກັນ. ສະນັ້ນ ສິ່ງທີ່ຢາກແນະນຳຄືຫາຈຸດພິເສດຂອງຕົນເອງ ມັກຮຽນແບບໃດ? ສະພາບແວດລ້ອມງຽບໆບໍ່ ຫຼື ມີເພງໜ້ອຍໜຶ່ງ? ມັກຮຽນດ້ວຍຕົນເອງ ຫຼື ມັກຮຽນໄປພ້ອມກັບໝູ່ຄົນອື່ນໆ? ມັກຈົດສະຫຼຸບໄວ້ອ່ານຕາມຫຼັງບໍ່ ຫຼື ໝາຍຈຸດສຳຄັນໃນປຶ້ມແລ້ວກັບມາອ່ານຄືນກໍໂອເຄແລ້ວ?
ເມື່ອຕອບຕົນເອງໄດ້ແລ້ວ ກໍຮຽນໄປຕາມນັ້ນເລີຍ. ສຳລັບນ້ອງເອງກໍມີວິທີການຮຽນທີ່ແຕກຕ່າງກັນໃນແຕ່ລະວິຊາຄືກັນ ຖ້າເປັນພວກວິຊາຄິດໄລ່ກໍຈະເອົາບົດໂຈດມາໄລ່ດ້ວຍຕົນເອງ ຖ້າບໍ່ເຂົ້າໃຈກໍໄປເບິ່ງບົດຕົວຢ່າງຫຼືຖາມໝູ່ ແລະ ອາຈານຕື່ມ ເຮັດແບບນີ້ຈົນເຮົາເຂົ້າໃຈວິທີແກ້ ແລະ ເມື່ອເຂົ້າໃຈແລ້ວ ກໍກັບມາໄລ່ອີກເທື່ອໃຫ້ໝັ້ນໃຈ ແລະກ້າວໄປສູ່ບົດຮຽນຕໍ່ໄປ. ຖ້າເປັນພວກທິດສະດີແມ່ນນ້ອງຈະຢູ່ໃນບ່ອນງຽບໆແລ້ວຕັ້ງໃຈອ່ານ ຈຸດໃດທີ່ສຳຄັນ ແລະ ໜ້າຈະອອກເສັງກໍໝາຍໄວ້ ແລ້ວນຳມາເຮັດສະຫຼຸບເພື່ອງ່າຍຂຶ້ນເວລາຢາກທວນຄືນບົດຮຽນທ້າຍພາກຮຽນ.

6.ນອກຈາກຮຽນເກັ່ງແລ້ວ ຍັງມີພອນສະຫວັນດ້ານໃດແດ່?
ນ້ອງເປັນຄົນທີ່ຮັກໃນສຽງດົນຕີ, ເລີ່ມຫຼິ້ນອູຄູເລເລ້ ແລະ ຮ້ອງເພງມາຕັ້ງແຕ່ຕອນປະຖົມ. ເມື່ອມາຮອດມັດທະຍົມກໍປະກອບສ່ວນໃນຫລາຍໆກິດຈະກຳຂອງໂຮງຮຽນເຊັ່ນ: ເປັນພິທີກອນ, ນັກຮ້ອງ, ຕາກ້ອງ, ນັກໂຕ້ວາທີ… ນອກຈາກນັ້ນແລ້ວນ້ອງກໍຍັງມັກການແຕ້ມຮູບ ແລະ ສ້າງສັນວິດີໂອລົງຊ່ອງຢູທູບຂອງຕົນເອງ.

7.ຢາກຂອບໃຈໃຜບໍ ທີ່ເຮັດໃຫ້ມາຮອດຈຸດນີ້?
ມີບຸກຄົນສຳຄັນຫລາຍຄົນທີ່ເຮັດໃຫ້ນ້ອງມາຮອດຈຸດໆນີ້ໄດ້ ນ້ອງຮູ້ສຶກຂອບໃຈຢ່າງທີ່ສຸດ ເລີ່ມຈາກຄອບຄົວທີ່ເປັນແຮງສົ່ງເສີມອັນສຳຄັນ ທີ່ໃຫ້ການສະຫນັບສະໜູນຕັ້ງແຕ່ນ້ອຍຈົນໃຫຍ່ ທັງການໃຫ້ຄວາມຮູ້ໃນການໃຊ້ຊີວິດກໍແມ່ນຄອບຄົວເປັນຜູ້ສັ່ງສອນ, ເປັນຜູ້ຮັບຟັງບັນຫາ ແລະ ໃຫ້ການຊີ້ແນະທີ່ດີສະເໝີມາ. ນອກຈາກນັ້ນກໍແມ່ນເຮືອນຫຼັງທີສອງກໍຄືໂຮງຮຽນ ເຊິ່ງກໍແມ່ນຄູອາຈານທີ່ເຮັດໜ້າທີ່ຊີ້ທິດເຍືອງທາງໃຫ້ນ້ອງໄດ້ມີຄວາມຮູ້, ຄວາມສາມາດ ແລະ ຊ່ວຍດຶງສັກກະຍະພາບຂອງນ້ອງອອກມາຢ່າງເຕັມທີ່.

ຂອບໃຈຫມູ່ເພື່ອນຮ່ວມຊັ້ນນຳກັນມາຕັ້ງແຕ່ນ້ອຍຈົນໃຫຍ່ ທີ່ມີທັງສຽງຫົວ ແລະ ສຽງໄຫ້ໄປນຳກັນ ຜ່ານເລື່ອງລາວຕ່າງໆທີ່ທັງງ່າຍແລະຍາກ. ແຕ່ສຸດທ້າຍແລ້ວເລື່ອງລາວເລົ່ານັ້ນກໍກາຍເປັນເລື່ອງເລົ່າ ແລະເຮັດໃຫ້ເຮົາໄດ້ກ້າວຕໍ່ໄປເປັນຜູ້ໃຫຍ່ທີ່ດີຂຶ້ນໃນອະນາຄົດ. ນອກຈາກທີ່ກ່າວມາແລ້ວນັ້ນ ກໍແມ່ນຢາກຂອບໃຈທຸກໆຄົນເລີຍທີ່ເຄີຍໃຫ້ການສະໜັບສະໜູນ, ໃຫ້ໂອກາດ, ໃຫ້ຄຳແນະນຳ ແລະ ເບິ່ງເຫັນຄວາມຕັ້ງໃຈຂອງນ້ອງ ຂອບໃຈທຸກຄົນຫຼາຍໆ.

ຂອບໃຈບົດສຳພາດໂດຍ: ປານີພອນ ວົງມາລາ
ເຟສບຸກ: Nickar Panyphorn Vongmala
ສຳພາດວັນທີ 16-22 ພະຈິກ 2021
ສຳພາດໂດຍ: ທີມຂ່າວ LaoX

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/