ຄົນທີ່ບໍ່ແມ່ນ ຕໍ່ໃຫ້ເຮັດດີເທົ່າໃດມັນກໍບໍ່ແມ່ນຢູ່ດີ! ຊາຍໜຸ່ມນຳຈີບສາວເປັນເວລາ 5 ປີ ສຸດທ້າຍສາວບອກວ່າ “ປ່ອຍຂ້ອຍໄປສາ”


ຄວາມຮັກແມ່ນສາມາດເກີດຂຶ້ນໄດ້ກັບທຸກຄົນ ແລະ ບໍ່ແມ່ນວ່າທຸກຄົນຈະສົມຫວັງກັບຄວາມຮັກ ໂດຍສະເພາະແມ່ນການຮັກເຂົາຂ້າງດຽວ ທີ່ເບິ່ງແນວໃດອີກຝ່າຍກໍບໍ່ມີທ່າທີວ່າຈະມີໃຈໃຫ້ເຮົາ ເຊິ່ງມັນກົງກັບຄຳສຸພາສິດທີ່ວ່າ “ນ້ຳຍ້ອຍລົງຫີນທຸກມື້, ຫີນບອກ ເຊົາຍ້ອຍສາຂ້ອຍບໍ່ໄດ້ຮູ້ສຶກຫຍັງກັບເຈົ້າ” ຄືກັນກັບກໍລະນີຂອງໜຸ່ມຄົນນີ້ທີ່ນຳຈີບສາວມາ 5 ປີ ສຸດທ້າຍສາວທົນບໍ່ໄຫວ ເລີຍບອກໃຫ້ໜຸ່ມຄົນນີ້ ຢຸດມາຫາແລະປ່ອຍໃຫ້ລາວເປັນອິດສະຫຼະ.

ນັກຂ່າວໄດ້ລາຍງານວ່າໃນ ເວັບໄຊ Weibo ແພັດຟອມຂອງຈີນໄດ້ມີການເຜີຍແຜ່ຄລິບວິດີໂອທີ່ມີຄວາມຍາວປະມານ 15 ນາທີ ເຊິ່ງເປັນເຫດການຂອງຄູ່ໜຸ່ມສາວຄູ່ໜຶ່ງ ທີ່ກຳລັງນັ່ງຢູ່ພື້ນທາງຍ່າງທີ່ມີຄົນຍ່າງກາຍໄປມາ. ຝ່າຍຊາຍໄດ້ຖືຊໍ່ດອກໄມ້ເພື່ອມາຂໍຄວາມຮັກຈາກຝ່າຍຍິງ ແຕ່ຖືກຝ່າຍຍິງປະຕິເສດພ້ອມທັງໂຍນຊໍ່ດອກໄມ້ຖິ້ມ.

ທາງເວັບໄຊ Apple Daily ສື່ອອນລາຍຂອງໄຕ້ຫວັນ ກໍໄດ້ລາຍງານວ່າເຫດການນີ້ເກີດຂຶ້ນທີ່ມົນທົນ ອານຮຸຍ ຂອງຈີນ ໂດຍຊາຍໜຸ່ມຜູ້ຖືສຸພາສິດ “ເກົ້າອົດເກົ້າເຍື້ອນຫາກຊິໄດ້ທ່ອນຄຳ” ໄດ້ຮັກຍິງສາວຄົນນີ້ ແລະ ຈີບມາຕະຫຼອດເປັນເວລາ 5 ປີ ເຖິງວ່າຝ່າຍຍິງຈະບໍ່ເຄີຍຕອບຮັບຮັກຂອງລາວເລີຍ. ໃນທີ່ສຸດຄວາມອົດທົນກໍມີຂີດຈໍາກັດ ຍິງສາວຜູ້ນີ້ໄດ້ລົງໄປຄຸເຂົ່ານັ່ງກັບພື້ນ, ຍົກມືນົບຝ່າຍຊາຍ ພ້ອມຂໍຮ້ອງທັງນໍ້າຕາຂໍໃຫ້ຝ່າຍຊາຍໃຫ້ເຊົາມາວົນວາຍກັບຕົນເອງ ໂດຍບອກວ່າ “ຂໍຮ້ອງ ປ່ອຍຂ້ອຍໄປສາ”.

ຫຼັງຈາກຄລິບນີ້ຖືກເຜີຍແຜ່ອອກໄປກໍເຮັດໃຫ້ເກີດກະແສໃນເວັບ Weibo ພ້ອມທັງມີຊາວເນັດເຂົ້າມາສະແດງຄວາມຄິດເຫັນຢ່າງຫຼວງຫຼາຍ. ຫຼາຍຄົນກໍບອກວ່າເຫັນໃຈຝ່າຍຊາຍທີ່ພະຍາມມາຕະຫຼອດ 5 ປີ ສຸດທ້າຍກໍຍັງຜິດຫວັງ ແລະ ໃນມຸມມອງຂອງອີກກຸ່ມກໍບອກວ່າຝ່າຍຍິງບໍ່ຜິດທີ່ບໍ່ຮັບຮັກຕອບ ແລະ ໜ້າຈະອຶດອັດໃຈຫຼາຍ ຕະຫຼອດໄລຍະ 5 ປີ ທີ່ຖືກນໍາຈີບ ຈົນເຮັດໃຫ້ໝົດຄວາມອົດທົນແລະເຮັດແບບນີ້ລົງໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/