Selena Gomez ກ່າວຂອບໃຈທີມງານ ແລະ ແຟນຄລັບ ຫຼັງຈາກມີຊື່ໄດ້ເຂົ້າຊິງຮາງວັນ Grammy Awards ເປັນຄັ້ງທຳອິດໃນຊີວິດ


ຮາງວັນ Grammy Awards ເປັນຮາງວັນທາງດົນຕີ ແລະ ສິລະປິນ ຈັດຂຶ້ນໂດຍສະຖາບັນສິລະປະວິທະຍາການ ການບັນທຶກສຽງແຫ່ງສະຫະລັດອາເມຣິກາ (National Academy of Recording Arts and Sciences :NARAS)  ເຊິ່ງເປັນລາຍການທີ່ມອບຮາງວັນໃຫ້ຜູ້ມີຜົນງານໂດດເດັ່ນໃນອຸດສາຫະກຳດົນຕີ ແລະ ຈັດຂຶ້ນເປັນປະຈຳໃນທຸກໆປີ. ສ່ວນຫຼາຍງານຈະຈັດຂຶ້ນໃນເດືອນກຸມພາ ໂດຍມີສາຂາຮາງວັນເຖິງ 108 ສາຂາ ໃນ 30 ແນວເພງ,  ແຕ່ລະຮາງວັນຈະຖືກໂຫວດໂດຍຄະນະກຳມະການໃນ NARAS.

ຫຼ້າສຸດ Selena Gomez ນັກຮ້ອງສາວຊື່ດັງຂອງໂລກ ໄດ້ມີຊື່ເຂົ້າຊິງຮາງວັນ Grammy Awards ເປັນຄັ້ງທໍາອິດຂອງຊີວິດ ໃນສາຂາ Best Latin Pop Album ສໍາລັບອາລະບໍ້າ Revelación ທີ່ໄດ້ປ່ອຍອອກມາໃນເດືອນມີນາທີ່ຜ່ານມາ. ອາລະບ້ຳຂອງ Selena Gomez ຕ້ອງໄດ້ໄປແຂ່ງຂັນກັບສິລະປິນຄົນອື່ນໆ ເຊັ່ນ: Vértigo ຂອງ Pablo Alborán, Mis Amores ຂອງ Paula Arenas, Hecho a la Antigua ຂອງ Ricardo Arjona ແລະ  Mis Manos ຂອງ Camilo.

ນອກຈາກນນີ້ນັກຮ້ອງສາວກໍໄດ້ໂພສຜ່ານທາງ Instagram ສ່ວນຕົວ ສະແດງເຖິງຄວາມດີໃຈທີ່ອາລະບໍ້າຂອງຕົນໄດ້ເຂົ້າຊິງຮາງວັນ ພ້ອມກ່າວຂອບໃຈຂອບທີມງານ ແລະ ແຟນຄລັບທີ່ຢູ່ຄຽງຂ້າງສະເໝີມາ.

“ເຈົ້າເວົ້າຫຼິ້ນກັບຂ້ອຍບໍ!? Revelación ຖືກສະເໜີຊື່ເຂົ້າຊິງ GRAMMY! ໂປຣເຈັກ​ນີ້​ແມ່ນພິ​ເສດ​ສໍາ​ລັບ​ຂ້ອຍຫຼາຍດ້ວຍເຫດຜົນຫຼາຍປະການ​. ​ຂ້ອຍ​ບໍ່​ສາ​ມາດ​ເຮັດ​ໃຫ້​ມັນ​ເກີດ​ຂຶ້ນ​ໄດ້ ຖ້າຫາກບໍ່ມີທີມງານທີ່ສຸດຍອດນີ້ຢູ່ຄຽງຂ້າງຂ້ອຍ​ ຂ້ອຍຊາບຊຶ້ງໃຈກັບພວກເຈົ້າທຸກຄົນ ♥️ ແລະ ແຟນຄລັບຂອງຂ້ອຍພ້ອມ”

ສຳລັບງານ Grammy Awards 2022 ແມ່ນຈະໄດ້ຈັດຂຶ້ນໃນວັນທີ 1 ກຸມພາປີ 2022 ທີ່  Staples Center ໃນ Los Angelis ສະຫະລັດອາເມຣິກາ  ເຊິ່ງຮາງວັນໃນສາຂາຕ່າງໆຈະຕົກເປັນຂອງສິລະປິນຄົນໃດເຮົາມາຖ້າເບິ່ງນຳກັນ.

ຂອບໃຈຂໍ້ມູນຈາກ: https://cutt.ly/zTJ0Sq2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/