ມີຜູ້ເສຍຊີວິດຢ່າງໜ້ອຍ 46 ຄົນ ຈາກອຸບັດຕິເຫດລົດເມທີ່ປະເທດ Bulgaria


ທີ່ປະເທດບັລເກເຣຍ (Bulgaria) ເກີດອຸບັດຕິເຫດລົດເມໂດຍສານໃນທາງດ່ວນ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 46 ຄົນ, ເຊິ່ງມີເດັກນ້ອຍ 12 ຄົນໃນກຸ່ມຜູ້ເສຍຊີວິດນັ້ນ. ທາງເຈົ້າໜ້າທີ່ບໍ່ສາມາດລະບຸຜູ້ເສຍຊີວິດໄດ້ວ່າແມ່ນໃຜ ແຕ່ສາມາດບອກຂໍ້ມູນເບື້ອງຕົ້ນວ່າແມ່ນເດັກນ້ອຍ ແລະ ຄົນໄວໜຸ່ມອາຍຸຈາກ 20–30 ປີ. ຜູ້ໂດຍສານສ່ວນໃຫຍ່ແມ່ນຄົນມາເຊໂດເນຍ ແລະ ມີຄົນສັນຊາດເບລຢຽມ 1 ຄົນ, ສັນຊາດເຊີເບຍ 1 ຄົນ.

ເຫດການດັ່ງກ່າວເກີດຂຶ້ນທີ່ທາງດ່ວນຕາເວັນຕົກສຽງໃຕ້ຂອງເມືອງຫຼວງໂຊເຟຍໃນເວລາທ້ອງຖິ່ນປະມານ 2:00 ໂມງ. ເຊິ່ງເປັນລົດເມຈາກປະເທດມາເຊໂດເນຍເໜືອ ທີ່ກຳລັງເດີນທາງກັບມາຈາກປະເທດຕຸຣກີ (Turkey)

ລົດເມດັ່ງກ່າວນັ້ນຫັກລ້ຽວອອກຈາກເສັ້ນທາງ ແລະ ເລີ່ມຕຳເຂົ້າໃສ່ຮົ້ວກັ້ນເສັ້ນທາງ ແບບບໍ່ມີສາເຫດ, ກ່ອນທີ່ເຄື່ອງຈັກຈະເກີດໄຟລຸກຂຶ້ນ ໂດຍບໍ່ມີພາຫະນະອື່ນກ່ຽວຂ້ອງໃນອຸບັດຕິເຫດ. ທາງເຈົ້າໜ້າທີ່ຍັງບໍ່ສາມາດຫາສາເຫດຂອງອຸບັດຕິເຫດຄັ້ງນີ້ໄດ້ເທື່ອ ແລະ ໃຫ້ການວ່າຜູ້ໂດຍສານນັ້ນກຳລັງພາກັນນອນຫຼັບຢູ່ ຈາກນັ້ນກໍມີສຽງລະເບີດເຊິ່ງປຸກໃຫ້ທຸກຄົນຕື່ນ. ມີ 7 ຄົນທີ່ໜີອອກມາຈາກລົດເມໄດ້ ແຕ່ກໍຕາມມາພ້ອມກັບແຜໄໝ້ຢ່າງຮຸນແຮງ ກ່ອນທີ່ພວກເຂົາຈະຖືກນຳສົ່ງໄປໂຮງໝໍ.

ມີລາຍງານວ່າ ລົດເມດັ່ງກ່າວໄດ້ມີການຢຸດຈອດທີ່ປ້ຳນ້ຳມັນໃກ້ກັບເມືອງໂຊເຟຍໜຶ່ງຊົ່ວກ່ອນທີ່ພວກເຂົາຈະອອກລົດ. ນອກຈາກນີ້, ຜູ້ບໍລິຫານເທສະບານເມືອງເພີນິກໄດ້ມີການໃຫ້ຂໍ້ມູນວ່າ ເສັ້ນທາງດ່ວນດັ່ງກ່າວທີ່ເກີດອຸບັດຕິເຫດນັ້ນຢູ່ໃນສະພາບບໍ່ດີມາກ່ອນແລ້ວ ເຊິ່ງມັນເຄີຍມີອຸບັດຕິເຫດມາກ່ອນ.

ປັດຈຸບັນທາງເຈົ້າໜ້າທີ່ໄດ້ເຂົ້າມາຄວບຄຸມສະຖານະການ ແລະ ພື້ນທີ່ອ້ອມຮອບເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຫົວໜ້າທີມສືບສວນສອບສວນ Borislav Sarafov ກ່າວວ່າ ອຸບັດຕິເຫດຄັ້ງນີ້ ຖ້າບໍ່ແມ່ນໂດຍຄົນ ກໍເປັນທີ່ລະບົບທາງເຕັກນິກຂັດຂ້ອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/