ກະຊວງໂຍທາທິການ ແລະ ຂົນສົ່ງ ກຳລັງດຳເນີນການພັດທະນາແຄມຂອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບປ້ອງກັນນ້ຳຖ້ວມ


ພິທີເຊັນບົດບັນທຶກຊ່ວຍຈຳການໃຫ້ທຶນກູ້ຢືມເພີ່ມຕື່ມດອກເບ້ຍຜ່ອນຜັນສຳລັບໂຄງການພັດທະນາແຄມຂອງ ແຂວງຈຳປາສັກ ລະຫວ່າງລັດຖະບານ​ ສປປ​ ລາວ ກັບກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດ (EDCF)  ສ ເກົາຫຼີ ໄດ້ຈັດຂຶ້ນໃນວັນທີ 19 ພະຈິກຜ່ານມາ, ທີ່ກະຊວງ ຍທຂ, ມີທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ-ຂົນສົ່ງ(ຍທຂ), ທ່ານ Lee Dong Geon  ຫົວໜ້າກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດ ສ.ເກົາຫຼີ ປະຈຳລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວັນທອງ ບຸດຕະນະວົງ ຫົວໜ້າກົມທາງນໍ້າ ກະຊວງ ຍທຂ ກ່າວວ່າ:  ກອງທຶນ (EDCF) ສ ເກົາຫຼີ ໄດ້ເຫັນດີຈະຊ່ວຍທຶນກູ້ຢືມດອກເບ້ຍຜ່ອນຜັນໃຫ້ສປປລາວ ຈຳນວນ 500 ລ້ານໂດລາ ສໍາລັບ 14 ໂຄງການບູລິມະສິດຂອງລັດຖະບານ, ໃນນີ້ 300 ລ້ານໂດລາ ສໍາລັບ 6 ໂຄງການບູລິມະສິດປ້ອງກັນຕາຝັ່ງເຈື່ອນໃນບັນດາແຂວງທີ່ຈຳເປັນກ່ອນໃນທົ່ວປະເທດ, ໃນກອບການຮ່ວມມືໄລຍະປີ 2020-2023 ກອງທຶນ (EDCF) ໄດ້ໃຫ້ທຶນຊ່ວຍເຫຼືອມາສຶກສາຄວາມເປັນໄປໄດ້ 3 ໂຄງການຄື: ໂຄງການພັດທະນາແຄມຂອງແຂວງຈໍາປາສັກ ໄລຍະສອງ ລວມທັງວຽກເພີ່ມຕື່ມຂອງໂຄງການໄລຍະໜຶ່ງ ທີ່ພວກເຮົາພ້ອມກັນຈະເຊັນບົດບັນທຶກຊ່ວຍຈຳໃນມື້ນີ້, ໂຄງການເກັບພາສີອາກອນແບບທັນສະໄໝໄລຍະສອງຂອງກະຊວງການເງິນ ແລະ  ໂຄງການກໍ່ສ້າງໂຮງໝໍທັນສະໄໝພາກໃຕ້ລາວຂອງກະຊວງສາທາລະນະສຸກ, ບັນດາໜ້າວຽກທີ່ໄດ້ສະເໜີນຳໃຊ້ທຶນກູ້ຢືມດອກເບ້ຍຜ່ອນຜັນເພີ່ມຕື່ມຍ້ອນຄວາມຈຳເປັນທີ່ຫຼີກເວັ້ນບໍ່ໄດ້ອັນເນື່ອງມາຈາກໄພພິບັດນໍ້າຖ້ວມໃນແຕ່ລະປີຜ່ານມາ ໂດຍສະເພາະແມ່ນນໍ້າຖ້ວມພາກໃຕ້ໃນປີ 2019. ສໍາລັບໂຄງການພັດທະນາແຄມຂອງແຂວງຈຳປາສັກ ແມ່ນໄດ້ຮັບການເຫັນດີຈາກກອງທຶນ (EDCF) ແລະ ຕາມການເຫັນດີຂອງລັດຖະບານ, ເຫັນດີອະນຸມັດໃຫ້ກະຊວງການເງິນ ສົ່ງໜັງສືທາບທາມເງິນກູ້ຢືມເພີ່ມຕື່ມ ເພື່ອຈັດຕັ້ງປະຕິບັດໂຄງການປ້ອງກັນຕາຝັ່ງເຈື່ອນ ແຂວງຈໍາປາສັກ ໄລຍະທີ 1 ໃຫ້ສໍາເລັດ ເຊິ່ງມີໜ້າວຽກກໍ່ສ້າງຄູປ້ອງກັນນໍ້າຖ້ວມ, ລວມທັງວຽກລະບາຍນໍ້າ ຍາວ 6.8 ກມ;  ປູຢາງເທິງໜ້າທາງຄູປ້ອງກັນນໍ້າຖ້ວມ ຍາວ 13.5 ກມ ແລະ ປັບປຸງທາງເບຕົງແຄມຂອງແຄມສວນຂຽວສາທາລະນະຍາວ 2 ກມ; ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຍາວ 0.3 ກມ, ຢູ່ແຄມນໍ້າເຊໂດນໄລຍະໂຄງການປັບປຸງສິ່ງແວດລ້ອມຕົວເມືອງປາກເຊ ຂອງ ADB ທີ່ມີງົບປະມານຈຳກັດ, ຍ້ອນຜົນກະທົບຈາກໄພພິບັດທຳມະຊາດພາກໃຕ້ຜ່ານມາເຊັ່ນກັນ.

ສໍາລັບມູນຄ່າທັງໝົດຂອງໂຄງການເພີ່ມຕື່ມແມ່ນ: 15.441.000 ໂດລາ, ເຊິ່ງໃນນັ້ນກອງທຶນ (EDCF) ສ.ເກົາຫຼີ ຈະສະໜອງທຶນກູ້ຢືມດອກເບ້ຍຜ່ອນຜັນຈໍານວນ 13.078.000 ໂດລາ, ສ່ວນລັດຖະບານລາວຈະສົມທົບ ຈໍານວນ 2.363.000 ໂດລາ. ພາຍຫຼັງເຊັນບົດບັນທຶກຊ່ວຍຈຳຄັ້ງນີ້ແລ້ວ, ກະຊວງ ຍທຂ ຈະໄດ້ສືບຕໍ່ສົມທົບ ກັບກະຊວງກ່ຽວຂ້ອງເພື່ອກະກຽມສະເໜີຂໍການອະນຸມັດຈາກລັດຖະບານເພື່ອໃຫ້ກະຊວງການເງິນເຊັນສັນຍາເງິນກູ້ຢືມເພີ່ມຕື່ມສຳລັບໂຄງການພັດທະນາແຄມຂອງແຂວງຈຳປາສັກໃນເວລາອັນໃກ້ນີ້. ຄາດວ່າໂຄງການຈະເລີ່ມປະຕິບັດຕົວຈິງໃນລະຫວ່າງເດືອນມັງກອນ ປີ 2022 ເປັນຕົ້ນໄປ ແລະ ຈະໃຊ້ເວລາປະມານ 17 ເດືອນຈຶ່ງຈະສຳເລັດຕາມແຜນການທີ່ໄດ້ຕົກລົງກັບກອງທຶນ EDCF.

ຮ່ວມລົງນາມໃນຄັ້ງນີ້ມີທ່ານ Lee Dong Geon  ຫົວໜ້າກອງທຶນ EDCF ສ.ເກົາຫຼີ ປະຈໍາລາວ ແລະ ທ່ານ ສຸກກະເສີມ ປາກດີມະນີວົງ ຜູ້ຊ່ວຍຄະນະລັດຖະມົນຕີ ກະຊວງ ຍທຂ ຫົວໜ້າຄະນະ, ທ່ານ ແສງດາລິດ ກັດຕິຍະສັກ ຫົວໜ້າກົມແຜນການ ແລະ ການຮ່ວມມືກະຊວງ ຍທຂ ຮອງຫົວໜ້າຄະນະ ແລະ ທ່ານ ສຸລິວັດ ສຸວັນນະຈູມຄຳ ຫົວໜ້າກົມເງິນຕາຕ່າງປະເທດ ກະຊວງການເງິນ, ໂດຍການເປັນສັກຂີພະຍານຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງ ຍທຂ.

ຂອບໃຈຂໍ້ມູນຈາກ: https://bit.ly/3r2Rjcw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/