ປ່າໄມ້ໃນອາເມຊອນຖືກທຳລາຍສູງສຸດໃນຮອບ 15 ປີ


ອາເມຊອນເປັນປ່າໃຫຍ່ທີ່ມີຄວາມສຳຄັນທີ່ສຸດຈົນມີ ສາຍາວ່າ ‘ປອດຂອງໂລກ’ ເຊິ່ງເປັນບ່ອນຮັບມືກັບບັນດາກາສເຮືອນແກ້ວ, ພາວະໂລກຮ້ອນ ແລະ ເປັນທີ່ຢູ່ອາໄສຂອງສິ່ງທີ່ມີຊີວິດນ້ອຍໃຫຍ່ ແລະ ສັດກວ່າ 3 ລ້ານຊະນິດ ອີກທັງຍັງເປັນບ້ານຂອງຄົນພື້ນເມືອງອີກ 1 ລ້ານຄົນ.

ໂດຍວັນທີ 19 ພະຈິກທີ່ຜ່ານມາ ສະຖາບັນວິໄຈດ້ານອະວະກາດຂອງ ບຣາຊິວ (INPE) ໄດ້ເຜີຍແຜ່ຂໍ້ມູນກ່ຽວກັບສະຖານະການ ການຕັດໄມ້ທຳລາຍປ່າໃນອາເມຊອນທີ່ຖືກທຳລາຍຫຼາຍສຸດໃນຮອບ 15 ປີ ໂດຍເພີ່ມຂຶ້ນສູງ 22% ພາຍໃນປີດຽວ (2020-2021) ເຊິ່ງພື້ນທີ່ປ່າບາງສ່ວນຫາຍໄປຮອດ 13,235 ກິໂລຕາແມັດ ສູງສຸດນັບຕັ້ງແຕ່ປີ 2016.

ເສັ້ນສະແດງການຕັດໄມ້ທຳລາຍປ່າຕັ້ງແຕ່ປີ 2006 – 2021

ທາງດ້ານ Joaquim Leite ລັດຖະມົນຕີສິ່ງແວດລ້ອມຂອງບຣາຊິວກ່າວວ່າ ຂໍ້ມູນດັ່ງກ່າວແມ່ນສະທ້ອນເທິງຄວາມທ້າທາຍທີ່ເກີດຂຶ້ນ ເຊິ່ງເຮົາຈຳເປັນຕ້ອງຊ່ວຍກັນຢຸດການກະທຳດັ່ງກ່າວ ໂດຍສະຖິຕິການຕັດໄມ້ທຳລາຍປ່າມີທ່າອ່ຽງສູງຂຶ້ນ ພາຍໃນໄລຍະລັດຖະບານຂອງ ປະທານາທິບໍດີ Jair Bolsonaro ທີ່ໄດ້ອະນຸຍາດໃຫ້ປະຊາຊົນເຮັດກະສິກຳ ແລະ ເຮັດເໝືອງໃນບໍລິເວນປ່າຝົນຂອງອາເມຊອນ.

ເຊິ່ງກ່ອນໜ້ານີ້ ໃນປີ 2019  Jair Bolsonaro ເຄີຍປະທະກັບ INPE, ໂດຍ Jair Bolsonaro ກ່າວຫາວ່າ INPE ພະຍາຍາມຈະທຳລາຍພາບລັກຂອງລາວ ແລະ ທຳລາຍຊື່ສຽງຂອງບຣາຊິວ. ນອກຈາກນີ້ Jair Bolsonaro ຍັງໄດ້ບອກວ່າແທ້ຈິງແລ້ວປ່າໄມ້ປະມານ 90% ຂອງບຣາຊິວຍັງໄດ້ຮັບການອະນຸລັກເປັນຢ່າງດີ.

ບໍ່ພຽງແຕ່ເທົ່ານັ້ນ ໃນກອງປະຊຸມ COP26 ທີ່ ເມືອງກລາສໂກ ປະເທດສະກັອດແລນ ທີ່ຜ່ານມາ Jair Bolsonaro ບໍ່ໄດ້ເຂົ້າຮ່ວມ ໂດຍໄດ້ສົ່ງຜູ້ແທນເຂົ້າຮ່ວມ ເພື່ອໂອ້ລົມແລະອະທິບາຍກ່ຽວກັບປະເດັນການຕັດໄມ້ທຳລາຍປ່າໃນບຣາຊິວທີ່ຫຼາຍໆຄົນເຂົ້າໃຈຜິດ. ເຊິ່ງບຣາຊິວເປັນໜຶ່ງໃນປະເທດທີ່ຮ່ວມລົງນາມໃນຂໍ້ຕົກລົງວ່າຈະຢຸດການຕັດໄມ້ທຳລາຍປ່າ ແລະ ຟື້ນຟູປ່າໄມ້ ພາຍໃນ 2030  ຜ່ານກອງປະຊຸມ COP26 ທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/