ທິດສະດີສົມຄົບຄິດແມ່ນຫຍັງ? ແນວຄິດສຸດແປກທີ່ຄົນບາງກຸ່ມສ້າງຂຶ້ນມາເພື່ອຕໍ່ຕ້ານຂໍ້ເທັດຈິງໃນໂລກ


Michael Jackson ອາດຈະຍັງມີຊີວິດຢູ່ບ່ອນໃດໜຶ່ງໃນໂລກນີ້? ການໄປຢຽບດວງເດືອນຂອງ NASA ນັ້ນເປັນເລື່ອງຫຼອກລວງ? Obama ເຄີຍເດີນທາງໄປດາວອັງຄານມາແລ້ວສອງເທື່ອ? ເມື່ອໂລກນີ້ຍັງມີອີກຫຼາຍຢ່າງທີ່ເຮົາບໍ່ຮູ້ ຈຶ່ງເກີດທິດສະດີສຸດແປກຂຶ້ນມາເພື່ອຕັ້ງຄຳຖາມໃນເລື່ອງຕ່າງໆ.

ຄຳຖາມທີ່ກ່າວມາຂ້າງເທິງນັ້ນ ຟັງເບິ່ງອາດເປັນສິ່ງທີ່ບໍ່ເປັນຕາເຊື່ອແມ່ນບໍ່? ແຕ່ເຊື່ອບໍ່ວ່າມີຄົນກຸ່ມໜຶ່ງທີ່ບໍ່ໄດ້ຖາມມັນຢ່າງລອຍໆ ແຕ່ກັບຄິດທິດສະດີມາສະໜັບສະໜູນໃຫ້ຂໍ້ສົງໄສນັ້ນມີຂໍ້ມູນຫຼາຍຂຶ້ນ ເຊິ່ງເອີ້ນກັນວ່າ “ທິດສະດີສົມຄົບຄິດ”

ທິດສະດີສົມຄົບຄິດ ແມ່ນຊຸດຄວາມຄິດທີ່ເກີດຈາກຄົນໆໜຶ່ງ ຫຼື ຄົນກຸ່ມໜຶ່ງທີ່ຕັ້ງຂໍ້ສົງໄສໃນບາງສິ່ງບາງຢ່າງທີ່ຂ້ອນຂ້າງຈະຂັດກັບຄວາມເປັນຈິງໃນໂລກ. ແຕ່ຄົນກຸ່ມນີ້ສາມາດຊອກຫາຂໍ້ມູນຕ່າງໆ ມາສົມທົບໃສ່ກັບແນວຄິດຕົນເອງໄດ້ ແລ້ວກາຍເປັນທິດສະດີອັນໜຶ່ງເພື່ອພິສູດວ່າຄວາມຄິດຂອງຕົນເອງນັ້ນຖືກຕ້ອງຢ່າງແນ່ນອນ.

ຟັງເບິ່ງອາດຈະຄືວ່າ ທິດສະດີສົມຄົບຄິດ ມັນກໍຄືກັບທິດສະດີທາງວິທະຍາສາດອື່ນໆ ທີ່ມີຕັ້ງແຕ່ການຕັ້ງສົມມຸດຖານ, ການວິໄຈຊອກຫາຂໍ້ມູນ ແລະ ກໍມາພິສູດໃສ່ກັບສົມມຸດຖານຕົນເອງເພື່ອສະຫຼຸບເປັນທິດສະດີ. ແຕ່ສິ່ງທີ່ອາດຈະຕ່າງອອກໄປ ກໍຄົງເປັນເລື່ອງຂອງຂໍ້ມູນທີ່ຫາມານັ້ນ ມັນມີທັງເລື່ອງທີ່ເປັນຄວາມຈິງ ແລະ ບໍ່ຈິງປະປົນກັນໄປ. ເຖິງຈະເປັນເຊັ່ນນັ້ນ ທິດສະດີເຫຼົ່ານີ້ກໍຍັງມີການປະສົມເລື່ອງເລົ່າຕ່າງໆ ແລະ ນຳເຫດການຈິງໃນສັງຄົມມາປະກອບເຂົ້າໃສ່ເພື່ອສ້າງຄວາມໜ້າເຊື່ອຖືຂຶ້ນໃຫ້ຕົວມັນເອງ.

ການມີຂອງທິດສະດີສົມຄົບຄິດ ແມ່ນເກີດຂຶ້ນມາເພື່ອຕໍ່ຕ້ານ ຫຼື ຄັດຄ້ານຄວາມຄິດຫຍັງບາງຢ່າງບໍ່ວ່າຈະເປັນທາງດ້ານການເມືອງ, ສາສະໜາ ຫຼື ວິທະຍາສາດ ເພາະເທົ່າທີ່ຜ່ານມາກໍຈະພົບເຫັນທິດສະດີສົມຄົບຄິດທີ່ເກີດຂຶ້ນມາເພື່ອທຳລາຍ ແລະ ໃສ່ຮ້າຍປ້າຍສີຄົນກຸ່ມໃດກຸ່ມໜຶ່ງຢ່າງຊັດເຈນ. ໃນໂລກເຮົາມີທິດສະດີສົມຄົບຄິດຢູ່ເປັນແສນໆເລື່ອງ ແຕ່ຈະຂໍຍົກຕົວຢ່າງມາ 1-2 ອັນໃຫ້ເບິ່ງວ່າແນວຄິດເຫຼົ່ານີ້ມັນເປັນແບບໃດ.

ເລີ່ມຕົ້ນເລື່ອງທຳອິດທີ່ວ່າ “ສະຫະລັດອາເມຣິການັ້ນບໍ່ໄດ້ໄປຢຽບດວງເດືອນແທ້” ທີ່ຖືເປັນເປັນຄວາມຄິດທີ່ມີການຖົກຖຽງກັນມາຢ່າງຍາວນານ ເມື່ອມີຄົນກຸ່ມໜຶ່ງໄດ້ຕັ້ງແນວຄິດຂຶ້ນມາວ່າ “ແທ້ຈິງແລ້ວ ສະຫະລັດອາເມຣິການັ້ນໄດ້ສ້າງສະຖານະການໃນການໄປຢຽບດວງເດືອນຂຶ້ນມາເອງ ໂດຍເປັນການຖ່າຍທຳວິດີໂອຈຳລອງໃນສະຕູດີໂອຂອງ Hollywood ເນື່ອງຈາກວ່າອາເມຣິກາຕ້ອງການທີ່ຈະເອົາຊະນະສະຫະພາບໂຊວຽດໃນສົງຄາມເຢັນ” ແລະ ກໍຍັງມີຂໍ້ມູນອີກຫຼາຍຢ່າງທີ່ນຳມາປະກອບໃສ່ທິດສະດີນີ້ເຊັ່ນ: ທຸງອາເມຣິກາທີ່ປິວໄດ້ ທັ້ງໆທີ່ໃນອະວະກາດນັ້ນບໍ່ມີລົມ ຫຼື ຈະເປັນຮູບຮອຍເກີບຂອງ Neil Armstrong ຕອນໄປຢຽບພື້ນດິນຢູ່ດວງເດືອນ ທີ່ເປັນຄົນລະຮອຍກັບເກີບຕົວຈິງຂອງລາວ.

ອ່ານເລື່ອງທຳອິດໄປແລ້ວ ຄົງຈະຄິດວ່າຄົນທີ່ຄິດອີ່ຫຍັງພວກນີ້ແມ່ນມີແນວຄິດທີ່ແປກບໍ່? ລອງມາອ່ານອີກທິດສະດີໜຶ່ງເບິ່ງວ່າຈະເປັນແນວໃດ. ຂໍຍົກທິດສະດີຫຼຸດໂລກທີ່ເກີດຂຶ້ນໃກ້ໆຕົວເຮົາເລີຍ ເຊິ່ງຫາກໍເກີດບໍ່ດົນມານີ້ວ່າດ້ວຍແນວຄິດເລື່ອງ “ວັກຊີນໂຄວິດນັ້ນເປັນແຜນການການຄວບຄຸມປະຊາຊົນຈາກລັດຖະບານສະຫະລັດ”. ອ່ານເບິ່ງແຕ່ຫົວຂໍ້ກໍຮູ້ສຶກເຈັບຫົວແລ້ວແມ່ນບໍ່? ທິດສະດີນີ້ເກີດຂຶ້ນມາຈາກຄົນທີ່ຢູ່ສະຫະລັດອາເມຣິກາເຊິ່ງສ່ວນໃຫຍ່ແມ່ນເປັນຝ່າຍສະໜັບສະໜູນພັກການເມືອງຣີພັບບລິກກັນ ໄດ້ອອກມາຕໍ່ຕ້ານການສັກຢາວັກຊີນປ້ອງກັນໂຄວິດ-19. ເພາະເຊື່ອວ່າທາງຝ່າຍພັກການເມືອງເດໂມແຄຼັດໄດ້ເຮັດໂຄສະນາຊວນເຊື່ອໃຫ້ຄົນໄປສັກຢາວັກຊີນນີ້ ເຊິ່ງໃນຢາວັກຊີນແມ່ນປະສົມເທັກໂນໂລຢີນາໂນທີ່ເມື່ອສັກເຂົ້າໄປແລ້ວຈະເຮັດໃຫ້ສາມາດຄວບຄຸມຈິດໃຈຂອງມະນຸດໄດ້. ໂດຍທາງພັກເດໂມແຄຼັດກໍຈະສາມາດຄວບຄຸມຈິດໃຈຂອງຝ່າຍທີ່ຢູ່ຝັ່ງກົງກັນຂ້າມຕົນເອງ ໃຫ້ມາໃຊ້ສິດເລືອກຕັ້ງເພື່ອໄປໂຫວດໃຫ້ກັບທາງພັກເດໂມແຄຼັດໃຫ້ຊະນະການເລືອກຕັ້ງເປັນປະທານາທິບໍດີໄປຕະຫຼອດຊີວິດ. ເຖິງເຮົາເອງຈະຮູ້ດີວ່າເລື່ອງແບບນີ້ ມັນເປັນໄປບໍ່ໄດ້ ແລະ ຄືຈະມີແຕ່ຢູ່ໃນຮູບເງົາ, ແຕ່ກໍມີຄົນບໍ່ໜ້ອຍເລີຍໃນອາເມຣິກາທີ່ເຊື່ອໃນແນວຄິດນີ້ ແລະ ອອກມາຕໍ່ຕ້ານລັດຖະບານຢູ່ທຸກມື້ ເຊິ່ງກໍຍັງມີບາງຄົນທີ່ຄິດອີກວ່າການສັກຢາວັກຊີນປ້ອງກັນໂຄວິດນີ້ຈະເຮັດໃຫ້ກາຍເປັນມະນຸດກາຍພັນແບບໃນເລື່ອງ X-Men.

ພໍໄດ້ອ່ານແຕ່ 2 ເລື່ອງນີ້ກໍປວດຫົວແລ້ວແມ່ນບໍ່? ເພາະເຖິງສຸດທ້າຍແລ້ວທິດສະດີພວກນີ້ຈະໄດ້ຮັບການຊີ້ແຈງຈາກຂໍ້ມູນຄວາມຈິງ ແຕ່ກໍຍັງມີກຸ່ມຄົນທີ່ບໍ່ເຊື່ອຢູ່ດີ. ໃນໂລກນີ້ຍັງມີຄົນອີກຫຼາຍລ້ານທີ່ຕ່າງກໍຄິດທິດສະດີສົມຄົບຄິດມາຢູ່ທຸກມື້ ເຊິ່ງກໍມີຕັ້ງແຕ່ທິດສະດີທີ່ຫຼຸດໂລກ ໄປຈົນເຖິງທິດສະດີທີ່ມີຂໍ້ມູນອ້າງອີງຫຼາຍຈົນເບິ່ງຄືໜ້າເຊື່ອຖື. ຖ້າຈະໃຫ້ອ່ານເລື່ອງພວກນີ້ເພື່ອຄວາມບັນເທີງນັ້ນກໍຄົງຈະບໍ່ເປັນຫຍັງຫຼາຍດອກ ແຕ່ຖ້າເຮົາຢາກຈະເຊື່ອກໍຕ້ອງໄດ້ພິສູດທິດສະດີຢ່າງຖີ່ຖ້ວນກ່ອນ ເພາະການທີ່ເຮົາເຊື່ອມັນຈົນນຳສະເໜີຂໍ້ມູນທີ່ເປັນເທັດນັ້ນຈະສົ່ງຜົນເສຍຫາຍຕໍ່ສັງຄົມໃນວົງກວ້າງໄດ້.

ເຖິງຢ່າງໃດກໍຕາມ, ການມີຂຶ້ນຂອງທິດສະດີເລື່ອງພວກນີ້ມັນກໍເປັນສິ່ງທີ່ບົ່ງບອກໄດ້ວ່າ ມະນຸດເຮົາເອງກໍເປັນສິ່ງທີ່ມີຊີວິດທີ່ມີຄວາມຄິດທີ່ຊັບຊ້ອນພຽງໃດ ແລະ ກໍມັກທີ່ຈະຕັ້ງຄຳຖາມຕະຫຼອດເວລາ. ຂະໜາດຕົວເຮົາເອງກໍອາດຈະເຄີຍມີການຕັ້ງຂໍ້ສັງເກດໃນເລື່ອງຫຍັງບາງຢ່າງໃນສິ່ງທີ່ເຮົາບໍ່ເຊື່ອແມ່ນບໍ່? ພຽງແຕ່ເຮົານັ້ນໄດ້ແຕ່ຕັ້ງຄຳຖາມ ແຕ່ກໍບໍ່ໄດ້ລົງທຶນອອກໄປຫາຂໍ້ມູນດັ່ງກ່າວເໝືອນທີ່ກຸ່ມຄົນທີ່ກ່າວມາຂ້າງເທິງນັ້ນເຮັດ.

ການຕັ້ງຄຳຖາມນັ້ນມັນເປັນເລື່ອງທີ່ດີ ເພາະມັນເຮັດໃຫ້ເຮົາສົນໃຈທີ່ຈະສຶກສາ, ຄົ້ນຄວ້າ ແລະ ວິໄຈຈົນຫາຄຳຕອບໃນເລື່ອງຕ່າງໆໄດ້ ເໝືອນດັ່ງທຸກໆງານຂອງວິທະຍາສາດນັ້ນກໍເລີ່ມມາຈາກການຕັ້ງຄຳຖາມ ຫຼື ຄວາມສົງໄສໃດໜຶ່ງຂຶ້ນມາ. ແຕ່ຖ້າເຮົາຕັ້ງຄຳຖາມຫຍັງທີ່ມັນບໍ່ສົມເຫດສົມຜົນເລີຍ ແລະ ຍັງເອົາຂໍ້ມູນທີ່ບໍ່ເປັນຄວາມຈິງມາປະກອບເພີ່ມເສີມໃສ່ ແລ້ວເຜີຍແຜ່ອອກໄປສູ່ສັງຄົມວົງກວ້າງ, ເມື່ອນັ້ນເອງທີ່ຕົວເຮົາ ກໍໄດ້ເລີ່ມສ້າງທິດສະດີສົມຄົບຄິດຂຶ້ນມາແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/