ເປັນພຽງສີ່ຫຼ່ຽມສີດຳ ຈະໄປມີຄ່າຫຍັງ… ທີ່ຈິງແລ້ວ ມັນແມ່ນຮູບແຕ້ມທຳອິດຂອງສິລະປະແບບ Suprematism


ເມື່ອເວົ້າເຖິງສິລະປະແບບ Suprematism, ບັນດາສິລະປິນສະໄໝໃໝ່ທັງຫຼາຍຈະຕ້ອງຄິດເຖິງຜົນງານThe Black Square ຂອງນັກຈິດຕະກອນຊາວຣັດເຊຍ Kazimir Malevich. ຮູບດັງກ່າວນັ້ນຄົງສ້າງຄວາມສັບສົນໃຫ້ແກ່ຫຼາຍຄົນໄດ້ບໍ່ໜ້ອຍ ແລະ ອາດຈະຍັງເປັນຫົວຂໍ້ໃຫ້ຜູ້ທີ່ບໍ່ເສບງານສິລະປະອອກມາຕັ້ງຄຳຖາມວິຈານວ່າ ງານແບບນີ້ຂາຍໄດ້ແນວໃດ? ຫຼື ງານແບບນີ້ເດັກນ້ອຍອະນຸບານກໍແຕ້ມໄດ້! ເຊິ່ງມັນກໍບໍ່ຜິດ ແຕ່ວ່າຄຸນຄ່າ ແລະ ເນື້ອຫາຂອງມັນເລິກເຊິ່ງໄປກວ່ານັ້ນຫຼາຍ.

Kazimir Malevich ນັ້ນ ຕັ້ງໃຈພະຍາຍາມຢາກຊອກຫາຮູບແບບທາງງານສິນທີ່ເໝາະສົມໃນການສະແດງອອກ ບໍ່ວ່າຈະຜ່ານສະໄຕລ໌ Impressionism (ສິລະປະແບບປະທັບໃຈ) ໄປຈົນຮອດສະໄຕລ Cubism (ສິລະປະແບບໃຊ້ຫຼ່ຽມ) ເພື່ອທີ່ຈະກ້າວໄປຂ້າງໜ້າອີກ. ລາວຈຶ່ງໄດ້ເຂົ້າຮ່ວມກັບກຸ່ມນັກເຄື່ອນໄຫວອະນາຄົດນິຍົມໃນສະຕະວັດທີ 20. ໃນນັ້ນລວມມີທັງສິລະປິນ, ນັກດົນຕີ ແລະ ນັກແຕ່ງບົດກະວີ ທີ່ມີແນວຄິດປະຕິເສດອະດີດເຊັ່ນ ລະບົບທີ່ຖືກສ້າງໄວ້ແລ້ວໃນໂລກຕາເວັນຕົກ. ພວກເຂົາໄດ້ຍົກເລີກການຕາມຫາຄຳຕອບຈາກອະດີດ ເພື່ອປະຕິວັດໃຫ້ລະບົບການປົກຄອງໄດ້ມີການປ່ຽນແປງ ແລ້ວກໍ່ໃຫ້ເກີດລະບົບສິລະປະແບບໃໝ່.

ມາຮອດເດືອນທັນວາປີ 1915 ທີ່ ເຊນ ປີເຕີສເບີກ,  Malevich ກໍໄດ້ວາງສະແດງຜົນງານຮູບແບບໃໝ່ຂອງລາວເປັນຄັ້ງທຳອິດ. ພາຍໃຕ້ຊື່ງານນິທັດສະການ “0.10.” ໂດຍຈະມີທັງໝົດ 35 ຮູບ, ເຊິ່ງໜຶ່ງໃນນັ້ນແມ່ນຮູບແຕ້ມທຳອິດຂອງລາວ; ຮູບ ສີ່ຫຼ່ຽມສີດຳ ນັ້ນເອງ. ການເປີດຕົວຮູບນັ້ນ ກໍເປັນດັ່ງການເປີດຕົວຮູບແບບໃໝ່ໃນງານສິລະປະໄປນຳ ພາຍໃຕ້ຊື່ວ່າ “Suprematism” ໂດຍ Malevich ໄດ້ອະທິບາຍວ່າ ມັນແມ່ນການນຳໃຊ້ຮູບແບບເລຂາຄະນິດແບບງ່າຍໆ ເພາະວ່າການບັນຍາຍວັດຖຸທາງພາບລັກນັ້ນບໍ່ຖືກນັບວ່າສຳຄັນ, ແຕ່ແມ່ນຄວາມຮູ້ສຶກທາງສິລະປະທີ່ເປັນທີ່ສຸດ (Supreme)

Malevich ເຄີຍຂຽນປຶ້ມຫົວໜຶ່ງຊື່ວ່າ “The Non-Objective World ມັນແມ່ນໜຶ່ງໃນເອກະສານສຳຄັນທາງທິດສະດີສຳລັບສິລະປະນາມມະທຳ (Abstract Art) ເຊິ່ງເນື້ອໃນມີປະໂຫຍກທີ່ບອກເລົ່າເຖິງການສູ້ຊົນອອກມາໃຫ້ເປັນອິດສະຫຼະຈາກໂລກຄວາມເປັນຈິງ ແລະ ໃຊ້ສີ່ຫຼ່ຽມນີ້ເປັນຮູບແບບຂອງສະຖານທີ່ຫຼົບໄພ.

ຮູບສີ່ຫຼ່ຽມຈັດຕຸລັດສີດຳນັ້ນ ໄດ້ຖືກນຳມາທົດແທນເຄື່ອງໝາຍຂອງຄຳວ່າ ສັກສິດດັ່ງພະເຈົ້າ ທີ່ເປັນຕົວແທນຂອງບັນດາຜົນງານຈິດຕະກຳທີ່ບໍ່ສາມາດບັນຍາຍອອກມາໄດ້. Malevich ໄດ້ອະທິບາຍວ່າ ການຮັບຮູ້ແລະເຂົ້າໃຈຮູບແບບດັ່ງກ່າວນັ້ນ ຈະຕ້ອງເປັນອິດສະຫຼະອອກຈາກເຫດຜົນ. ເພື່ອຄວາມຈິງທີ່ທ່ອງແທ້, ແມ່ນຈະສາມາດເຂົ້າໃຈຜ່ານຄວາມຮູ້ສຶກທີ່ບໍລິສຸດ. ສຳລັບຕົວສິລະປິນແລ້ວ, ຮູບສີ່ຫຼ່ຽມປຽບດັ່ງຄວາມຮູ້ສຶກຂອງເຂົາ, ສ່ວນສີຂາວແມ່ນຄວາມວ່າງເປົ່າ.

Suprematism ເປັນໜຶ່ງໃນປັດໄຈການເຄື່ອນໄຫວຂອງສິລະປະສະໄໝໃໝ່ໃນຣັດເຊຍ ໂດຍຈະເຊື່ອມໂຍງກັບການປະຕິວັດຂອງກຸ່ມນັກສັງຄົມນິຍົມ ອັນເນື່ອງຈາກການຂຶ້ນປົກຄອງປະເທດຂອງ Starlin ໃນປີ 1924. ຜົນງານສິລະປະສະໄໝໃໝ່ກໍເພື່ອການຂັດແຍ່ງຕໍ່ຄວາມຕ້ອງການຂອງຜູ້ຄອງປະເທດທີ່ກຳນົດວ່າ ສິລະປະຕ້ອງເປັນສື່ທີ່ສາມາດຊຶມຊັບວັດຖຸປະສົງຂອງລັດຖະບານສູ່ປະຊາຊົນ. ໃນທີ່ສຸດ, Malevich ກໍແຕ້ມຮູບແບບສະເໝືອນຈິງຫຼັງຈາກທີ່ກິດຈະການຂອງຕົນອ່ອນແຮງລົງ ແລະ ພາຍໃນເວລາຕໍ່ມາກໍໄດ້ເສຍຊີວິດລົງໃນປີ 1935.

ປັດຈຸບັນຜົນງານ The Black Square  ທີ່ມີທັງ 4 ສະບັບ ໄດ້ຖືກວາງສະແດງທັງໝົດໃນປະເທດຣັດເຊຍບ້ານເກີດຂອງຕົວສິລະປິນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/