CEO ຂອງ NVIDIA ກ່າວວ່າ Metaverse ຈະຊ່ວຍໃຫ້ຫຼາຍໆບໍລິສັດປະຢັດເງິນຫຼາຍພັນລ້ານໂດລາໃນໂລກຂອງຄວາມເປັນຈິງ


Metaverse ແມ່ນນະວັດຕະກຳທີ່ສ້າງ ແລະ ປະສານສະພາບແວດລ້ອມຂອງໂລກແທ້ທີ່ເຮົາອາໄສຢູ່ ເຂົ້າກັບໂລກສະເໝືອນຈິງຈົນເຮັດໃຫ້ກາຍເປັນ “ຊຸມຊົນໂລກສະເໝືອນຈິງ” ໂດຍອາໄສເທັກໂນໂລຢີ AR (Augmented Reality) ແລະ VR (Virtual Reality) ເປັນຕົວຊ່ວຍເຊື່ອມໂຍງແບບໄຮ້ຮອຍຕໍ່ໃຫ້ກາຍເປັນພື້ນທີ່ໂລກດຽວກັນ. ປະໂຫຍດຫຼາຍໆຢ່າງທີ່ສາມາດນຳໃຊ້ຈາກ Metaverse ໄດ້ເຮັດໃຫ້ກຸ່ມບໍລິສັດຊັ້ນນໍາຂອງໂລກໄດ້ຫັນມາສຸມໃສ່ການລົງທຶນກ່ຽວກັບເທັກໂນໂລຢີນີ້. ເຊັ່ນດຽວກັບ ບໍລິສັດ NVIDIA ທີ່ໄດ້ລົງທຶນກັບນະວັດຕະກຳນີ້ ແລະ ໄດ້ກ່າວວ່າ Metaverse ຈະຊ່ວຍໃຫ້ຫຼາຍໆບໍລິສັດປະຢັດເງິນເປັນຈຳນວນຢ່າງຫຼວງຫຼາຍໃນໂລກແຫ່ງຄວາມເປັນຈິງ.

Jensen Huang CEO ຂອງບໍລິສັດ NVIDIA ຜູ້ຜະລິດ graphics chip ແລະ ກາດຈໍ ລາຍໃຫຍ່ຂອງໂລກໄດ້ໃຫ້ສຳພາດໃນເລື່ອງ “Mad Money” ກ່ຽວກັບຈັກກະວານສະເໝືອນຈິງກັບທາງ CNBC ໂດຍໄດ້ກ່າວວ່າ ທຸລະກິດຕ່າງໆສາມາດເພິ່ງພາ Metaverse ຫຼື Omniverse (ຄຳສັບທີ່ທາງ NVIDIA ໃຊ້ເອີ້ນ Metaverse) ເພາະຈະຊ່ວຍເພີ່ມປະສິດທິພາບການດຳເນີນງານ ແລະ ລົດການໃຊ້ຊັບພະຍາກອນໂດຍບໍ່ຈຳເປັນໃນໂລກແຫ່ງຄວາມເປັນຈິງໄດ້ມະຫາສານ.

“ເຮົາເສຍເງິນເປັນຈຳນວນຫຼາຍໄປແບບບໍ່ມີປະສິດທິພາບກັບຫຼາຍຢ່າງ ຍ້ອນວ່າເຮົາບໍ່ຍອມຈຳລອງມັນເປັນໂລກສະເໝືອນຈິງກ່ອນ ເຮົາຢາກຈຳລອງໂຮງງານທັງໝົດໃນ Metaverse, ໃນ Omniverse ນີ້” Huang ກ່າວ.

Jensen Huang CEO ຂອງບໍລິສັດ NVIDIA

Huang ເຊື່ອວ່າ Metaverse ຈະມີປະໂຫຍດຫຼາຍກວ່າການພັດທະນາໃນພາກການເງິນເທົ່ານັ້ນ, ເພາະບໍລິສັດຕ່າງໆ ສາມາດນຳມາຈຳລອງສິ່ງຕ່າງໆ ທີ່ພວກເຂົາຕ້ອງການຈຳລອງໃນໂລກສະເໝືອນຈິງ ກ່ອນທີ່ພວກເຂົາຈະຕັດສິນໃຈເຮັດມັນໃນໂລກແທ້ອີກດ້ວຍ.

“ຖ້າເຮົາສາມາດທົດລອງໃນ Metaverse ໄດ້ ມັນຈະຊ່ວຍໃຫ້ເຮົາຫຼຸດຜ່ອນຈຳນວນສິ່ງເສດເຫຼືອໄດ້ຢ່າງມະຫາສານ ເຊິ່ງມັນນຳມາເຊິ່ງໝາກຜົນທາງເສດຖະກິດທີ່ດີສຳລັບຫຼາຍໆບໍລິສັດ ແລະ ນັ້ນກໍແມ່ນເຫດຜົນທີ່ວ່າຫຼາຍໆບໍລິສັດເລືອກທີ່ຈະລົງທຶນກັບເທັກໂນໂລຢີນີ້. ເພາະພວກເຂົາເບິ່ງໃນພາບລວມວ່າຈະຊ່ວຍປະຢັດງົບປະມານ ແລະ ຫຼຸດຜ່ອນຄ່າໃຊ້ໃນດ້ານຕ່າງໆ ເປັນຈຳນວນເງິນຫຼາຍຮ້ອຍລ້ານຫຼືຫຼາຍພັນລ້ານໂດລາ” Huang ກ່າວເສີມ.

ປັດຈຸບັນ NVIDIA ຖືວ່າເປັນຜູ້ຜະລິດຊິບ ແລະ ກາດຈໍລາຍໃຫຍ່ທີ່ສຸດໃນໂລກ. ແຕ່ໃນຂະນະທີ່ຄວາມຕ້ອງການ semiconductors ກໍເພີ່ມຂະຫຍາຍຕົວຂຶ້ນ (ເພາະບັນຫາຂາດແຄນ semiconductors) ແລະ ເຮັດໃຫ້ຄວາມຕ້ອງການສິນຄ້າຂອງ NVIDIA ເພີ່ມຂຶ້ນສູງໃນໄລຍະທີ່ຜ່ານມາ. ເຖິງຈະເປັນແບບນັ້ນ ບໍລິສັດ NVIDIA ແມ່ນໄດ້ສຸມໃສ່ງົບປະມານລົງທຶນສ່ວນໜຶ່ງເພື່ອພັດທະນາຊິບ ເພາະວ່າຊິບເປັນສ່ວນສຳຄັນໃນການພັດທະນາໂລກ Metaverse.

ແນວຄິດຂອງ Metaverse ເປັນແນວຄິດທີ່ລ້ຳສະໄໝ ເຮັດໃຫ້ບໍລິສັດຂະໜາດໃຫຍ່ຂອງໂລກເຊັ່ນ Meta ເຊິ່ງເປັນບໍລິສັດແມ່ຂອງ Facebook ອອກມາປະກາດວ່າຈະພັດທະນາ Metaverse ແບບຈິງຈັງ ສົ່ງຜົນບວກໃຫ້ຮຸ້ນຂອງ NVIDIA ໃນຮອບຫຼາຍອາທິດທີ່ຜ່ານມາ. ໂດຍຮຸ້ນຂອງ NVIDIA ໄດ້ປັບເພີ່ມຂຶ້ນ 29% ໃນເດືອນນີ້ ແລະ 66% ໃນໄລຍະ 3 ເດືອນທີ່ຜ່ານມາ ແລະ ມູນຄ່າຕະຫຼາດຂອງ NVIDIA ໃນຕອນນີ້ຢູ່ທີ່ 824.6 ແສນລ້ານໂດລາ ເຊິ່ງຖືວ່າເປັນບໍລິສັດທີ່ມູນຄ່າສູງສຸດເປັນອັບດັບທີ 7 ໃນ ດັດຊະນີ S&P 500.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/