ຊາຍຊາວຈີນຖືກຮ້ານບຸບເຟ້ແບນ ຍ້ອນກິນຫຼາຍໂພດ


ທີ່ຮ້ານບຸບເຟ້ອາຫານທະເລຈາກ ສປ ຈີນ ໄດ້ມີການແບນນັກ live-streamer ບໍ່ໃຫ້ເຂົ້າມາ ເນື່ອງຈາກຊາຍຄົນດັ່ງກ່າວນັ້ນກິນຫຼາຍຈົນເກີນໄປ

ເລື່ອງລາວດັ່ງກ່າວໄດ້ສ້າງຄວາມສົນໃຈຈາກຄົນໃນໂລກອອນລາຍຈົນຕິດອັນດັບພ້ອມມີຍອດເຂົ້າຊົມສູງເຖິງ 250 ລ້ານໃນ Weibo ຕາມມາດ້ວຍຄຳຄິດເຫັນທີ່ຫຼາຍຫຼາຍ. ບາງຄົນກໍບອກວ່າຖ້າຮ້ານບໍ່ສາມາດຮັບຜິດຊອບໄດ້ກໍບໍ່ຄວນເປີດເປັນບຸບເຟ້, ສ່ວນອີກທາງກໍອອກມາສະແດງຄວາມເສຍໃຈກັບເຈົ້າຂອງຮ້ານ.

ຊາຍດັ່ງກ່າວມີຊື່ວ່າ Mr Kang ເຊິ່ງລາວໄດ້ກ່າວວ່າຮ້ານບຸບເຟ້ດາດທະເລ ທີ່ເມືອງ Changsha ຫ້າມບໍ່ໃຫ້ລາວກິນຫຼັງຈາກການເຂົ້າມາໃຊ້ບໍລິການທີ່ຮ້ານໄປແລ້ວຫຼາຍຄັ້ງ. ເຊິ່ງຄັ້ງທຳອິດທີ່ມາແມ່ນໄດ້ກິນຂາໝູໄປ 1.5 ກິໂລ ຕາມດ້ວຍກຸ້ງ 3.5 – 4 ກິໂລ ໃນຄັ້ງຕໍ່ມາ. “ຂ້ອຍກິນຫຼາຍ ມັນແມ່ນຄວາມຜິດຂ້ອຍຫວາ?” ໂດຍລາວໄດ້ເວົ້າໃຫ້ຮ້ານອາຫານວ່າປະຕິບັດກັບລູກຄ້າທີ່ກິນຫຼາຍຢ່າງບໍ່ເປັນທຳ ພ້ອມທັງເສີມອີກວ່າຕົນເອງບໍ່ຢາກເສຍດາຍເງິນທີ່ຈ່າຍໄປ.

ແຕ່ທາງຮ້ານອາຫານກໍອອກມາຕອບໂຕ້ໂດຍບອກວ່າຊາຍຜູ້ນີ້ເຮັດໃຫ້ຮ້ານຂາດກຳໄລ. ທຸກຄັ້ງທີ່ລາວມາ, ທາງຮ້ານຈະຕ້ອງເສຍກຳໄລສອງສາມຮ້ອຍຢວນ. ນອກຈາກນີ້ທາງຮ້ານຍັງບອກວ່າຈະແບນ live-streamer ທຸກຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/