ບໍລິສັດໃນລອນດອນ ສະເໜີໃຫ້ພະນັກງານລາພັກໄດ້ບໍ່ຈຳກັດ ເພື່ອຢຸດສະພາວະ Burnout


ສຳລັບໄວເຮັດວຽກແລ້ວ, ການຈະພົບກັບສະພາວະ Burnout ນັ້ນແມ່ນສາມາດເກີດຂຶ້ນໄດ້ກັບທຸກຄົນ. Burnout ແມ່ນສະພາວະທີ່ພະນັກງານຈະຮູ້ສຶກໝົດໄຟໃນການເຮັດວຽກ ທີ່ອາດຈະເກີດຈາກຄວາມກົດດັນຈາກວຽກເຊິ່ງມັນຊຳເຮື້ອມາດົນ ແລະ ບໍ່ໄດ້ຮັບການຈັດການທີ່ຖືກຕ້ອງ ຈົນສົ່ງຜົນມາໃສ່ສຸຂະພາບຈິດໃຫ້ພວກເຂົາຮູ້ສຶກເມື່ອຍທາງອາລົມ, ຮູ້ສຶກໝົດພະລັງງານ ແລະ ບໍ່ມີຈິດໃຈຢາກເຮັດວຽກ. ດ້ວຍເຫດນັ້ນເອງ ເພື່ອຈະກຳຈັດສະພາວະ Burnout ນີ້, Finncapp ບໍລິສັດນາຍໜ້າຊື້ຂາຍຮຸ້ນທີ່ລອນດອນ, ປະເທດອັງກິດ ຈຶ່ງໄດ້ມີມື້ພັກທີ່ບໍ່ຈຳກັດໃຫ້ກັບພະນັກງານຕັ້ງແຕ່ປີໜ້າເປັນຕົ້ນໄປ.

ນະໂຍບາຍມື້ພັກບໍ່ຈຳກັດແຖມຍັງໄດ້ເງິນພ້ອມນັ້ນເປັນທີ່ນິຍົມສຳລັບບັນດາບໍລິສັດດ້ານເທັກໂນໂລຢີ ໂດຍສະເພາະໃນສະຫະລັດອາເມຣິກາ. ແຕ່ສຳລັບບໍລິສັດຜູ້ໃຫ້ບໍລິການທາງດ້ານການເງິນແມ່ນໜ້ອຍຫຼາຍ. ບາງບໍລິສັດທີ່ທົດລອງນະໂຍບາຍດັ່ງກ່າວກໍພົບວ່າມັນເພີ່ມປະສິດທີພາບຂຶ້ນໄດ້ ແຕ່ບາງບໍລິສັດກໍພົບວ່າພະນັກງານໃຊ້ມື້ພັກໜ້ອຍລົງ.

ບໍລິສັດ Finncapp ແມ່ນໜຶ່ງໃນຜູ້ໃຫ້ບໍລິການທີ່ປຶກສາທາງດ້ານການເງິນ ເຊິ່ງເປັນທີ່ຮູ້ຈັກດີວ່າໜ້າວຽກຫຍຸ້ງຫຼາຍ. ທາງຜູ້ບໍລິຫານໄດ້ສັງເກດເຫັນເຖິງສັນຍານສຸຂະພາບຈິດຂອງລູກຈ້າງຕົນເອງເມື່ອເດືອນກຸມພາຂອງປີນີ້. ຕົວຢ່າງໃນຂະນະທີ່ປະຊຸມ Zoom, ພະນັກງານຫຼາຍຄົນເລີ່ມມີອາລົມຫງຸດຫງິດ ແລະ ບາງຄົນກໍປະຕິເສດທີ່ຈະສື່ສານນຳ. ພວກເຂົາຕ້ອງເຮັດວຽກຢ່າງໜັກຫຼາຍຊົ່ວໂມງຈາກເຮືອນໃນໄລຍະການລະບາດ ໂດຍສະເພາະແມ່ນລັອກດາວ ຈົນເສັ້ນແບ່ງລະຫວ່າງວຽກ ແລະ ຊີວິດເລີ່ມຈະປົນກັນ. ສົ່ງຜົນໃຫ້ບໍ່ມີການຢຸດພັກ ມີແຕ່ການເຮັດວຽກຕະຫຼອດເວລາ ເຊິ່ງມັນກະທົບກັບທຸກໆບໍລິສັດທົ່ວໂລກ. ນອກຈາກນັ້ນ, ເມື່ອທຸກຄົນຕ່າງກໍເຮັດວຽກແລ້ວ ມັນຍັງເປັນແຮງກົດດັນໃສ່ຜູ້ອື່ນວ່າຈະຕ້ອງເຮັດແຕ່ວຽກເທົ່ານັ້ນ.

Finncapp ຈຶ່ງໄດ້ຕັດສິນໃຈໃຫ້ພະນັກງານໄດ້ຮັບມື້ພັກແບບບໍ່ມີຈຳກັດ ໂດຍທີ່ພວກເຂົາຈະໄດ້ມື້ພັກຢ່າງໜ້ອຍ 4 ອາທິດ ບວກກັບ 2-3 ມື້ພັກທຸກໆ 4 ເດືອນ, ເລີ່ມຕັ້ງແຕ່ ວັນທີ 1 ເດືອນມັງກອນປີ 2022. ເຊິ່ງນັ້ນແມ່ນບໍ່ໄດ້ກວມລວມມື້ພັກທີ່ຕ້ອງໃຊ້ດູແລສະມາຊິກຄອບຄົວເຊັ່ນ ພໍ່ແມ່, ລູກຫຼືສັດລ້ຽງ ຫຼື ມື້ພັກສຳລັບການຈັດການບັນຫາເລັກນ້ອຍໄປຮອດໃຫຍ່ຫຼວງຕ່າງໆ ທີ່ເປັນບັນຫາສ່ວນບຸກຄົນແມ່ນພັກຕ່າງຫາກ.

ນອກຈາກນີ້ບໍລິສັດຍັງໄດ້ວາງຈຳນວນມື້ພັກໜ້ອຍສຸດທີ່ພະນັກງານຈະຕ້ອງພັກ ດ້ວຍຄວາມຢ້ານວ່າການປະກາດນະໂຍບາຍນີ້ຈະເປັນພຽງການປະກາດເທົ່ານັ້ນ. ເຊິ່ງກໍລະນີນີ້ມັນເຄີຍເກີດຂຶ້ນກັບບໍລິສັດເທັກໂນໂລຢີ CharlieHR ມາກ່ອນ, ຫຼັງຈາກປະກາດນະໂຍບາຍມື້ພັກແບບບໍ່ຈຳກັດ ແຕ່ກາຍເປັນບໍ່ມີພະນັກງານໃຊ້ມື້ພັກໃຫ້ຫຼາຍພໍ.

ບໍລິສັດອື່ນໆ ຕ່າງກໍຫາວິທີການກຳຈັດຄວາມກົດດັນໃຫ້ແກ່ພະນັກງານໂດຍການໃຫ້ເວລາພັກພວກເຂົາໄປຈຳນວນໜຶ່ງ. ເຊັ່ນບໍລິສັດຫາຄູ່ Bumble ເຊິ່ງປິດໃຫ້ບໍລິການບໍລິສັດຊົ່ວຄາວເປັນເວລາໜຶ່ງອາທິດ ໃນເດືອນມິຖຸນາທີ່ຜ່ານມາ ເພື່ອໃຫ້ລູກຈ້າງໄດ້ສູ້ກັບຄວາມກົດດັນ. ຈົນນຳມາສູ່ນະໂຍບາຍການພັກ 1 ອາທິດເຕັມທົ່ວບໍລິສັດ ເປັນຈຳນວນ 2 ຄັ້ງຕໍ່ປີ. ໂດຍຄວາມກົດດັນດັ່ງກ່າວນັ້ນເກີດຈາກການທີ່ຕ້ອງຕິດຕໍ່ກັນຕະຫຼອດເວລາ ແຕ່ຍັງເຮັດວຽກຢູ່ເຮືອນ ຫຼື ໃນຂະນະທີ່ພັກຜ່ອນຢູ່ກໍຍັງເກີດຄວາມຮູ້ສຶກຢ້ານວ່າຕາມຫຍັງບໍ່ທັນຫຼືບໍ່?

ໃນເດືອນເມສາທີ່ຜ່ານມາ, ບໍລິສັດຫາງານຊື່ດັງ LinkedIn ກໍປິດບໍລິການເປັນເວລາ 1 ອາທິດ ໂດຍໃຫ້ພະນັກງານເກືອບ 16,000 ຄົນໄດ້ພັກ ແລະ ບໍລິສັດຢ່າງ Nike ສາຂາໃຫຍ່ທີ່ Oregon ກໍປິດໃຫ້ບໍລິການ 1 ອາທິດເຕັມໃນເດືອນສິງຫາທີ່ຜ່ານມາ ເພື່ອຊ່ວຍສະພາບຈິດໃຈຂອງພະນັກງານ.

ສຳລັບບ້ານເຮົາອາດຈະຍັງເບິ່ງເປັນສິ່ງທີ່ໃໝ່ຢູ່ ເນື່ອງຈາກວ່າມີຫຼາຍຄົນບໍ່ເຂົ້າໃຈເຖິງບັນຫາ ແລະ ຄວາມສຳຄັນຂອງສຸຂະພາບຈິດ. ເພາະເຖິງແມ່ນວ່າພະນັກງານຈະມີມື້ພັກຂອງພວກເຂົາແລ້ວກໍຕາມ ກໍຍັງມີການກັງວົນທີ່ສາມາດເກີດຂຶ້ນໄດ້ເພື່ອທີ່ພວກເຂົາໃຊ້ມື້ພັກນັ້ນ ສົ່ງຜົນໃຫ້ເປັນການບໍ່ໄດ້ໃຊ້ມື້ພັກໃຫ້ເປັນປະໂຫຍດ. ບໍ່ພຽງເທົ່ານັ້ນ, ຍັງສ້າງຄວາມກົດດັນເພີ່ມຂຶ້ນໄປອີກ. ການທີ່ບໍລິສັດໃນປະເທດລາວເຮົາຈະສາມາດມີນະໂຍບາຍດັ່ງກ່າວໄດ້ ອາດຈະຕ້ອງໄດ້ມີເວລາພິຈາລະນາຢ່າງລະອຽດ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/