5 ນັກປະດິດຜູ້ໂດ່ງດັງ ແລະ ຜົນງານທີ່ພວກເຂົາລັກມາ


ຜົນງານສິ່ງປະດິດທີ່ຍິ່ງໃຫຍ່ລະດັບປະຫວັດສາດໄດ້ຈາລຶກໄວ້ ສຳລັບບາງຜົນງານ ຫຼື ອາດຈະຫຼາຍກວ່ານັ້ນ ທຸກມື້ນີ້ເຮົາໄດ້ສັນລະເສີນຍ້ອງຍໍຜິດຄົນໄປແລ້ວ ເນື່ອງຈາກໄອເດຍຜົນງານພວກນີ້ມັນບໍ່ແມ່ນຂອງພວກເຂົາ. ບໍ່ພຽງເທົ່ານັ້ນ, ຜູ້ທີ່ເປັນເຈົ້າຂອງຜົນງານແທ້ໆ ອາດໃຊ້ຊີວິດໃນເງົາບໍ່ໄດ້ຮັບການມີຕົວຕົນໃນສັງຄົມເທົ່າເຄິ່ງໜຶ່ງຂອງຜູ້ທີ່ລັກໄອເດຍເຂົາເຈົ້າໄປແລ້ວກໍໄດ້ ແຕ່ປັດຈຸບັນໂລກໄດ້ມີກົດໝາຍປົກປ້ອງເລື່ອງຊັບສິນທາງປັນຍາ ກໍຄືການປົກປ້ອງສິດທິຄວາມຄິດ ຫຼື ໄອເດຍຂອງຜູ້ຄິດຄົ້ນທີ່ແທ້ຈິງ. ມື້ນີ້ເຮົາຈະມາແນະນຳ 5 ນັກປະດິດຜູ້ໂດ່ງດັງທີ່ໄດ້ລັກໄອເດຍຜົນງານມາ:

5. Galileo Galilee

ທຸກຄົນຄົງຈະຄຸ້ນກັບຊື່ ກາລິເລໂອ ນີ້ດີ ວ່າລາວນັ້ນເປັນຄົນສັນຊາດອິຕາລີ ທັງຍັງເປັນນັກດາລາສາດ, ນັກຟິສິກ ແລະ ນັກເລຂາຄະນິດ ໂດຍທີ່ທຸກຄົນອາດຈະຮູ້ຈັກກັບລາວໃນນາມໜຶ່ງໃນບຸກຄົນທີ່ມີສ່ວນຮ່ວມໃນການປະຕິວັດວິທະຍາສາດ ກໍຄື ການພັດທະນາກ້ອງສ່ອງດາວທີ່ນັກດາລາສາດໃຊ້ສຶກສາດາວເຄາະຕ່າງໆຈາກນອກໂລກນັ້ນເອງ ເຊິ່ງມັນໄປເປັນການປະດິດທີ່ຜັນປ່ຽນຄວາມຮູ້ທາງວິທະຍາສາດໄປຢ່າງໃຫຍ່ຫຼວງ ເຊັ່ນ ການສັງເກດດາວ ໄປຈົນຮອດການຄົ້ນພົບດາວໃໝ່ໆ. ແຕ່ໃນຄວາມເປັນຈິງແລ້ວ ຜູ້ຄິດຄົ້ນທຳອິດແມ່ນ Hans Lippershey ນັກວິທະຍາສາດສັນຊາດເນເທີແລນ. ຕັ້ງແຕ່ປີ 1608, ລາວໄດ້ສ້າງກ້ອງໂທລະທັດ ຫຼື ກ້ອງສ່ອງດາວໜ່ວຍທຳອິດສຳເລັດ ມັນສາມາດຂະຫຍາຍສິ່ງທີ່ເບິ່ງໄດ້ 3 ເທົ່າ. Hans Lippershey ພະຍາຍາມຂໍຈົດສິດທິບັດໃຫ້ມັນ ແຕ່ກໍຖືກປະຕິເສດລົງ ຍ້ອນພວກເຂົາອ້າງວ່າທຸກຄົນຕ່າງກໍຮູ້ຈັກມັນໝົດແລ້ວ ພ້ອມທັງຍັງເປັນເຄື່ອງມືທີ່ງ່າຍທີ່ຈະຮຽນແບບ ຈຶ່ງເຮັດໃຫ້ລາວໄດ້ປັບປ່ຽນເປັນກ້ອງສ່ອງທາງໄກ. ຕອນນັ້ນພວກເຂົາຍັງບໍ່ເຫັນຄຸນຄ່າຂອງມັນ ຈົນມາຮອດປີ 1609 ທີ່ກາລິເລໂອໄດ້ຍິນເຖິງເລື່ອງອຸປະກອນດັ່ງກ່າວນີ້ ແລ້ວນຳມາພັດທະນາມັນໃຫ້ຂະຫຍາຍໄດ້ 20 ເທົ່າຈົນໄດ້ຮັບຊື່ສຽງ.

4. Alexander Fleming

ອາເລັກຊັນເດີ ເຟລມມິງ (Sir Alexander Fleming) ແມ່ນແພດໝໍ ແລະ ນັກຈຸລິນຊີວິທະຍາ ຜູ້ທີ່ໄດ້ຮັບຊື່ສຽງວ່າເປັນຜູ້ທຳອິດທີ່ຄິດຄົ້ນຢາຕ້ານເຊື້ອໂດຍບັງເອີນ ໂດຍການເຫັນວ່າເຊື້ອອື່ນໆ ບໍ່ສາມາດພັດທະນາໄດ້ ເມື່ອຢູ່ກັບເຊື້ອທີ່ມີຊື່ວ່າ Penicillin ຈົນໄດ້ນຳມາພັດທະນາເປັນຢາຕ້ານເຊື້ອຕາມຊື່ຂອງເຊື້ອດັ່ງກ່າວ. ແຕ່ໃນຄວາມເປັນຈິງແລ້ວ ກຸ່ມຊົນເຜົ່າຈາກທະວີບອາຟຣິກາເໜືອໄດ້ມີການນຳໃຊ້ຢາຕ້ານເຊື້ອມາຫຼາຍພັນປີແລ້ວກ່ອນທີ່ລາວຈະຄົ້ນພົບ. ຕໍ່ມາໃນປີ 1897, ກໍໄດ້ມີແພດຜູ້ໜຶ່ງຊື່ວ່າ ເອີເນສ (Ernest Duchesne) ນຳໃຊ້ເຊື້ອຣາທີ່ເປັນແບບເຊື້ອ Penicillin ມາຮັກສາຜູ້ປ່ວຍ ເພື່ອພິສູດວ່າຕົນເອງນັ້ນເຂົ້າໃຈພ້ອມທັງເຫັນເຖິງຄວາມເປັນໄປໄດ້ທີ່ຈະນຳມາໃຊ້ເປັນຢາຕ້ານເຊື້ອ. ນອກຈາກນີ້ແລ້ວ ອາເລັກຊັນເດີ ຍັງບໍ່ໄດ້ເຊື່ອຕັ້ງແຕ່ທຳອິດວ່າມັນຈະມີປະໂຫຍດ ຈົນນັກວິທະຍາສາດຜູ້ອື່ນສຶກສາ ແລະ ພັດທະນາມັນໃຫ້ກາຍເປັນຢາພ້ອມທັງຍັງສາມາດຜະລິດອອກມາໄດ້ຈຳນວນຫຼາຍອີກນຳ. ແຕ່ເມື່ອເວົ້າເຖິງຜູ້ຄິດຄົ້ນຜູ້ທຳອິດ ອາເລັກຊັນເດີ ກໍຈະໄດ້ຮັບຊື່ສຽງນີ້ີໄປ.

3. Alexander Graham Bell

ອາເລັກຊັນເດີ ເກຣແຮມ ເບລ (Alexander Graham Bell) ເປັນນັກວິສະວະກອນ ທີ່ໄດ້ຊື່ສຽງວ່າເປັນຜູ້ປະດິດໂທລະສັບຜູ້ທຳອິດ. ອາເລັກຊັນເດີ ນັ້ນມີຄວາມຫຼົງໃຫຼ ແລະ ໃຊ້ເວລາທັງຊີວິດສຶກສາຜູ້ພິການທາງຫູ. ໃນປີ 1875, ລາວໄດ້ຊ່ວຍ ໂທມັສ (Thomas Watson) ໝູ່ຂອງລາວພັດທະນາອຸປະກອນທີ່ສາມາດປັບປ່ຽນຂໍ້ຄວາມຜ່ານສາຍໄຟເປັນສຽງຂອງມະນຸດໄດ້ ແລະ ນຳໄປຈົດທະບຽນຂຶ້ນສິດທິບັດເປັນຂອງຕົນເອງ. ແຕ່ໃນປີ 1860, ຊາວອິຕາລີຊື່ ແອນໂຕນີໂອ (Antonio Meucci) ເປັນຜູ້ສຳເລັດສິ່ງປະດິດນີ້ກ່ອນ ພ້ອມທັງໄດ້ນຳໄປຈົດສິດທິບັດ ແຕ່ກໍຖືກປະຕິເສດອອກມາ. ຈົນ ອາເລັກຊານເດີ ໄປຈົດທະບຽນໃນປີ 1875 ແລະໄດ້ຮັບຊື່ສຽງຂຶ້ນມາ.

2. Albert Einstein

ທິດສະດີທີ່ໂດ່ງດັງຂອງອັລເບີດໄອນ໌ສະຕາຍຢ່າງ ທິດສະດີສຳພັນທະພາບ ທີ່ເຮັດໃຫ້ລາວກາຍເປັນນັກວິທະຍາສາດແຫ່ງສະຕະວັດ ແຕ່ຜູ້ຄິດຄົ້ນທິດສະດີດັ່ງກ່າວນັ້ນແມ່ນນັກວິທະຍາສາດຊາວຝຣັ່ງຊື່ວ່າ Henri Poincaré ລາວເປັນນັກຟິສິກ ແລະ ນັກເລຂາຄະນິດທີ່ປະດິດທິດສະດີຕ່າງໆຢ່າງເລິກເຊິ່ງໃນສະຕະວັດທີ 19 ເຊັ່ນ ຂວັ້ນແມ່ເຫຼັກໄຟຟ້າ ແລະ ໄດ້ພັດທະນາຟິສິກທາງສຳພັນທະພາບ ໂດຍການຍົກລະດັບການເຄື່ອນໄຫວທີ່ສຳພັນກັບອາກາດ ທັງປັດໄຈ ພ້ອມກັບຄະນິດສາດທີ່ສາມາດນຳໃຊ້ໄດ້. ພາຍຫຼັງ ໄອນ໌ສະຕາຍໄປຄິດຄົ້ນທິດສະດີສຳພັນທະພາບຂອງລາວ ແຕ່ໃນປຶ້ມນັ້ນບໍ່ມີການກ່າວອ້າງເຖິງການສຶກສາຂອງ Henri ເລີຍ.

  1. Thomas Edison

ໂທມັສ ເອດິສັນ (Thomas Edison) ຜູ້ຄິດຄົ້ນດອກໄຟ ແລະ ອື່ນໆ ທີ່ລາວໄດ້ຈົດທະບຽນໄປອີກພັນກວ່າສິດທິບັດ ຊື່ນີ້ອາດຈະຄຸ້ນກັນໝົດ ແຕ່ອາດຈະບໍ່ຄຸ້ນ Humphry Davy ທີ່ໄດ້ຄິດຄົ້ນດອກໄຟຈາກພະລັງງານໄຟຟ້າຂຶ້ນມາໃນປີ 1802 ແຕ່ໄຟກໍບໍ່ສາມາດໄຕ້ໃຫ້ຮຸ່ງໄດ້ດົນ ແລະ ຕໍ່ມາກໍໄດ້ມີນັກປະດິດອື່ນໆ ພະຍາຍາມສ້າງດອກໄຟຂຶ້ນມາ ຈົນຮອດ Heinrich Goebel, 1854 ລາວພະຍາຍາມຈະຂາຍຜົນງານນີ້ໃຫ້ກັບໂທມັສ ແຕ່ຕົວໂທມັສນັ້ນບໍ່ເຫັນຄຸນຄ່າຂອງມັນເລີຍປະຕິເສດໄປ ຜ່ານໄປຫຼັງການເສຍຊີວິດຂອງ Heinrich ໄດ້ບໍ່ດົນ, ໂທມັສກໍໄດ້ຊື້ສິດທິບັດຂອງລາວ ແລ້ວນຳມາພັດທະນາຕໍ່. ແຕ່ຂະນະນັ້ນກໍໄດ້ມີ Joseph Wilson Swan ທີ່ພັດທະນາ ແລະ ຈົດສິດທິບັດຂອງດອກໄຟເປັນທີ່ຮຽບຮ້ອຍແລ້ວ ລາວເລີຍເປັນຫຸ້ນສ່ວນແທນ ຕໍ່ມາກໍເປັນການຊື້ບໍລິສັດພ້ອມກັບສິດທິບັດນັ້ນຈົນໝົດ ກາຍເປັນໂທມັສໄດ້ຊື່ສຽງນັ້ນມາແຕ່ຜູ້ດຽວ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/