Antonio Conte ທີ່ຫຼາຍສະໂມສອນຕ້ອງການ ສຸດທ້າຍໄດ້ໄປຄຸມທີມ Tottenham Hotspur F.C ເປັນທີ່ຮຽບຮ້ອຍແລ້ວ


ໃນເມື່ອປົດ (Nuno Espirito Santo) ອອກຈາກຕຳແໜ່ງຜູ້ບໍລິຫານທີມແລ້ວ, ນາທີນີ້ກາລັນຕີແລ້ວວ່າ (Antonio Conte) ເປັນຜູ້ບໍລິຫານທີມ Tottenham Hotspur FC.

ນູໂນ ໄດ້ຄຸມທີມສະເປີ ພຽງ 4 ເດືອນກ່ອນການເປີດລະດູການ 2021-2022 ຫຼັງຈາກທີ່ເຄີຍຄຸມ ວູບແຮມຕັນ ມາກ່ອນໜ້ານີ້, ເຖິງນູໂນ້ ຈະເປີດຕົວໃນ ພຣີເມຍລີກ ອັງກິດ ດ້ວຍການຊະນະ 3 ເກມຕໍ່ເນື່ອງເລີຍກໍຕາມ ແຕ່ຜົນງານກັບກົງກັນຂ້າມ, ເມື່ອ 10 ເກມໃນລີກ ຊະນະ 5 ເສຍ 5 ລວມເຖິງໃນ 5 ນັດຫຼັງສຸດ ພາສະເປີເກັບໄຊຊະນະພຽງ 2 ເກມ ແລະ ເສຍເຖິງ 3 ເກມ ເຮັດໃຫ້ເປັນສ່ວນສຳຄັນໃນການປົດອອກຈາກຕຳແໜ່ງໃນຄັ້ງນີ້.

ສ່ວນ Antonio Conte ຜູ້ທີ່ຫຼາຍສະໂມສອນຕ້ອງການຢາກໃຫ້ມາຄຸມ ຫຼ້າສຸດໄດ້ປະກາດຢ່າງເປັນທາງການແລ້ວວ່າ ຈະມາຄຸມທີມ ສະເປີ ເປັນທີ່ແນ່ນອນ.

ຄອນເຕ້ ໄດ້ຮັບຄ່າຕອບແທນ ຈຳນວນເງິນ 20 ລ້ານປອນ ສັນຍາແມ່ນ 18 ເດືອນ ຈົນຮອດເດືອນມິຖຸນາ ປີ 2023 ທີ່ຈະມາຄຸມທີມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/