ນິວຊີແລນຈະບໍ່ປົດລັອກດາວຖ້າສັກວັກຊີນບໍ່ຄົບ 90% ພ້ອມທັງຈ່າຍເງິນໃຫ້ທຸລະກິດທີ່ໄດ້ຮັບຜົນກະທົບຈາກໂຄວິດສູງສຸດ 300 ກວ່າລ້ານກີບ


ສຳນັກຂ່າວ Reuters ລາຍງານວ່າ ທ່ານນາງ ຈາຊິນດາ ອາເດິນ (Jacinda Ardern) ນາຍົກລັດຖະມົນຕີຂອງນິວຊີແລນ ໄດ້ຖະແຫຼງຕໍ່ສາທາລະນະໃນວັນທີ 22 ຕຸລາ 2021 ວ່າໃນປັດຈຸບັນນິວຊີແລນສາມາດສັກວັກຊີນໃຫ້ກັບປະຊາຊົນຢ່າງໜ້ອຍ 1 ໂດສ ຄິດໄລ່ເປັນອັດຕາສ່ວນ 86% ຂອງປະຊາກອນ 5 ລ້ານກວ່າຄົນ ແລະ ອັດຕາສ່ວນ 68% ຂອງປະຊາກອນແມ່ນໄດ້ສັກວັກຊີນຄົບຄົບ 2 ໂດສແລ້ວ ໂດຍມີເປົ້າໝາຍໃນການສັກວັກຊີນໃຫ້ປະຊາກອນ 90% ຈຶ່ງຈະມີການປົດລັອກດາວ.

ຜູ້ນຳນິວຊີແລນ ກ່າວວ່າ ເມື່ອລັດຖະບານບັນລຸເປົ້າໝາຍໃນການສັກວັກຊີນຄົບໂດສກວມລວມ 90% ຂອງຈຳນວນປະຊາກອນແລ້ວ ແລະ ຈະມີການກ້າວໜ້າ ເລີ່ມໃຊ້ມາດຕະການທາງສາທາລະນະສຸກທີ່ເອີ້ນວ່າ “ລະບົບໄຟຈະລາຈອນ” ຄືການແບ່ງສີຂຽວ, ສີສົ້ມ ແລະ ສີແດງ ຕາມແຕ່ລະພາກພື້ນເພື່ອການຮັບມືກັບການລະບາດແບບທັນທ່ວງທີ ແລະ ມີປະສິດທິພາບສູງສຸດ ເຊິ່ງຈະເກີດຂຶ້ນພ້ອມກັບການຢຸດມາດຕະການລັອກດາວທົ່ວປະເທດ.

“ປະຊາຊົນທີ່ໄດ້ຮັບວັກຊີນຄົບໂດສແລ້ວ ຈະສາມາດໄປມາຫາສູ່ກັນລະຫວ່າງໝູ່ຄູ່ ແລະ ຄອບຄົວໄດ້ ສາມາດໃຊ້ບໍລິການຮ້ານອາຫານ ແລະ ບາ ໄປຈົນຮອດໄດ້ເຮັດໃນສິ່ງທີ່ຮັກໄດ້ອີກຄັ້ງດ້ວຍຄວາມໝັ້ນໃຈທີ່ຫຼາຍກວ່າເກົ່າ” ທ່ານນາງ ຈາຊິນດາ ອາເດິນ ໄດ້ກ່າວ.

ນອກຈາກນີ້ລັດຖະບານນິວຊີແລນຍັງປະກາດວ່າ ຈະຊົດເຊີຍບັນດາທຸລະກິດ ແລະ ບຸກຄົນທີ່ໄດ້ຮັບຜົນກະທົບຈາກວິກິດໂຄວິດ-19 ຄື:

  • Wage Subsidy Scheme: ທຸລະກິດແລະບຸກຄົນທີ່ປະກອບອາຊີບອິດສະຫຼະທີ່ມີລາຍຮັບລົດລົງມາກວ່າ 40% ຈະໄດ້ຮັບຄວາມຊ່ວຍເຫຼືອຈາກລັດຖະບານ ຄືຈະໄດ້ຮັບ 600 ໂດລານິວຊີແລນ ຫຼື ປະມານ 4,411,698 ກີບ ທຸກໆ 2 ອາທິດສຳລັບພະນັກງານປະຈຳ ແລະ 359 ໂດລານິວຊີແລນ ຫຼືປະມານ 2,639,666 ກີບ ທຸກໆ 2 ອາທິດສຳລັບພະນັກງານ parttime.
  • Resurgence Support Payment: ທຸລະກິດທີ່ມີຄຸນສົມບັດຕາມທີ່ກໍານົດໄວ້ຈະໄດ້ຮັບເງິນຊົດເຊີຍຮອບທີ 5 ຫຼັງຈາກວັນທີ 12 ພະຈິກນີ້ ເປັນຈໍານວນ 3,000 ໂດລານິວຊີແລນ ຫຼື ປະມານ 22,058,491 ກີບ ທຸກໆ 2 ອາທິດ ແລະ ຮັບເພີ່ມ 800 ໂດລານິວຊີແລນ ຫຼື ປະມານ 5,882,264 ກີບ ທຸກໆ 2 ອາທິດສຳລັບຈ່າຍໃຫ້ພະນັກງານປະຈຳຕໍ່ຄົນ ບໍ່ເກີນ 50 ຄົນ ໂດຍມີວົງເງິນລວມສູງສຸດໃຫ້ບໍ່ເກີນ 43,000 ໂດລານິວຊີແລນ ຫຼື ປະມານ 316,171,708 ກີບ ຕໍ່ທຸລະກິດ.

ປັດຈຸບັນນີ້ ນະຄອນ ເວວລິງຕັນ (Wellington) ແມ່ນຢູ່ພາຍໃຕ້ມາດຕະການລັອກດາວທີ່ເຂັ້ມງວດໄດ້ດົນກວ່າ 2 ເດືອນແລ້ວ ແລະ ນິວຊີແລນກໍເປັນປະເທດໜຶ່ງໃນປະເທດທີ່ປະກາດໃຊ້ມາດຕະການຄວບຄຸມໂຄວິດ-19 ທີ່ເຂັ້ມງວດທີ່ສຸດປະເທດໜຶ່ງໃນກຸ່ມປະເທດ OECD ຫຼື ອົງກອນເພື່ອຄວາມຮ່ວມມື ແລະ ພັດທະນາເສດຖະກິດທັງ 30 ປະເທດ ເຊິ່ງມີການລາຍງານຕົວເລກຜູ້ຕິດເຊື້ອໃນນິວຊີແລນບໍ່ສູງແຕ່ຄົງທີ່ ໂດຍໃນວັນທີ 30 ຕຸລາ ມີຜູ້ຕິດເຊື້ອໃໝ່ 143 ຄົນ ເຮັດໃຫ້ນິວຊີແລນມີຜູ້ຕິດເຊື້ອສະສົມ 6,428 ຄົນ ແລະ ມີຜູ້ເສຍຊີວິດ 28 ຄົນ.

 ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/