ນ້ອງ “ABCDEF GHIJK” ອາຍຸ 12 ປີ ຈາກອິນໂດເນເຊຍ ກາຍເປັນຄົນດັງເພາະຊື່ສຸດແປກຂອງລາວ


ຊື່ແລະນາມສະກຸນທີ່ແປກທີ່ທ່ານເຄີຍເຫັນແມ່ນຊື່ຫຍັງ? ແລະ ມີຊື່ໃຜທີ່ແປກກວ່າຊື່ຂອງເດັກຊາຍຊາວອິນໂດເນເຊຍຄົນນີ້ບໍ? ເພາະລາວມີຊື່ວ່າ “ABCDEF GHIJK”.

ແມ່ນແລ້ວ, ອ່ານບໍ່ຜິດຢ່າງແນ່ນອນ ເພາະມີພໍ່ຊາວອິນໂດເນເຊຍໄດ້ຕັ້ງຊື່ໃຫ້ລູກຊາຍຂອງລາວດ້ວຍພະຍັນຊະນະພາສາອັງກິດ 11 ຕົວທໍາອິດ.ເລື່ອງລາວນີ້ໄດ້ບັງເອີນເກີດຂຶ້ນເມື່ອ ABCDEF GHIJK ເດັກຊາຍອາຍຸ 12 ປີ ໄດ້ໄປສັກວັກຊີນທີ່ຈັດຕັ້ງຂຶ້ນໂດຍຕຳຫຼວດທ້ອງຖິ່ນທີ່ເມືອງ Muara Enim ປະເທດອິນໂດເນເຊຍ. ຕອນທຳອິດເຈົ້າໜ້າທີ່ ທີ່ເຫັນຊື່ນີ້ກໍພາກັນຫົວຂວັນ ແລະ ຄິດວ່າເປັນພຽງການຂຽນຫຼິ້ນຫຼືເຮັດຢອກເຈົ້າໜ້າທີ່ເທົ່ານັ້ນ ແຕ່ວ່າ ຮອຍຍິ້ມຂອງພວກເຂົາກໍປ່ຽນໄປ ເມື່ອເຫັນຊື່ໃນບັດປະຈຳຕົວ, ຮູບຖ່າຍເອກະສານ ແລະ ປ້າຍຊື່ທີ່ປັກໄວ້ເທິງເສື້ອຂອງນ້ອງເປັນຊື່ ABCDEF GHIJK ເຊິ່ງມັນກົງກັນທຸກຢ່າງ. ຫຼັງຈາກນັ້ນເຈົ້າໜ້າທີ່ກໍໄດ້ແຊຣ໌ເລື່ອງລາວຂອງນ້ອງ ແລະ ເຮັດໃຫ້ນ້ອງກາຍເປັນກະແສໄປທົ່ວອິນເຕີເນັດ.

ນ້ອງ ABCDEF ໄດ້ເລົ່າວ່າຕອນໄປໂຮງຮຽນເວລາທີ່ທຸກຄົນທີ່ໄດ້ຍິນຊື່ຂອງລາວຄັ້ງທຳອິດ ໃຜໆກໍຕ່າງຫົວຂວັນອອກມາ  ຊ້ຳບໍ່ໜຳຍັງຖືກໝູ່ເອົາຊື່ມາເວົ້າຂວັນອີກ ແຕ່ເມື່ອນ້ອງໃຫຍ່ຂຶ້ນກໍຮູ້ສຶກພູມໃຈໃນຊື່ຂອງຕົນເອງ ແລະ ຄວາມຍາວຂອງຊື່ນ້ອງກໍບໍ່ເປັນບັນຫາ ເພາະນ້ອງໃຫ້ເອີ້ນຊື່ຫຼິ້ນວ່າ Adef.

Zulfahmi ພໍ່ຂອງນ້ອງໄດ້ເປີດເຜີຍຕໍ່ນັກຂ່າວວ່າ ລາວໄດ້ກຽມຊື່ຂອງນ້ອງເປັນເວລາ 6 ປີກ່ອນທີ່ນ້ອງຈະເກີດ ເພາະພໍ່ນ້ອງມັກຫຼິ້ນເກມ Crossword ແລ້ວພໍ່ນ້ອງມີຄວາມຝັນຢາກເປັນນັກຂຽນ ກໍເລີຍມັກຕົວອັກສອນໃນພາສາອັງກິດເປັນພິເສດ ແລະ ພໍ່ຂອງນ້ອງຍັງໄດ້ບອກອີກວ່າ ຖ້າມີລູກຄົນທີ່ສອງກໍຢາກຕັ້ງຊື່ວ່າ “NOPQ RSTUV” ແລະ ຄົນທີສາມຊື່ “XYZ” ຕາມລຳດັບຕົວອັກສອນພາສາອັງກິດ ແຕ່ວ່າ ແມ່ຂອງນ້ອງ ABCDEF ບໍ່ເຫັນດີນຳຖ້າຈະຕັ້ງຊື່ແບບນັ້ນ ເຊິ່ງນ້ອງທັງສອງຄົນເລີຍໄດ້ຊື່ວ່າ Ammar ແລະ Attur ແທນ.

ສ່ວນຊື່ເຕັມຂອງນ້ອງມີຊື່ວ່າ ABCDEF GHIJK Zuzu ໂດຍຊື່ “Zuzu” ຕອນທ້າຍແມ່ນໄດ້ມາຈາກຊື່ຂອງພໍ່ແມ່ນ້ອງ “Zuhro” ແລະ “Zulfahmi”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/