3 ສັນຍານທີ່ບົ່ງບອກວ່າ ເຮົາກຳລັງຢູ່ໃນ “ໂລກອອນລາຍ” ຫຼາຍຈົນອັນຕະລາຍ


ໃນຍຸກເຕັກໂນໂລຊີນີ້ ຄົນເຮົາໃຊ້ເວລາຫຼາຍຂຶ້ນ ກັບການຢູ່ກັບໂລກອອນລາຍ ທັງການໃຊ້ຊອກຫາຂໍ້ມູນ, ຫຼິ້ນໂຊຊຽວມີເດຍ (social media) ຫຼື ເບິ່ງໜັງຟັງເພງຕ່າງໆ ແຕ່ເຮົາຈະຮູ້ໄດ້ແນວໃດວ່າເຮົາທ່ອງທ່ຽວຢູ່ກັບໂລກອອນລາຍໄປດົນໆຫຼາຍເກີນໄປ. ດັ່ງນັ້ນ ເຮົາສາມາດສັງເກດຈາກຮ່າງກາຍ, ອາລົມ ແລະ ສັງຄົມ ເຊິ່ງຈະສົ່ງສັນຍານຕໍ່ໄປນີ້:

1.ສິ່ງທີ່ຮ່າງກາຍຈະສະແດງອອກ

  • ຕາອ່ອນເພຍ (ຕາແຫ້ງ) ຈາກການໃຊ້ສາຍຕາໃນການເບິ່ງຈໍຫຼາຍເກີນໄປ
  • ເຈັບຫົວ/ໄມເກຣນ (migraine) ຈາກການຈົດຈໍ່ໃນຈໍຫຼາຍເກີນໄປ ຈົນປະສາດສຳຜັດຕຶງຄຽດ
  • ປວດຄໍ ແລະ ຫຼັງ ເພາະນັ່ງໃນທ່າດຽວຕິດຕໍ່ກັນເປັນເວລາດົນ
  • ນອນບໍ່ຫຼັບ ຈາກແສງສີຟ້າຈາກໜ້າຈໍທີ່ສົ່ງອອກມາ ຈະໄປເຮັດໃຫ້ການເຮັດວຽກຂອງຮໍໂມນເມລາໂທນິນເສື່ອມລົງ (melatonin hormone)

2.ສິ່ງທີ່ອາລົມຈະເປັນ

  • ສະມາທິສັ້ນລົງ: ຜົນວິໄຈຈາກ ມະຫາວິທະຍາໄລ ເວີຈິເນຍ ອາເມຣິກາ ໄດ້ເປີດເຜີຍວ່າ ການຫຼິ້ນໂທລະສັບຫຼາຍເກີນໄປ ເຮັດໃຫ້ມີສະມາທິສັ້ນລົງ ກໍຄືບໍ່ສາມາດຈົດຈໍ່ກັບສິ່ງໃດສິ່ງໜຶ່ງໄດ້ດົນໆ.
  • ຂາດຄວາມໝັ້ນໃຈ: ເພາະເສບຕິດຂໍ້ມູນຂ່າວສານ ຫຼື ຮັບຮູ້ເລື່ອງຂອງຄົນອື່ນໃນໂລກອອນລາຍຫຼາຍ ຈົນປຽບທຽບກັບຕົນເອງ ເຮັດໃຫ້ຕົນເອງມີຄວາມໝັ້ນໃຈໜ້ອຍລົງ.

3. ສິ່ງທີ່ຈະສະແດງອອກດ້ານສັງຄົມ

  • ການມີສ່ວນຮ່ວມກັບຄົນອື່ນຈະໜ້ອຍລົງ ໂດຍສະເພາະຄົນທີ່ເປັນ ໄວເດັກ ແລະ ໄວໜຸ່ມ ທີ່ມັກຈະບໍ່ມັກພົບກັບຄົນອື່ນແບບເຊິ່ງໜ້າ ແລະ ຈະສະບາຍໃຈຫຼາຍກວ່າຖ້າໄດ້ສື່ສານກັນໂດຍຜ່ານຂໍ້ຄວາມ.
  • ມັກຢູ່ຄົນດຽວຫຼາຍຂຶ້ນ ຕໍ່ເນື່ອງມາຈາກການຫຼີກເວັ້ນສັງຄົມ ເຮັດໃຫ້ຮູ້ສຶກໂດດດ່ຽວ ແລະ ແຕກແຍກ.

ພາບ:​ kasipat, www.futurespace.es

ທີ່ມາ: https://www.sanook.com/health/27653/