ເພາະສິ່ງທີ່ມະນຸດຊອກຫາ ອາດຈະບໍ່ແມ່ນແຕ່ຄວາມສຳເລັດ ບໍ່ແມ່ນແຕ່ຄວາມສຸກ ແຕ່ມັນຄືຄວາມໝາຍ – ອີກບົດຮຽນສຳຄັນຈາກ SOUL (2020)


“ຊີວິດ” ຄຳນາມຄຳໜຶ່ງທີ່ຫຼາຍຄົນຕ່າງໃຊ້ເວລາໃນການຄົ້ນຫາເພື່ອໃຫ້ຄວາມໝາຍກັບມັນ ຈາກທ້າຍປີ 2020 ທີ່ຜ່ານມາ ຫຼັງຮູບເງົາອະນິເມຊັນຈາກຄ້າຍ Pixar ຢ່າງ SOUL ຖືກປ່ອຍໃຫ້ຄົນທົ່ວໂລກໄດ້ຮັບຊົມ ຫຼາຍຄົນກໍຄົງໄດ້ກັບໄປຕັ້ງຄຳຖາມກັບຕົວເອງບໍ່ຫຼາຍກໍໜ້ອຍ ແລະ ໜຶ່ງໃນນັ້ນຄົງເປັນຄຳຖາມທີ່ວ່າ “ເຫດຜົນຂອງການໃຊ້ຊີວິດຂອງເຮົາແມ່ນຫຍັງກັນແທ້?”

ຈາກຊີວິດ ທີ່ມຸ່ງຫາແຕ່ຄຳຕອບ “ຄວາມສຳເລັດ ແລະ ຄວາມສຸກ” ຕ່າງກໍເປັນສິ່ງທີ່ທຸກຄົນໃຝ່ຫາ ບາງຄົນໃຊ້ເວລາເກືອບທັງຊີວິດເພື່ອທີ່ຈະໄດ້ມັນມາ, ແຕ່ເມື່ອເຖິງຈຸດໜຶ່ງທີ່ຮອດເປົ້າໝາຍນັ້ນແລ້ວ ບາງຄົນກໍຕ່າງພົບຄຳຕອບໜຶ່ງວ່າ “ບາງຄວາມສຳເລັດມັນຄືວ່າງເປົ່າແທ້ໆ”

“ຄວາມສຳເລັດ” ສິ່ງທີ່ໄດ້ກາຍເປັນມາດຕະຖານຂອງການໃຊ້ຊີວິດຂອງຄົນປັດຈຸບັນ ມາດຕະຖານຂອງຄຸນຄ່າໃນການໃຊ້ຊີວິດຂອງຄົນໃນສັງຄົມ ຈົນສ້າງຄ່ານິຍົມຂອງແນວຄວາມຄິດທີ່ເຮັດໃຫ້ໃຜຫຼາຍຄົນຕ້ອງໃຊ້ຊີວິດໂດຍທີ່ບໍ່ຮູ້ຕົວວ່າ ພວກເຂົາອາດຈະບໍ່ໄດ້ໃຊ້ມັນເລີຍ.

“ຄວາມສຸກ” ອີກຄຳນິຍາມຂອງສິ່ງທີ່ມາໄວໄປໄວ ທີ່ບາງຄັ້ງຫຼາຍຄົນໃຫ້ນິຍາມວ່າ ມັນຄືຜົນລັບທີ່ມາຈາກການປະສົບຜົນສຳເລັດຈາກບາງສິ່ງ ຍິ່ງປະສົບຄວາມສຳເລັດຫຼາຍເທົ່າໃດ ຍິ່ງມີຄວາມສຳເລັດຫຼາຍເທົ່ານັ້ນ, ຈົນເຮັດໃຫ້ໃຜຫຼາຍຄົນເຂົ້າໃຈຜິດວ່າເຮົາຕ້ອງປະສົບຜົນສຳເລັດເທົ່ານັ້ນ ເຮົາຈຶ່ງມີຄວາມສຸກໄດ້. ຄວາມຄິດນີ້ກາຍເປັນນິຍາມຂອງຄວາມສຸກໃຫ້ໃຜຫຼາຍຄົນ ນິຍາມອັນເປັນຄວາມເຊື່ອ ຄວາມເຊື່ອອັນເປັນສິ່ງຂັບເຄື່ອນໃຫ້ເຮົາໃຊ້ຊີວິດເພື່ອຄວາມສຳເລັດພຽງຢ່າງດຽວ ໂດຍທີ່ເຮົາອາດຈະບໍ່ຮູ້ເລີຍວ່າ ເຮົາອາດຈະຍັງບໍ່ໄດ້ໃຊ້ຊີວິດເພື່ອຫາຄວາມສຸກນັ້ນເລີຍ.

ຈາກການຜະຈົນໄພໃນການຫາຄຳຕອບຂອງຕົວລະຄອນແຫ່ງຊີວິດ ຂອງ Soul,  Joe Gardner ຕົວລະຄອນທີ່ໄດ້ຫາຄຳຕອບນັ້ນ ກໍໄດ້ຄົ້ນພົບໃນສິ່ງທີ່ຄົ້ນຫາ ຄຳຕອບອັນເປັນດັ່ງກັບຄຳຖາມໃນໃຈທີ່ວ່າ “ຈາກນີ້ໄປເຮົາຈະໃຊ້ຊີວິດແນວໃດໃຫ້ມີຄວາມໝາຍ”

ສຸດທ້າຍແລ້ວ ບໍ່ວ່າຈະເປັນມື້ສຸດທ້າຍຂອງປີທີ່ຜ່ານມາ ບໍ່ວ່າຈະເປັນມື້ທຳອິດຂອງປີນີ້ ທີ່ພວກເຮົາຕ່າງໄດ້ເລີ່ມລົງມືເຮັດຕາມເປົ້າໝາຍທີ່ຕັ້ງໃຈ ຫຼື ບໍ່ວ່າຈະເປັນມື້ນີ້ ທີ່ 3 ເດືອນທີ່ຜ່ານມາ ເບິ່ງຄືເຮົາອາດຈະຍັງບໍ່ໄດ້ໃຊ້ຊີວິດຕາມທີ່ໃຈປາຖະໜາ ການມີຄວາມສຸກໃນແຕ່ລະມື້ທີ່ໃຊ້ຊີວິດໃຫ້ຫຼາຍຂຶ້ນ ແລະ ການຫາຄວາມໝາຍຈາກການເດີນທາງໄປສູ່ຄວາມຝັນ ແລະ ເປົ້າໝາຍ ມັນຄົງກາຍເປັນອີກນິຍາມຂອງການໃຊ້ຊີວິດທີ່ແທ້ຈິງ ເພາະສຸດທ້າຍແລ້ວ, ຄົນທີ່ໃຊ້ຊີວິດ ແລະ ໃຫ້ຄວາມໝາຍນັ້ນໄດ້ ກໍຄື “ຕົວເຈົ້າເອງ”

ເພາະສິ່ງທີ່ມະນຸດຊອກຫາ ອາດຈະບໍ່ແມ່ນແຕ່ຄວາມສຳເລັດ ບໍ່ແແມ່ນແຕ່ຄວາມສຸກ ແຕ່ມັນຄືຄວາມໝາຍ ທີ່ເຮົາສ້າງມັນໄດ້ ນັ້ນເອງ.

ພາບ: cgmagonline.com, pixar/Disney