UNESCO ເປັນຫ່ວງ! ຢ້ານເຂື່ອນທີ່ຫຼວງພະບາງ ຈະສົ່ງຜົນກະທົບຕໍ່ເມືອງມໍລະດົກໂລກ


ອີງຕາມຂໍ້ມູນ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ກ່າວໄວ້ວ່າ: ເຂື່ອນນ້ຳຂອງທີ່ຫຼວງພະບາງ ແມ່ນຕັ້ງຢູ່ລະຫວ່າງເມືອງຈອມເພັດ ແລະ ເມືອງປາກອູ. ປັດຈຸບັນກຳລັງເລັ່ງໃນການກໍ່ສ້າງ ພ້ອມກັບສິ່ງອຳນວຍຄວາມສະດວກໃນດ້ານຕ່າງໆໄວ້ລ່ວງໜ້າແລ້ວ ເຊັ່ນ: ການປູຢາງຈາກບ້ານຫາດຍາ ໄປຍັງເຂດພັດທະນາໂຄງການກໍ່ສ້າງ, ພິເສດໄປກວ່ານັ້ນຂົວຂ້າມແມ່ນ້ຳຂອງເມືອງປາກອູຫາເມືອງຈອມເພັດແມ່ນຈະສຳເລັດພາຍໃນປີ 2022 ນີ້.

No photo description available.

ກອງປະຊຸມປຶກສາຫາລືແລກປ່ຽນຄວາມຄິດເຫັນ ຂອງບັນດາຜູ້ແທນກະຊວງທີ່ກ່ຽວຂ້ອງທີ່ຜ່ານມາ ຍັງໄດ້ລາຍງານກ່ຽວກັບບັນຫາທີ່ຈະຕາມມາ ພ້ອມທັງໄດ້ເວົ້າເຖິງ UNESCO ທີ່ມີຄວາມເປັນຫ່ວງຕໍ່ຜົນກະທົບທີ່ຈະອາດເກີດຂຶ້ນໄດ້ກັບເມືອງມໍລະດົກໂລກ, ເມືອງທີ່ເປັນບ່ອນທ່ອງທ່ຽວຊື່ດັງຂອງປະເທດລາວ ແຕ່ກໍຍັງບໍ່ໄດ້ເປີດເຜີຍວ່າຈະມີບັນຫາໃດຕາມມາ ເພາະອາດບໍ່ຮູ້ໄດ້ວ່າໃນອະນາຄົດຈະເກີດຜົນປະໂຫຍດຫຼາຍກວ່າເສຍ ຫຼື ຈະເສຍຜົນປະໂຫຍດຫຼາຍກວ່າໄດ້ຜົນປະໂຫຍດ.

ໃນການຈະກໍ່ສ້າງແມ່ນຍັງລໍຖ້າການອະນຸມັດຈາກລັດຖະບານ ຖ້າຫາກວ່າອະນຸມັດແລ້ວ ການກໍ່ສ້າງເຂື່ອນນັ້ນຈະໃຊ້ເວລາການກໍ່ສ້າງປະມານ 7 ປີ ແລະ ໃນການກໍ່ສ້າງແມ່ນມີມູນຄ່າສະເລ່ຍເຖິງ 3,000 ລ້ານໂດລາສະຫະລັດ, ຮັບເໝົາການກໍ່ສ້າງໂດຍ ບໍລິສັດ ໄຟຟ້າຫຼວງພະບາງ ພາວເວີ ຈຳກັດ ຮ່ວມການລົງທຶນລະຫວ່າງປະເທດ ພ້ອມກັບບໍລິສັດ Petro Vietnam Power Corporation ເຊິ່ງເປັນໂຮງງານໄຟຟ້າທີ່ໃຫຍ່ທີ່ສຸດຂອງຫວຽດນາມ.

No photo description available.

ທີ່ມາ:

https://www.facebook.com/vientianetimeslao/posts/2974614356106339?_rdc=1&_rdr

https://www.facebook.com/PhenluangPhenlao/posts/649275578943401?_rdc=1&_rdr