ໂຄງການຣີໄຊເຄິນເປືອກຫອຍນາງລົມທີ່ເຫຼືອຈາກການເຮັດອາຫານເປັນກັນເຈື່ອນແຄມແມ່ນ້ຳ


ຫອຍນາງລົມ ອາຫານທະເລຂອງມັກຂອງຫຼາຍຄົນ ເປັນທີ່ນິຍົມໄປທົ່ວໂລກ ລວມເຖິງມະຫານະຄອນ New York ເຊິ່ງຄົນນິວຢອກເອງກໍນິຍົມກິນຫອຍນາງລົມມາຕັ້ງແຕ່ສະໄໝກ່ອນ. ມາຮອດປັດຈຸບັນ ເປືອກຫອຍນາງລົມປະມານ 8000 ເປືອກຖືກນຳເອົາມາຖິ້ມຢູ່ທີ່ເກາະ Governors Island ເກາະນ້ອຍໆທີ່ຕັ້ງຢູ່ໃນປາກແມ່ນ້ຳຮັດສັນ ນະຄອນນິວຢອກ ທຸກໆອາທິດຈາກຮ້ານອາຫານກວ່າ 75 ແຫ່ງ ກາຍເປັນຂີ້ເຫຍື້ອຈຳນວນຫຼາຍ ຈຶ່ງເຮັດໃຫ້ເກີດໂຄງການທີ່ມີຄວາມຄິດຢາກກຳຈັດຂີ້ເຫຍື້ອເຫຼົ່ານັ້ນ ແລະ ປ່ຽນມາເປັນສິ່ງທີ່ເປັນປະໂຫຍດ.

Billion Oyster Project (BOP) ໂຄງການຣີໄຊເຄິນເປືອກຫອຍແຫ່ງນະຄອນນິວຢອກ ເຊິ່ງລິເລີ່ມໂດຍ The New York Harbor Foundation ເລີ່ມໃນປີ 2014 ດ້ວຍການຣີໄຊເຄິນເປືອກຫອຍຈາກຮ້ານອາຫານເປັນບ້ານໃຫ້ຕົວອ່ອນຫອຍ ແລະ ສ້າງປະກາລັງຫອຍນາງລົມ ເພື່ອເປັນລະບົບກັ່ນຕອງນ້ຳແບບທຳມະຊາດ ເພາະວ່າຫອຍນາງລົມເຕີບໃຫຍ່ດ້ວຍການກິນພືດນ້ຳຂະໜາດນ້ອຍ ຈຶ່ງກາຍເປັນລະບົບກັ່ນຕອງນ້ຳແບບທຳມະຊາດທີ່ດີ, ມີເປົ້າໝາຍແມ່ນ ການຟື້ນຟູ, ເພາະພັນ ແລະ ພາຫອຍນາງລົມ 2 ລ້ານໂຕກັບຄືນສູ່ທ່າເຮືອນິວຢອກ ເພື່ອຟື້ນຟຸູລະບົບນິເວດທາງນ້ຳ ພາຍໃນປີ 2035, ລວມທັງເປັນກຳແພງກັນເຈື່ອນ ປ້ອງກັນພື້ນທີ່ຊາຍຝັ່ງຈາກຄື້ນ ແລະ ພາຍຸ.

ໃນປີ 2016 ໜ່ວຍງານຂອງພາກລັດທີ່ເຮັດວຽກຟື້ນຟູພື້ນທີ່ຈາກພາຍຸ ເລີ່ມຫັນມາສະໜັບສະໜູນໂຄງການ BOP ແລະ ເກັບເປືອກຫອຍມາເຮັດເປັນກ້ອນຫີນ, ເຖິງວ່າຫອຍນາງລົມພຽງຢ່າງດຽວຈະບໍ່ໄດ້ຊ່ວຍລົດຄວາມສ່ຽງຈາກພາຍຸ ແຕ່ພວກເຂົາກໍຫວັງວ່າຫອຍນາງລົມຈະກັບມາຢູ່ໃນບໍລິເວນນີ້ຫຼັງຈາກຟື້ນຟູ ເພາະວ່າຫອຍນາງລົມໂຕອ່ອນຈະເຂົ້າໄປຢູ່ຕາມເປືອກຫອຍດັ່ງກ່າວ ຖ້າບໍ່ມີເປືອກຫອຍນາງລົມ ໂຕອ່ອນອາດຈະຫຼົ່ນລົງໄປສູ່ພື້ນດິນຂອງທະເລ ແລະ ອາດຈະເສຍຊີວິດໄດ້.

ໃນໄລຍະປີ 2013-2018 ຫອຍນາງລົມຖືກຟື້ນຟູໄດ້ຫຼາຍກວ່າ 30 ລ້ານໂຕ ແລະ ເປົ້າໝາຍປີ 2035 ພວກເຂົາຫວັງວ່າຈະສາມາດເອົາຫອຍນາງລົມກັບມານິວຢອກໄດ້ເຖິງ 1 ພັນລ້ານໂຕ.

ຂອບໃຈຂໍ້ມູນຈາກ:

https://www.greenery.org/articles/oysterproject/

https://www.facebook.com/environman.th/posts/3487924378002651