2 ສະຫາຍ ໄດ້ຫຼຽນຄຳ! ໃນນັ້ນ Tom Daley ເປີດເຜີຍວ່າຕົນເອງພູມໃຈທີ່ເປັນ LGBT


Tom Daley ແລະ Matty Lee ນັກກິລາໂດດນ້ຳ ທີມຊາດອັງກິດ ຈາກການແຂ່ງຂັນວັນທີ 26 ກໍລະກົດ 2021 ໃນມະຫະກຳກິລາ Tokyo Olympics 2020 ເຊິ່ງເປັນແຂ່ງຂັນໂດດນ້ຳຄູ່ຊາຍ 10 ແມັດ ແລະ ໃນທີ່ສຸດກໍປະສົບຜົນສຳເລັດໄດ້ຫຼຽນຄຳມາຄອງເປັນທີ່ຮຽບຮ້ອຍ.

Tom Daley ແລະ Matty Lee ຕະຫຼອດໄລຍະເວລາທີ່ເປັນນັກກິລາ ໄດ້ເຝິກຝົນຫຼໍ່ຫຼອມມາໂດຍຕະຫຼອດ ຕັ້ງໃຈກັບການແຂ່ງຂັນທຸກໆຄັ້ງ ມີຄວາມມັກ ແລະ ຮັກ ການໂດດນ້ຳມາຕັ້ງແຕ່ອາຍຸຍັງນ້ອຍ ບໍ່ຍອມທໍ້ຖອຍກັບບັນຫາຕ່າງໆ ສູ້ຊົນຈົນໄດ້ຮັບໄຊຊະນະໃນຫຼາຍລາຍການ ແລະ ຫຼ້າສຸດກໍໄດ້ຫຼຽນຄຳ Tokyo Olympics 2020, ທັງສອງສະຫາຍສາມາດຄວ້າແຊ້ມ ແລະ ເອົາຊະນະແຊ້ມເກົ່າໄດ້ ຢ່າງພາກພູມໃຈ.

ຕະຫຼອດໄລຍະທີ່ຜ່ານມາ ມີຜົນງານທີ່ໂດດເດັ່ນເປັນຈຳນວນຫຼາຍ ໄດ້ຫຼຽນຄຳມາຄອງສະໄໝ Olympics ທີ່ London ແລະ ໄດ້ຫຼຽນຄຳ Olympics ທີ່ Brazil. ນອກຈາກນີ້ ທັງສອງຄົນຍັງມີຜົນງານອີກຫຼາຍທີ່ໜ້າສົນໃຈ ປະກອບກັບເປັນສອງນັກກິລາທີ່ຫຼາຍຄົນກໍຮູ້ໃນນາມຕົວແທນຂອງປະເທດ ພ້ອມກັບຄວາມສາມາດຫຼາຍຢ່າງ.

ຫຼັງຈາກຈົບການແຂ່ງຂັນ ກໍໄດ້ໃຫ້ສຳພາດກັບສື່ຂ່າວຕາມປົກກະຕິ ແຕ່ພິເສດໄປກວ່ານັ້ນຄຳສຳພາດຂອງນັກກິລາຊື່ Tom Daley ໄດ້ໃຫ້ຄຳສຳພາດຕໍ່ນັກຂ່າວວ່າ: ຕົນເອງເປັນ Gay ແລະ ພາກພູມໃຈທີ່ປະສົບຜົນສຳເລັດ. ຈາກນັ້ນຄຳສຳພາດ ກໍເປັນທີ່ໜ້າສົນໃຈຕໍ່ກັບໃຜຫຼາຍໆຄົນ ທັງອອກຜ່ານໂທລະພາບ ແລະ ໜັງສືພິມຕ່າງໆ.

ຄວາມເປັນຈິງແລ້ວ  Tom Daley ກໍຮູ້ວ່າຕົນເອງເປັນ Gay ມາຕັ້ງແຕ່ປີ 2013 ແລະ ຫຼາຍຄົນກໍຮັບຮູ້ດີໃນເລື່ອງດັ່ງກ່າວ, ຈາກທີ່ຕົນເອງຮູ້ວ່າເປັນ Gay ພ້ອມກັບໄດ້ເປັນນັກກິລາ ຄວາມສາມາດກໍຍິ່ງເພີ່ມຂຶ້ນເລື້ອຍໆ ເຝິກຊ້ອມໃນແຕ່ລະມື້ ຈົນເກັ່ງກ້າສາມາດ, ປະສົບຜົນສຳເລັດ ແລະ ສ້າງຊື່ສຽງໃຫ້ກັບປະເທດຂອງຕົນຢ່າງພາກພູມໃຈ ແລະ ຄົນໃນປະເທດຕ່າງກໍຍອມຮັບໃນຄວາມສາມາດ ຍ້ອງຍໍຊົມເຊີຍຢູ່ສະເໝີ.

ຂອບໃຈຂໍ້ມູນຈາກ: https://bit.ly/2WpEBaj

ຮູບພາບ ແລະ ຕາຕະລາງຄະແນນ:

https://bit.ly/3f8Cwq0

https://bit.ly/3ygd7Su

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/