ສະຫະລັດອາເມລິກາ ມອບທຶນ 700.000 ໂດລາ ໃຫ້ ສປປ ລາວ ເພື່ອສະໜັບສະໜູນໂຄງການກຳຈັດໄຂ້ມາເລເລຍ


ໃນວັນທີ 28 ກໍລະກົດ ປີ 2021 ທີ່ຜ່ານມາ ອົງການພັດທະນາສາກົນສະຫະລັດອາເມລິກາ ແລະ ໂຄງການ U.S. President’s Malaria Initiative (PMI) ໄດ້ມອບເງິນສະໜັບສະໜູນ ເຈັດແສນໂດລາໃຫ້ແກ່ ອົງການສາກົນບໍລິການປະຊາຊົນ (PSILao) ເພື່ອການສະໜັບສະໜູນກົມຄວບຄຸມພະຍາດຕິດຕໍ່ ແລະ ສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້, ກະຊວງສາທາລະນະສຸກ.

ເງິນຊ່ວຍເຫຼືອເຫຼົ່ານີ້ ແມ່ນຈະນໍາໃຊ້ເຂົ້າໃນວຽກງານການສ້າງຄວາມເຂັ້ມແຂງໃນການເຝົ້າລະວັງ ເພື່ອການກຳຈັດໄຂ້ມາເລເລຍໃນ ສປປລາວ ພາຍໃຕ້ໂຄງການ Impact malaria ໃນ ສປປລາວ ຕັ້ງແຕ່ປີ 2021 ຫາ ປີ 2023.

ພິທີເຊັນບົດບັນທຶກຄວາມເຂົ້າໃຈສຳລັບໂຄງການນີ້ ແມ່ນຕາງໜ້າກະຊວງສາທາລະນະສຸກ ໂດຍທ່ານ ດຣ.ຣັດຕະນະໄຊ ເພັດສຸວັນ  ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ຕາງຫນ້າໂຄງການ PMI ແລະ ອົງການພັດທະນາ ສະຫະລັດອາເມລິກາ ປະຈຳລາວ ໂດຍທ່ານ Michael Ronning, ຕາງຫນ້າອົງການສາກົນບໍລິການປະຊາຊົນ PSI Laos ໂດຍທ່ານ ວຽງສະໄຫມ ວົງຄຳຊາວ ຜູ້ອຳນວຍການອົງການ ແລະ ໃຫ້ກຽດເປັນສັກຂີພະຍານໃນພິທີລົງນາມ ໂດຍທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ.

ໂຄງການດັ່ງກ່າວມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງການໄຂ້ມາເລເລຍແຫ່ງຊາດ ໂດຍມອບໃຫ້ອົງການ PSILAO ເປັນຂົວຕໍ່ດ້ານວິຊາການ ປະສານງານຮ່ວມມື ກັບສູນ ໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ເພື່ອເຝິກອົບຮົມ, ປະເມີນຍຸດທະສາດການກໍາຈັດໄຂ້ມາເລເລຍ, ການຮັບມືຕອບໂຕ້ 1-3-7, ດໍາເນີນການວິເຄາະທາງດ້ານຂໍ້ມູນ, ດໍາເນີນການລົງສືບສວນສອບສວນ, ແລະ ນໍາໃຊ້ຂໍ້ມູນໃນການຕັດສິນໃຈເພື່ອເສີມຂະຫຍາຍວິທີການກໍາຈັດພະຍາດໄຂ້ມາເລເລຍໃຫ້ມີປະສິດທິຜົນເປັນຈິງ.​

ທ່ານ Michael Ronning ກ່າວວວ່າ: “ຫຼາຍກວ່າ 10 ປີທີ່ສະຫະລັດອາເມລິກາຢືນຄຽງຂ້າງລັດຖະບານລາວ ເພື່ອຕໍ່ສູ້ກັບພະຍາດໄຂ້ມາເລເລຍ,​ ລັດຖະບານສະຫະລັດອາເມລິກາ ໄດ້ລົງທຶນຫຼາຍກວ່າ 3.5 ລ້ານໂດລາ ໃນການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ແລະ ອຸປະກອນຕ່າງໆ ລວມເຖິງມຸ້ງກັນຍຸງ ຫຼາຍກວ່າ 700.000 ຊຸດ, ຊຸດກວດເລືອດແບບວ່ອງໄວຫຼາຍກວ່າ 1.000.000 ຊຸດ ແລະ ຢາປົວພະຍາດໄຂ້ມາເລເລຍ ໃຫ້ແກ່ປະຊາຊົນລາວ”.

ທີ່ມາ: ສະຖານທູດອາເມລິກາ

ພາບ: us embrassy in vientiane

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/