Httpool ຮ່ວມກັບ Spotify ໄດ້ເປີດໃຫ້ບໍລິການໃນ ສປປ ລາວ ແລ້ວ


ເອສທີທີພູລ (Httpool) ຮ່ວມກັບ ສະປັອດຕິຟາຍ (Spotify) ໄດ້ຂະຫຍາຍບໍລິການໃນ ສປປ ລາວ ແລ້ວ, ໂດຍ ເອສທີທີພູລ ເປັນບໍລິສັດຕາງໜ້າພຽງຜູ້ດຽວໃນການບໍລິຫານການບໍລິການດ້ານສື່ໂຄສະນາຂອງ Spotify ຢູ່ພາກພື້ນອິນໂດຈີນ.

ສະປັອດຕິຟາຍ ແມ່ນແອັບພິເຄຊັນທີ່ບໍລິການລົງທະບຽນຟັງເພງໃນຮູບແບບອອນລາຍທີ່ເປັນທີ່ນິຍົມທີ່ສຸດໃນໂລກ ເຊິ່ງມີເພງຫຼາຍກວ່າ 70 ລ້ານເພງ ແລະ ພອດແຄດອີກ 2,2 ລ້ານກວ່າລາຍການ. ນອກຈາກນັ້ນ, ທາງສະປັອດຕິຟາຍ ຍັງໃຫ້ໂອກາດແກ່ບັນດາສິລະປິນຈຳນວນຫຼາຍລ້ານຄົນ ໃຫ້ສາມາດຫາລາຍໄດ້ ໂດຍການເພິ່ງພາຜົນງານສິລະປະຂອງພວກເຂົາ ພ້ອມທັງໃຫ້ແຟນໆຫຼາຍພັນລ້ານຄົນໄດ້ມີໂອກາດເບີກບານມ່ວນຊື່ນ ແລະ ໄດ້ຮັບແຮງບັນດານໃຈຈາກສິລະປິນເຫຼົ່ານັ້ນ ເຮັດໃຫ້ມີຜູ້ໃຊ້ແອັບພິເຄຊັນດັ່ງກ່າວມີຈຳນວນຫຼາຍກວ່າ 345 ລ້ານຄົນ, ໂດຍມີສະມາຊິກແບບພຣີມ້ຽມ ຈໍານວນ 155 ລ້ານຄົນ ຈາກ 178 ປະເທດທົ່ວໂລກ.

ພ້ອມດຽວກັນນັ້ນ, ສະປັອດຕິຟາຍ ຍັງໄດ້ຊ່ວຍໃຫ້ຜູ້ລົງໂຄສະນາມີທາງເລືອກທີ່ຫຼາກຫຼາຍ ເຊິ່ງທາງເລືອກດັ່ງກ່າວແມ່ນປະກອບມີ ການໂຄສະນາດ້ວຍສຽງ, ວິດີໂອ ແລະ ແລະ ຮູບພາບ. ຜູ້ທີ່ຕ້ອງການໂຄສະນາຜ່ານສະປັອດຕິຟາຍ ຈະສາມາດເຂົ້າເຖິງຜູ້ຟັງທີ່ໄດ້ລັອກອິນເຂົ້າສູ່ລະບົບແລ້ວ ບໍ່ວ່າຜູ້ລັອກອິນຈະເລືອກຟັງແບບອອນລາຍຜ່ານອຸປະກອນໃດໆກໍຕາມເຊັ່ນ:ໂທລະສັບມືຖື, ຄອມພິວເຕີ, ລຳໂພງທີ່ຖືກເຊື່ອມຕໍ່, ເຄື່ອງຫຼິ້ນເກມ ແລະ ອຸປະກອນອື່ນໆທີ່ຫຼາກຫຼາຍອີກພ້ອມ.

ທີ່ມາ: Httpool

ພາບ: Geeks in Cambodia, Linkin

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/