ເສື້ອຄົນຖືທວນໄຟໃນງານ Tokyo Olympics 2020 ເຮັດມາຈາກຕຸກນ້ຳອັດລົມ Coca-Cola ຣີໄຊເຄິນ!!!


ເສື້ອຂອງຄົນທີ່ຖືທວນໄຟ ໄດ້ຮັບການອອກແບບໂດຍ ໄດສຶເກະ ໂອບານະ(Daisuke Obana) ເຊິ່ງມາໃນຫົວຂໍ້ ຄວາມຫວັງນຳທາງໃຫ້ເຮົາ ຫຼື ພາສາອັງກິດ Hope lights our way ທີ່ພິເສດແມ່ນ ເສື້ອດັ່ງກ່າວເຮັດມາຈາກໃຍສັງເຄາະ ທີ່ໄດ້ຈາກການເອົາຕຸກ Coca-Cola ມາຣີໄຊເຄິນ!!! ສະແດງໃຫ້ເຫັນວ່າ ຍີ່ປຸ່ນເອົາໃຈໃສ່ໃນເລື່ອງສິ່ງແວດລ້ອມແທ້ໆ.

ໃນການເດີນຂະບວນສົ່ງຕໍ່ທວນໄຟຄັ້ງນີ້ ມີຜູ້ສົ່ງທວນໄຟຢ່າງຫຼວງຫຼາຍ ແລະ ມີຄົນຫຼາຍອາຊີບ ຫຼາຍອາຍຸແຕກຕ່າງກັນໄປ ບໍ່ວ່າຈະເປັນນັກກິລາ, ນັກສະແດງ, ຄົນມີຊື່ສຽງ, ເດັກນ້ອຍ, ຄົນພິການ, ຄົນສູງອາຍຸ, ໃນອາຊີບຕ່າງໆເຊັ່ນ: ແມ່ບ້ານ ແລະ ຍັງມີແພດໝໍຜູ້ເສຍສະລະຕົນເອງຕໍ່ສູ້ກັບພະຍາດໂຄວິດ-19ອີກດ້ວຍ.

ຂອບໃຈຂໍ້ມູນຈາກ: shorturl.asia/ot3uD

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/