Camila Cabello ອອກມາສະໜັບສະໜູນໃຫ້ຜູ້ຍິງຮັກໃນຮູບຮ່າງຂອງຕົນເອງ


ການເປັນບຸກຄົນສາທາລະນະບໍ່ງ່າຍເລີຍ, ໂດຍສະເພາະແມ່ນຜູ້ຍິງ, ເພາະຈະເປັນເປົ້າໝາຍທີ່ງ່າຍໃຫ້ສັງຄົມອອນລາຍວິພາກວິຈານເລື່ອງຮູບຮ່າງໜ້າຕາ. ສິ່ງດັ່ງກ່າວໄດ້ເຮັດໃຫ້ຜູ້ຍິງຫຼາຍໆຄົນບໍ່ມີຄວາມໝັ້ນໃຈ ແລະ ບໍ່ມີຄວາມສຸກກັບຮູບຮ່າງຂອງຕົນເອງ. ໜຶ່ງໃນຄົນດັງທີ່ຖືກເວົ້າໃຫ້ເລື່ອງຮູບຮ່າງກໍແມ່ນ Camila Cabello ເຈົ້າຂອງເພງດັງ Señorita, Havana, ແລະ Never Be the Same ທີ່ຕິດຫູກັນທົ່ວບ້ານທົ່ວເມືອງ.

Camilla Cabello ໂດ່ງດັງຈາກການປະກວດລາຍການແຂ່ງຂັນຮ້ອງເພງ The X Factor ຂອງປະເທດອາເມລິກາ ແລະ ເປັນອະດີດສະມາຊິກຂອງວົງ The Fifth Harmony.

ບໍ່ດົນມານີ້, ນັກຂ່າວ paparazzi ໄດ້ລັກຖ່າຍຮູບຕອນທີ່ Camila ກໍາລັງອອກກໍາລັງກາຍຢູ່ສວນສາທາລະນະ. ຫລັງຈາກທີ່ຮູບພວກນັ້ນຖືກປ່ອຍອອກມາ, Camila ກໍຖືກສັງຄົມອອນລາຍບາງສ່ວນວິພາກວິຈານກ່ຽວກັບຮູບຮ່າງຂອງລາວວ່າອວບເກີນໄປ.

Camila ຈຶ່ງອັບໂຫຼດວິດີໂອສັ້ນລົງແອັບ TikTok ໂດຍໃສ່ຫົວຂໍ້ວ່າ: “ຂ້ອຍຮັກຮ່າງກາຍຂອງຂ້ອຍ”. ໃນວິດີໂອ Camila ເວົ້າວ່າ: “ຂ້ອຍກໍາລັງແລ່ນຢູ່ສວນສາທາລະນະ, ບໍ່ໄດ້ສົນໃຈກັບໃຜ ແລະ ພະຍາຍາມຮັກສາສຸຂະພາບໃຫ້ແຂງແຮງ.”

ນັກຮ້ອງສາວເວົ້າຕໍ່ອີກວ່າ: “ຂ້ອຍໃສ່ເສື້ອທີ່ໂຊວ໌ໃຫ້ເຫັນໜ້າທ້ອງຂອງຂ້ອຍ ແລະ ຂ້ອຍກໍບໍ່ໄດ້ຫຸບທ້ອງເຂົ້າ, ເພາະວ່າຂ້ອຍກໍາລັງແລ່ນ ແລະ ໃຊ້ຊີວິດຄືກັບມະນຸດທົ່ວໄປທີ່ບໍ່ໄດ້ຫຸບທ້ອງເຂົ້າຕະຫຼອດເວລາ. ຂ້ອຍກໍເລີຍຄິດວ່າ ‘ຕາຍແລ້ວ’, ແຕ່ຂ້ອຍກໍໄດ້ເຕືອນຕົນເອງວ່າ ການຕໍ່ຕ້ານຮ່າງກາຍຂອງຕົນເອງເປັນຫຍັງທີ່ຫຼ້າຫຼັງໄປແລ້ວ.”

Camila ລົງທ້າຍດ້ວຍຄໍາເວົ້າທີ່ໃຫ້ກໍາລັງໃຈຜູ້ຍິງຫຼາຍໆຄົນ: “ຂ້ອຍພູມໃຈກັບຮ່າງກາຍຂອງຕົນເອງ ທີ່ມັນເຮັດໃຫ້ຂ້ອຍສາມາດເຮັດໃນສິ່ງທີ່ຂ້ອຍຢາກເຮັດໄດ້. ພວກເຮົາແມ່ນຜູ້ຍິງແທ້ທີ່ມີສ່ວນໂຄ້ງ, ເຊລູໄລ, ຮອຍແຕກລາຍ ແລະ ໄຂມັນ. ແຕ່ພວກເຮົາຈົ່ງພູມໃຈກັບມັນ.”

ວິດີໂອນີ້ຂອງລາວໄດ້ສ້າງແຮງບັນດານໃຈໃຫ້ກັບຜູ້ຍິງຫຼາຍໆຄົນໃນເລື່ອງຄວາມໝັ້ນໃຈ ແລະ ການຮັກຮູບຮ່າງທີ່ເປັນທໍາມະຊາດຂອງຕົນເອງ. ເພາະຫຼາຍໆເທື່ອ, ເຮົາຈະມັກເອົາຕົນເອງໄປປຽບທຽບໃສ່ກັບດາລາ, ນາງແບບ ຫຼື ນາຍແບບ ຢູ່ໃນໂລກອິນເຕີເນັດທີ່ມີສີຜິວ, ໜ້າຕາ, ແລະ ຮູບຮ່າງສົມບູນແບບ, ທັ້ງໆທີ່ເຮົາເອງກໍບໍ່ຮູ້ວ່າຮູບເຫຼົ່ານັ້ນແມ່ນ ຖືກດັດແປງຫຼາຍໜ້ອຍເທົ່າໃດ ຫຼື ສະທ້ອນຄວາມເປັນຈິງຫຼາຍໜ້ອຍເທົ່າໃດ.

Shawn Mendes ແຟນໜຸ່ມຂອງ Camila ທີ່ເປັນນັກຮ້ອງດັງຂວັນໃຈຫຼາຍໆຄົນ, ໄດ້ສະແດງໃຫ້ເຫັນຊັດເຈນວ່າ ລາວບໍ່ມີບັນຫາກັບເລື່ອງຮູບຮ່າງຂອງແຟນສາວຕົນເອງເລີຍ. Shawn ເຄີຍໃຫ້ສໍາພາດໃນວາລະສານ British GQ ວ່າ ຄວາມເຂັ້ມແຂງ, ຄວາມໝັ້ນໃຈ, ແລະ ຄວາມເຫັນໃຈຜູ້ອື່ນຂອງ Camila ໄດ້ຊ່ວຍໃຫ້ລາວກ້າວຜ່ານຄວາມຄິດລົບໆທີ່ລາວເຄີຍມີກ່ຽວກັບຮູບຮ່າງໜ້າຕາຂອງຕົນເອງ. Shawn ເວົ້າວ່າ Camila ໄດ້ປ່ຽນມຸມມອງຂອງລາວ ແລະ ລາວຮູ້ແລ້ວວ່າສິ່ງທີ່ສໍາຄັນທີ່ສຸດບໍ່ແມ່ນພາບລັກພາຍນອກ, ແຕ່ແມ່ນການເຮັດໃຫ້ຜູ້ຄົນຮູ້ສຶກດີຂຶ້ນ ແລະ ເຮັດໃຫ້ພວກເຂົາຮູ້ສຶກປອດໄພ ແລະ ໄດ້ຮັບການສະໜັບສະໜູນ.

Camila ແລະ Shawn ຄົບກັນໄດ້ສອງປີແລ້ວ ແລະ ຄວາມຫວານຂອງທັງສອງກໍບໍ່ມີທ່າທີວ່າຈະລົດລົງເລີຍ, ເບິ່ງຄືຈະເພີ່ມຂຶ້ນຊ້ຳ. ເວົ້າໄດ້ເລີຍວ່າ Camila ເປັນຜູ້ຍິງທີ່ໜ້າອິດສາຫຼາຍ.

ທີ່ມາ: https://pge.sx/2WBDogt https://pge.sx/2WBDogt

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/