ນັກເຕະບານຊາວອອສເຕຣເລຍ ຄຸເຂົ່າຂໍແຟນໜຸ່ມແຕ່ງງານ


ເປັນຂ່າວທີ່ຫວານຊື່ນໃຈ ເມື່ອນັກເຕະບານ josh cavallo ທີ່ເປີດຕົວວ່າຕົນເອງເປັນເກເມື່ອປີ 2021 ທີ່ຜ່ານມາ ແລະ ໄດ້ກາຍເປັນຜູ້ບຸກເບີກການເປີດເຜີຍເລື່ອງເພດໃນວົງການບານເຕະ ແລະ ຫຼ້າສຸດໄດ້ຄຸເຂົ່າຂໍແຟນໜຸ່ມແຕ່ງງານໃນສະໜາມທີ່ສະໂມສອນ Adelaide United ທີມດັງໃນລີກຂອງອອສເຕຣເລຍ ທີ່ໄດ້ສັງກັດຢູ່ນັ້ນເອງ.

josh cavallo ໄດ້ເຜີຍແຜ່ຮູບພາບ ຄຸເຂົ່າຂໍແຟນໜຸ່ມ Leighton Morrell ພ້ອມກ່າວວ່າ “ຂອບໃຈ Adelaide United ທີ່ຊ່ວຍສ້າງຄວາມປະທັບໃຈນີ້” ໃນປັດຈຸບັນເອງນັກເຕະບານທີ່ອອກມາເປີດເຜີຍວ່າຕົນເອງເປັນເພດທາງເລືອກ ສ່ວນໃຫຍ່ຈະເປີດເຜີຍຕອນທີ່ເລີກລາຈາກວົງການ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/