ທຫລ ກຳນົດໃຫ້ຜູ້ນຳສົ່ງອອກສິນຄ້າ ຕ້ອງນຳເງິນຕາມາຜ່ານລະບົບທະນາຄານ ພ້ອມຕ້ອງແລກເປັນເງິນກີບ 20%-30% ເພື່ອຈັດເກັບເງິນຕາໃຫ້ໄດ້ຫຼາຍຂຶ້ນ


ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ເລີ່ມມາດຕະການຈຳກັດການຮົ່ວໄຫຼຂອງເງິນຕາຕ່າງປະເທດຢ່າງຈິງຈັງ ໂດຍໄດ້ອອກ ວ່າດ້ວຍການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກສິນຄ້າ ແລະ ບໍລິການ ໂດຍກຳນົດໃຫ້ ໃຫ້ຜູ້ນຳສົ່ງອອກສິນຄ້າ ຕ້ອງນຳເງິນຕາມາຜ່ານລະບົບທະນາຄານ ພ້ອມທັງຕ້ອງແລກເປັນເງິນກີບ 20%-30% ສ້າງຄວາມເຂັ້ມແຂງໃຫ້ກັບຄັງສຳຮອງເງິນຕາຂອງປະເທດ.

ໂດຍຂໍ້ຕົກລົງ ເລກທີ 333/ທຫລ ລົງວັນທີ 7 ມີນາ 2024 ໄດ້ລະບຸໃຫ້ ພາຍຫຼັງສົ່ງອອກສິນຄ້າ ແລະ ການບໍລິການ ແລ້ວ ຜູ້ສົ່ງອອກ ຕ້ອງນໍາລາຍຮັບເງິນຕາຕ່າງປະເທດ ທີ່ໄດ້ ຈາກການສົ່ງອອກດັ່ງກ່າວ ເຂົ້າມາ ສປປ ລາວ ຜ່ານບັນຊີເງິນຝາກກ່ຽວກັບການນໍາເຂົ້າ-ສົ່ງອອກ ຢູ່ທະນາຄານ ທຸລະກິດ ທີ່ທະນາຄານແຫ່ງ ສປປ ລາວ ໄດ້ອອກໃບຢັ້ງຢືນ.

ຜູ້ສົ່ງອອກ ຕ້ອງຮັບຊຳລະຄ່າສິນຄ້າ ແລະ ການບໍລິການ ກັບຕ່າງປະເທດ ເຂົ້າບັນຊີເງິນຝາກກ່ຽວກັບການ ນໍາເຂົ້າ-ສົ່ງອອກ ພາຍໃນວັນຊຳລະທີ່ໄດ້ກຳນົດໄວ້ໃນສັນຍາຊື້ ຂາຍ ແຕ່ບໍ່ເກີນ 180 ວັນ ຕາມອັດຕາສ່ວນຕ່ຳສຸດ ແລະ ຕາມໄລຍະເວລາທີ່ກໍນົດ.

ໃນນີ້ປະກອບມີ  5 ຂະແໜງການເຊັ່ນ: ຂະແໜງການບໍ່ແຮ່ 85% ພາຍໃນເວລາ 90 ວັນ ນັບຈາກ ມື້ທີ່ສົ່ງອອກ; ຂະແໜງການບໍລິການ 80% ໃນເວລາ 60 ວັນ; ຂະແໜງການກະສິກຳ 75% ໃນ 60 ວັນ; ຂະແໜງການໄຟຟ້າ 20% ພາຍໃນເວລາ 180 ວັນ ແລະ ຂະແໜງການອື່ນ 70% ພາຍໃນເວລາ 90 ວັນ ນັບຈາກມື້ສົ່ງອອກ.
ນອກຈາກນີ້ ຂໍ້ຕົກລົງດັ່ງກ່າວ ໄດ້ກຳນົດໃຫ້ຜູ້ສົ່ງອອກ ຕ້ອງຂາຍລາຍຮັບເງິນຕາຕ່າງປະເທດ ຈາກການສົ່ງອອກ ຫຼື ແລກເງິນຕາເປັນເງິນກີບ ຕາມອັດຕາສ່ວນຕ່ຳສຸດ ແລະ ພາຍໃນກຳນົດເວລາສູງສຸດບໍ່ເກີນ 3 ວັນລັດຖະການ ນັບແຕ່ວັນທີ່ລາຍຮັບເງິນຕາຕ່າງປະເທດ ເຂົ້າບັນຊີເງິນຝາກກ່ຽວກັບການນຳເຂົ້າ-ສົ່ງອອກຂອງທະຄານໃນ ສປປ ລາວ ແຕ່ລະຄັ້ງ ຕາມແຕ່ລະຂະແໜງການ.

ຂະແໜງການບໍ່ແຮ່: 35%; ຂະແໜງການກະສິກຳ: 30%; ຂະແໜງການໄຟຟ້າ: 20%; ຂະແໜງການບໍລິການ: 20% ແລະ ຂະແໜງການອື່ນ: 20% ຂອງອັດຕາສ່ວນຕ່ຳສຸດໃນການນຳລາຍຮັບເຂົ້າມາ ສປປ.ລາວ

ກໍລະນີຜູ້ສົ່ງອອກ ບໍ່ຂາຍເງິນຕາຕ່າງປະເທດ ຫຼື ຂາຍເງິນຕາຕ່າງປະເທດບໍ່ຄົບຖ້ວນ ຕາມອັດຕາສ່ວນຕ່ຳສຸດ ແລະ ກຳນົດເວລາ ເຊິ່ງໄດ້ກຳນົດໄວ້ ໃນວັນລັດຖະການຖັດມາ ທະນາຄານທຸລະກິດ ຕ້ອງແຈ້ງຜູ້ສົ່ງອອກ ແລ້ວດຳເນີນການຊື້ເງິນຕາຕ່າງປະເທດໃຫ້ຄົບຖ້ວນ.

ໂທດສູງສຸດຂອງຜູ້ລະເມີດ, ປັບໃໝສູງສຸດ 10% ຂອງມູນຄ່າທີ່ລະເມີດ ແຕ່ບໍ່ຫຼຸດ 20 ລ້ານກີບ, ແລະ ໃຫ້ໂຈະການສົ່ງອອກສິນຄ້າ.

ນອກຈາກນີ ຂໍ້ຕົກລົງດັ່ງກ່າວ ຍັງໄດ້ກຳນົດໃຫ້ ທະນາຄານທຸລະກິດ ທີ່ໄດ້ຊື້ເງິນຕາຕ່າງປະເທດ ຈາກຜູ້ສົ່ງອອກ ຕ້ອງຂາຍເງິນຕາຕ່າງປະເທດດັ່ງກ່າວ ໃຫ້ ທະນາຄານແຫ່ງ ສປປ ລາວ ໃນຈຳນວນຢ່າງໜ້ອຍ 30% ຂອງອັດຕາສ່ວນຕ່ຳສຸດ ທີ່ຕົນໄດ້ເກັບ ຊື້ຈາກຜູ້ສົ່ງອອກ ໂດຍດຳເນີນຜ່ານລະບົບຂອງກົມບໍລິການທະນາຄານ ພາຍໃນວັນທີ່ເກັບຊື້ ຫຼື ວັນລັດຖະການຖັດມາ. ຜູ້ສົ່ງອອກ ສາມາດຂາຍເງິນຕາຕ່າງປະເທດ ໃຫ້ແກ່ທະນາຄານແຫ່ງ ສປປ ລາວ ດ້ວຍການແຈ້ງເຈດຈຳນົງຕໍ່ ກົມຄຸ້ມຄອງເງິນຕາຕ່າງປະເທດ ແລະ ດຳເນີນການຂາຍຜ່ານທະນາຄານທຸລະກິດ ໃຫ້ທະນາຄານແຫ່ງ ສປປ ລາວ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/