EU ເປີດໂຄງການ Global Gateway ພັດທະນາ ຕ່ອງໂສ້ມູນຄ່າເພີ່ມ ຂະແໜງການກາເຟ, ຊາ ແລະ ປ່າໄມ້ ຂອງ ສປປ ລາວ


ລັດຖະບານແຫ່ງ ສປປ ລາວ, ສະຫະພາບ ເອີຣົບ ພ້ອມດ້ວຍປະເທດສະມາຊິກ ຝຣັ່ງ ແລະ ເຢຍລະມັນ ໄດ້ເປີດແຜນງານ Global Gateway ເຊິ່ງເປັນການຮ່ວມມື ລະຫວ່າງ ສປປ ລາວ ແລະ ທີມເອີຣົບ ເພື່ອພັດທະນາການຄ້າ, ການລົງທຶນ ແລະ ການເຊື່ອມຈອດໃນຂະແໜງ ກະສິກໍາ ແລະ ປ່າໄມ້”.

ໂດຍໃນພິທີເປີດແຜນງານດັ່ງກ່າວ, ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ພະນະທ່ານ ນາງ ຢຸດຕາ ອູພິໄລແນັນ, ຄະນະກໍາມາທິການຮ່ວມມືສາກົນຂອງ ສະຫະພາບເອີຣົບ, ພະນະທ່ານ ຄໍາເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ພະນະທ່ານ ເພັດ ພົມພິພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ພະນະທ່ານ ນາງ ອີນາ ມາຈູລີອໍນີແຕ, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາລາວ, ພະນະທ່ານ ຊິວ-ແລັງ ຊູອອກ, ເອກອັກຄະລັດຖະທູດ ຝຣັ່ງ ປະຈໍາ ລາວ ແລະ ພະນະທ່ານ ນາງ ອາເນັດ ໂນບລ໋ອກ, ເອກອັກຄະລັດຖະທູດ ເຢຍລະມັນ ປະຈໍາລາວ.

ແຜນງານ TICAF ຈະສະໜັບສະໜູນ ການພັດທະນາຕ່ອງໂສ້ມູນຄ່າເພີ່ມ ຂອງຜະລິດຕະພັນກາເຟ, ຊາ ແລະ ຜະລິດຕະພັນໄມ້ ແບບຍືນຍົງ ເຊິ່ງເປັນຜະລິດຕະພັນທີ່ ສປປ ລາວ ກໍາລັງເຮັດການຄ້າ ກັບສະຫະພາບເອີຣົບ. ເພື່ອອໍານວຍຄວາມສະດວກໃນການເຂົ້າເຖິງຕະຫຼາດພາຍໃນ, ພາກພື້ນ ແລະ ສາກົນ, ແຜນງານ TICAF ຈະຊ່ວຍສົ່ງເສີມ ການເຊື່ອມຕໍ່ກັບຕະຫຼາດພາກພື້ນ ແລະ ສາກົນ ຜ່ານການສ້ອມແປງ ແລະ ບູລະນະທາງຫຼວງແຫ່ງຊາດ ເລກ 2 ທີ່ເຊື່ອມຕໍ່ ປະເທດ ໄທ ແລະ ສສ. ຫວຽດນາມ. ແຜນງານດັ່ງກ່າວ ເປັນການຮ່ວມທຶນຂອງ ສະຫະພາບເອີຣົບ (€28 ລ້ານ), ຝຣັ່ງ (€ 4.65ລ້ານ), ເຢຍລະມັນ (€11 ລ້ານ) ແລະ ເງິນກູ້ໃນອັດຕາດອກເບ້ຍຜ່ອນຜັນ ຈາກທະນາຄານສົ່ງເສີມການລົງທຶນ ຂອງ ສະຫະພາບເອີຣົບ ຫຼື EIB (€50 ລ້ານ).

ທ່ານ ນາງ ຢຸດຕາ ອູພິໄລແນັນ, ຄະນະກໍາມາທິການຮ່ວມມືສາກົນ ຂອງສະຫະພາບເອີຣົບ ໄດ້ຍົກໃຫ້ເຫັນເຖິງການປະກອບສ່ວນຂອງ TICAF ໃນການຍົກລະດັບ ແລະ ປັບປຸງຊີວິດການເປັນຢູ່ ຂອງຊຸມຊົນໃນເຂດຊົນນະບົດ ດ້ວຍການສ້າງແຫຼ່ງລາຍຮັບທີ່ຫຼາກຫຼາຍ ແລະ ການສົ່ງເສີມສະພາບເງື່ອນໄຂການເຮັດວຽກທີ່ດີ ພ້ອມທັງການເພີ່ມທະວີການຜະລິດພາຍໃນ, ການສົ່ງອອກຜະລິດຕະພັນທາງດ້ານກະສິກໍາ ແລະ ປ່າໄມ້ ແບບຍືນຍົງ ແລະ ເພີ່ມຖານລາຍຮັບພາຍໃນ.

ນອກຈາກນັ້ນ, ເພິ່ນຍັງໄດ້ກ່າວວ່າ “TICAF ຖືເປັນນິມິດໝາຍທີ່ສໍາຄັນ ແລະ ການຜັນຂະຫຍາຍ ຈຸດປະສົງ ແລະ ເປົ້າໝາຍ ຂອງແຜນງານ Global Gateway ແລະ Green Deal ເຂົ້າໃນການເປັນຄູ່ຮ່ວມຍຸດທະສາດ ກັບ ສປປ ລາວ ພ້ອມທັງຮັບປະກັນການປະກອບສ່ວນອັນມີຄຸນຄ່າເຂົ້າສູ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ກ້າວໄປຂ້າງໜ້າຮ່ວມກັນ”.

ທ່ານ ຄຳເຈນ ວົງໂພສີກ່າວວ່າ: ການຮ່ວມມືພາຍໃຕ້ແຜນຍຸດທະສາດດັ່ງກ່າວ ມີຄວາມໝາຍ ຄວາມສໍາຄັນ ເນື່ອງຈາກວ່າເປັນການລະດົມທຶນຮອນ ແລະ ຄວາມຮູ້ທາງດ້ານວິຊາການ ຂອງ ຄູ່ຮ່ວມພັດທະນາ ແລະ ປະສານສົມທົບຢ່າງໄກ້ຊິດກັບ ລັດຖະບານ ເພື່ອຈັດຕັ້ງປະຕິບັດ ເປົ້າໝາຍບຸລິມະສິດ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9.”

ແຜນງານ TICAF ມີເປົ້າໝາຍສົ່ງເສີມ ແລະ ຍົກລະດັບການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພາບ ເອີຣົບ ໃນການຫຼຸດຜ່ອນການຕັດໄມ້ທໍາລາຍປ່າ ແລະ ສົ່ງເສີມການນໍາໃຊ້ປ່າໄມ້ ແລະ ທີ່ດິນແບບຍືນຍົງ, ພ້ອມທັງເປັນການສົ່ງເສີມໃນການນໍາໃຊ້ແນວພັນພືດ ທີ່ມີຄວາມທົນທານ ຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ.

ແຜນງານ TICAF ເປັນແຜນງານຕົ້ນຕໍທີ່ສໍາຄັນ ຂອງຍຸດທະສາດ ທີມເອີຣົບ ຢູ່ໃນ ສປປ ລາວ ເຊິ່ງຈະສົ່ງເສີມການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ພາກລັດ, ມະຫາວິທະຍາໄລແຫ່ງຊາດ ລາວ, ພາກເອກະຊົນ, ຊຸມຊົນຂັ້ນທ້ອງຖິ່ນ ແລະ ຄຽງຄູ່ກັບການສະໜັບສະໜູນຈາກ ທີມເອີຣົບ ຢູ່ໃນ ສປປ ລາວ ໃນການຍົກລະດັບການພັດທະນາທັກສະ ສີມືແຮງງານ, ການປົກປ້ອງສັງຄົມ, ການອໍານວຍຄວາມສະດວກໃຫ້ແກ່ພາກການຄ້າ ແລະ ທຸລະກິດ ແລະ ການສ້ອມແປງບູລະນະຫົນທາງໃນເຂດຊົນນະບົດ.

EU Global Gateway: ແມ່ນຍຸດທະສາດໃໝ່ຂອງ ສະຫະພາບ ເອີຣົບ ທີ່ໄດ້ລິເລີ່ມຢ່າງເປັນທາງການໃນປີ 2021. ເປັນຍຸດທະສາດທີ່ສົ່ງເສີມການສ້າງສາຍພົວພັນທີ່ຍືນຍົງ ແລະ ເຊື່ອຖືເພື່ອມວນມະນຸດ ແລະ ໂລກ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/