ໄທກຽມຊຸກຍູ້ສົ່ງອອກເຂົ້າສານໄປ ສປ ຈີນ 7,5 ລ້ານໂຕນ ໃນປີ 2024


ໜັງສືພິມ Bangkok Post ຂອງໄທ ລາຍງານວ່າ ລັດຖະບານໄທມີແຜນຈະເປີດກວ້າງການສົ່ງອອກເຂົ້າສານຕໍ່ແຜ່ນດິນໃຫຍ່ຈີນ ແລະ ເຂດບໍລິຫານພິເສດຮ່ອງກົງຂອງຈີນ.

ໂດຍໄທໄດ້ວາງເປົ້າໝາຍທີ່ສົ່ງອອກເຂົ້າສານທີ່ມີປະລິມານທັງໝົດ 7,5 ລ້ານໂຕນໃນປີນີ້ເພື່ອຊຸກຍູ້ການສົ່ງອອກ ແລະ ຄ້າຂາຍກັບຈີນ, ນອກຈາກນີ້ໄທຍັງມີແຜນຈະສ້າງສູນຈຳໜ່າຍເຂົ້າສານແຫ່ງໜຶ່ງຢູ່ນະຄອນເຊິ່ນເຈີ້ນຂອງຈີນຕື່ມອີກ.

ຕົວເລກຂໍ້ມູນຂອງເວັບໄຊສະມາຄົມຜູ້ສົ່ງອອກເຂົ້າສານໄທສະແດງໃຫ້ເຫັນວ່າ ປີ 2023, ການສົ່ງອອກເຂົ້າສານຂອງໄທຕໍ່ຈີນ ໄດ້ບັນລຸຫຼາຍກວ່າ 4,7 ແສນໂຕນ, ສ່ວນເຂົ້າສານທີ່ສົ່ງອອກຕໍ່ເຂດບໍລິຫານພິເສດຮ່ອງກົງຈີນໄດ້ມີຫຼາຍກວ່າ 1,5 ແສນໂຕນ.

ເຂດປົກຄອງພິເສດ ຮ່ອງກົງ ຖືເປັນຕະຫຼາດສົ່ງອອກໃຫຍ່ທີ່ສຸດອັນດັບ 3​ ຂອງໄທ ຮອງຈາກ ອາເມຣິກາ ແລະ ຈີນແຜ່ນດິນໃຫຍ່.

ໂດຍໃນປີທີ່ຜ່ານມາ ຮ່ອງກົງ ນຳເຂົ້າ ເຂົ້າສານທັງໝົດ 257.200 ໂຕນ. ໃນນັ້ນ 148.500 ໂຕນ ຫຼື ປະມານ 57,% ແມ່ນນຳເຂົ້າຈາກປະເທດໄທ, 60.100 ໂຕນ ຫຼື ປະມານ 23,4% ແມ່ນຈາກຫວຽດນາມ ແລະ 21.200 (8,2%) ແມ່ນມາຈາກຈີນແຜ່ນດິນໃຫຍ່.

ເຂົ້າສານຫອມມະລິຂອງໄທແມ່ນຜະລິດຕະພັນຕົ້ນຕໍໃນການສົ່ງອອກດ້ານກະສິກໍາຂອງໄທມາໂດຍຕະຫຼອດ, ໄທເບິ່ງໃນແງ່ດີຕໍ່ຄວາມຕ້ອງການຂອງຕະຫຼາດຈີນທີ່ມີຕໍ່ເຂົ້າສານທີ່ມີຄຸນະພາບສູງ ຈະຊຸກຍູ້ການເປີດກວ້າງການສົ່ງອອກເຂົ້າສານຕໍ່ຈີນຢ່າງຕໍ່ເນື່ອງ.

https://www.bangkokpost.com/business/general/2757508/china-rice-imports-set-to-soar

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/