Scarlett Johansson ໄດ້ຍື່ນຟ້ອງ Disney ຂໍ້ຫາລະເມີດສັນຍາ ນຳເອົາຮູບເງົາເລື່ອງ Black Widow ໄປສາຍໃນສະຕຣີມມິງ Disney+


Scarlett Johansson ນັກສະແດງ ຜູ້ສະແດງເປັນ Black Widow ຕົວລະຄອນຊຸບເປີຮີໂຣ້ສາວໃນ Marvel ໄດ້ຍື່ນຟ້ອງ Disney (ຄ້າຍ Marvel Studios) ສານໃນລອສແອງເຈີລິສ ດ້ວຍຂໍ້ຫາລະເມີດສັນຍາໃນການນຳເອົາຮູບເງົາເລື່ອງ Black Widow ໄປສາຍໃນສະຕຣີມມິງ Disney+ ພ້ອມກັບສາຍໃນໂຮງຮູບເງົາ ເຮັດໃຫ້ລາວສູນເສຍລາຍໄດ້.

ທາງທະນາຍຂອງນັກສະແດງສາວ ໄດ້ເປີດເຜີຍເອກະສານວ່າ Scarlett Johansson ໄດ້ເຊັນສັນຍາໃຫ້ຮູບເງົາອອກສາຍໃນໂຮງຮູບເງົາເທົ່ານັ້ນ ແລະ ນັກສະແດງສາວເອງກໍຍອມລົດຄ່າຕົວລົງ ເພື່ອຈະໄດ້ເປີເຊັນຈາກການຂາຍປີ້ເຂົ້າເບິ່ງຮູບເງົາ.

Wall Street Journal ໄດ້ເປີດເຜີຍວ່າ ມີການຄາດການວ່າ Scarlett Johansson ໄດ້ສູນເສຍລາຍໄດ້ເຖິງ 50 ລ້ານໂດລາ ຕັ້ງແຕ່ Disney ປະກາດຈະສາຍຮູບເງົາເລື່ອງ Black Widow ລົງໃນ Disney+

ຂອບໃຈຂໍ້ມູນຈາກ:

https://bit.ly/3rGlEMj

https://bit.ly/2V2M6Uo

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/